ຜູ້ກໍ່ຕັ້ງຫົວເຫວີຍປະກາດແຈ້ງອາເມລິກາ ເຮັດຫຍັງບໍ່ໄດ້ດອກ

  ສະຖານີໂທລະພາບບີບີຊີ ຂອງສະຫະຣາຊອານາຈັກເຜີຍແຜ່ ບົດສຳພາດທ່ານເຫຣິນຜູ້ກໍ່ຕັ້ງບໍລິ ສັດຫົວເຫວີຍເຕັກໂນໂລຊີຜູ້ຜະລິດ ອຸປະກອນສື່ສານໂທລະຄົມນາຄົມ ຂະໜາດໃຫຍ່ທີ່ສຸດຂອງໂລກຈາກ ສປ ຈີນ ຊຶ່ງເປັນຄັ້ງທຳອິດໃນຮອບຫຼາຍປີທີ່ທ່ານເຫຣິນສົນທະ ນາກັບຜູ້ສື່ຂ່າວຕ່າງຊາດ ແລະການ     ສຳພາດຄັ້ງນີ້ບັນທຶກໄວ້ຕັ້ງແຕ່ກາງເດືອນທີ່ແລ້ວ ຊຶ່ງເປັນຄັ້ງດຽວທີ່ທ່ານເຫຣິນຖະແຫຼງກັບສື່ຕ່າງຊາດ                                                    ຫຼາຍສຳນັກກ່ຽວກັບສະຖານະ ການຂອງບໍລິສັດ.

  ທັງນີ້ທ່ານເຫຣິນອາຍຸ 74 ປີ ຊຶ່ງກໍ່ຕັ້ງຫົວເຫວີຍເມື່ອປີ 1987 ຫຼັງຈາກລາອອກຈາກຕຳແໜ່ງນັກວິເຄາະຂອງກອງທັບປົດປ່ອຍປະ ຊາຊົນຈີນ (ພີແອລເອ) ກ່າວໃນຕອນໜຶ່ງວ່າຄະດີຄວາມຂອງທາຍາດ ແລະລູກສາວກົກຄືນາງເມິ່ງຫວ່ານໂຈວ ຊຶ່ງຖືກທາງການກາ ນາດາຈັບຕົວຕັ້ງແຕ່ວັນທີ 1 ທັນວາ ປີທີ່ແລ້ວ  ແລະກຳລັງລໍຖ້າການ ພິຈາລະນາຈາກສານວ່າຈະສົ່ງຕົວໄປຍັງອາເມລິກາ ຫຼື ບໍ່ ນັ້ນວ່າເປັນ ຄະດີການເມືອງທີ່ຕົວເຂົາບໍ່ສາ ມາດຮັບໄດ້ ແລະມີຄວາມວິຕົກກັງ ວົນເປັນຢ່າງຍິ່ງຕໍ່ສະວັດດີພາບ ຂອງລູກສາວນັບຕັ້ງແຕ່ຮູ້ຂ່າວ ພ້ອມທັງຢືນຢັນວ່າຫົວເວີ່ຍບໍ່ເຄີຍ ມີສ່ວນກ່ຽວຂ້ອງກັບ“ກິດຈະກຳ ການຈາລະກຳ” ໃດໆທັງສິ້ນຂະ ນະດຽວກັນທ່ານເຫຣິນກ່າວວ່າ ໂລກບໍ່ສາມາດຫັນຫຼັງໃຫ້ກັບຫົວ ເຫວີຍໄດ້ເພາະຕອນນີ້ບໍລິສັດພັດ ທະນາເຕັກໂນໂລຊີດ້ານນີ້ກ້າວໄປໄກຫຼາຍແລ້ວແມ່ນວ່າອາເມລິກາພະຍາຍາມໂນ້ມນ້າວໃຫ້ພັນທະມິດ ລະງັບ ຫຼື ຍຸຕິຄວາມສຳພັນກັບຫົວ ເຫວີຍແຕ່ບໍລິສັດສາມາດ “ຕີກອບ”          ເພື່ອຮັບມືກັບສະຖານະການໄດ້ຫາກລັດຖະບານອາເມລິກາຍັງຄົງບໍ່ມີ ຄວາມໄວ້ວາງໃຈຕໍ່ກັບຫົວເຫວີຍ ທ່ານເຫຣິນກ່າວຕື່ມວ່າເຂົາສາມາດຍ້າຍການລົງທຶນຂອງບໍລິສັດໄປຍັງປະເທດອືພ້ອມທັງກ່າວວ່າອາເມລິກາບໍ່ມີທາງເຮັດຫຍັງໃຫ້ກັບຫົວເຫວີຍໄດ້ ແລະອາເມລິກາ ເປັນພຽງສ່ວນໜຶ່ງຂອງໂລກໜ່ວຍນີ້ບໍ່ແມ່ນຕົວແທນຂອງໂລກທັງ ໂລກ.ບົດສຳພາດດັ່ງກ່າວຂອງທ່ານເຫຣິນໄດ້ຮັບການເຜີຍແຜ່ອອກມາໃນໄລຍະດຽວກັນທີ່ສູນຄວາມໝັ້ນຄົງແຫ່ງຊາດຂອງສະຫະຣາຊາອາ ນາຈັກ  (ເອັນຊີເອສຊີ)  ອອກຖະ ແຫຼງການວ່າການໃຫ້ຫົວເຫວີຍເຂົ້າມາມີສ່ວນຮ່ວມໃນໂຄງການພັດທະນາ 5 ຈີຂອງປະເທດນັ້ນ “ເປັນຄວາມສ່ຽງທີ່ຄວບຄຸມໄດ້” ແລະເອັນຊີເອສຊີບໍ່ສະໜັບສະໜູນການກີດກັນຫົວເຫວີຍອອກຈາກ ປະເທດຢ່າງສິ້ນເຊີງ.

ນສພ ເສດຖະກິດ-ສັງຄົມ