ອົງການອະນາໄມໂລກເປັນຫ່ວງ ຍອດຜູ້ຕິດເຊື້ອໂຄວິດໃນເອີຣົບເພີ່ມຂຶ້ນ

ອົງການອະນາໄມໂລກອອກມາສະແດງຄວາມວິຕົກກັງວົນຕໍ່ການແຜ່ລະບາດຮອບໃໝ່ຂອງໂຄວິດ-19 ໃນເອີຣົບ ຫຼັງຈາກຈຳນວນຜູ້ຕິດເຊື້ອລາຍວັນໃນຫຼາຍປະເທດເພີ່ມສູງຂຶ້ນຈົນຕ້ອງກັບມາປະກາດມາດຕະການຄວບຄຸມຮອບໃໝ່ໃນຫຼາຍປະເທດ.
ຕາມຂ່າວຕ່າງປະເທດລາຍງານວ່າ ດຣ ຮານ ຄລຸກ ຜູ້ອຳນວຍການພາກພື້ນເອີຣົບຂອງອົງການອະນາໄມໂລກເຕືອນວ່າຕົວເລກຜູ້ເສຍຊີວິດໃນອີຣົບຈາກໂຄວິດ- 19 ອາດເພີ່ມສູງຂຶ້ນເຖິງ 500.000 ຄົນໃນເດືອນມີນາເວັ້ນ ແຕ່ວ່າຈະຕ້ອງລົງມືຈັດການເພື່ອຄວບຄຸມສະຖານະການທັນທີ ແລະການໃສ່ຜ້າປິດປາກອະນາໄມເພີ່ມ ຂຶ້ນ, ປະຈຸບັນລະດູໜາວທີ່ກຳລັງມາເຖິງການສັກວັກແຊງທີ່ບໍ່ພຽງພໍ ແລະການທີ່ໄວຣັດສາຍພັນເດລຕ້າແຜ່ລະບາດໄປເປັນວົງກວ້າງໃນເອີຣົບລ້ວນແຕ່ມີສ່ວນເຮັດໃຫ້ເອີຣົບ ຕ້ອງປະເຊີນກັບສະຖານະການການແຜ່ລະບາດຢ່າງໜັກໃນປະຈຸບັນ.
ການອອກມາເຕືອນຂອງອົງການອະນາໄມໂລກມີຂຶ້ນຂະນະທີ່ຫຼາຍປະເທດໃນເອີຣົບມີລາຍງານຜູ້ຕິດເຊື້ອລາຍວັນເພີ່ມສູງຂຶ້ນສ້າງສະຖິໃໝ່ອີກຄັ້ງ ແລະເຮັດໃຫ້ຕ້ອງ ມີການປະກາດມາດຕະການປິດເມືອງ.