ແອປເປິ້ນເປີດໂຕໄອໂຟນ 13 ຊີຣີໜ້າຈໍໂປຣໂມຊັນຣີເຟຣຊເຣດ 120Hz

ເປີດໂຕຢ່າງເປັນທາງການແລ້ວສຳລັບ iPhone 13 Series ມາຄົບທັງ 4 ລຸ້ນເໝືອນເດີມທັງ iPhone 13 mini, iPhone 13, iPhone 13 Pro ແລະ iPhone 13 Pro Max ຊຶ່ງເປັນໄປຕາມຄາດທີ່ຂ່າວມືຖືກ່ອນໜ້ານີ້ເຂົາລືກັນມາພ້ອມກັບຊິບເຊັດຕົວໃໝ່ AI 15 Bionic ຍັດລະບົບກັນ ສັ່ນໃນເຊນເຊີມາໃຫ້ໃນກ້ອງຫຼັກ ທຸກລຸ້ນຂະຫຍັບຄວາມຈຸເລີ່ມຕົ້ນ ຂຶ້ນເປັນ 128GB ໂດຍ iPhone 13 Pro ແລະ 13 Pro Max ຈະໄດ້ໜ້າຈໍ Promotion 120Hz ດ້ວຍລາຄາເລີ່ມຕົ້ນປະມານ 700 ປາຍໂດລາສະຫະລັດ.

ດິໄຊໂດຍລວມຂອງ iPhone 13 mini ແລະ iPhone 13 ຍັງຄ້າຍໆໂຕເກົ່າຈຸດແຕກຕ່າງທີ່ ເຫັນໄດ້ແຈ້ງມີພຽງແຕ່ການຈັດວາງກ້ອງໜ້າກ້ອງຫຼັງທີ່ປ່ຽນຈາກ ທາງຕັ້ງເປັນທາງນອນໂດຍຄັ້ງນີ້ມາກັບກ້ອງຫຼັກ 12MP ທີ່ Apple ເຄລມວ່າດ້ວຍຮູຮັບແສງທີ່ກວ້າງ ແລະຂະໜາດພິກເຊລທີ່ໃຫຍ່ຈຶ່ງໄວແສງຫຼາຍຂຶ້ນ 47% ແລະມີລະບົບກັນສັ່ນຝັງມາໃນຕົວເຊນເຊີແລ້ວ (sensor-shift OIS) ເສີມດ້ວຍກ້ອງອັລຕຣາໄວ 12MP ມູມກ້ວາງ 120 ອົງສາມີຟີເຈີໃໝ່ທີ່ນ່າສົນໃຈຫຼາຍຄືໂໝດ Cinematic ຊຶ່ງຈະເປັນການປ່ຽນຕຳແໜ່ງໂຟກັສຈາກວັດຖຸໜຶ່ງໄປສູ່ ອີກວັດຖຸໜຶ່ງຂະນະຖ່າຍວິດີໂອຢ່າງນິ້ມນວນອາລົມດຽວກັບເວລາເຮົາເບິ່ງຮູບເງົານັ້ນລະ.