ພູວົງ ປັບປຸງເຄື່ອງຫຸ້ມຫໍ່ສິນຄ້າໂອດັອບ

ເມື່ອບໍ່ດົນມານີ້ທີ່ສະໂມສອນຫ້ອງວ່າການປົກຄອງເມືອງພູວົງ ແຂວງອັດຕະປື ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງເຄື່ອງຫຸ້ມຫໍ່ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເປັນຕົ້ນ: ເຂົ້າຈ້າວລະຄອນ ແລະການສະເໜີຜະລິດຕະພັນໃໝ່ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຈັນ ໂຊກຄຳຈັນ ເຈົ້າເມືອງພູວົງ, ມີບັນດາທ່ານຄະນະປະຈຳພັກ, ກຳມະການພັກ, ຫົວໜ້າຫ້ອງການອ້ອມຂ້າງເມືອງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄະນະກຳມະການຄັດເລືອກຜະລິດພັນສິນຄ້າພາຍໃນເມືອງ ແລະຜ່ານບົດລາຍງານການຈັດຕັ້ງ ປະຕິບັດການປັບປຸງເຄື່ອງຫຸ້ມຫໍ່ກາ ໝາຍເຂົ້າຈ້າວລະຄອນ, ເຂົ້າໜຽວ ກໍ່າລືມແກງ ແລະການສະເໜີຜະຜິດຕະພັນໃໝ່ໃນຕໍ່ໜ້າເພື່ອເປັນການສົ່ງເສີມສິນຄ້າ, ຜະລິດສິນຄ້າໂອດັອບຂັ້ນເມືອງ, ຂັ້ນເເຂວງທີ່ສາມາດນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະຊັບພະຍາກອນທີ່ມີພາຍໃນທ້ອງຖິ່ນ.


ພ້ອມດຽວກັນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອແລກປ່ຽນທັດສະນະການສົ່ງເສີມສິນຄ້າພາຍໃນເມືອງໃຫ້ມີຄວາມເຂັ້ມແຂງ ແລະໃຫ້ສັງຄົມຍອມຮັບດ້ານຄຸນນ ພາບຂອງຜະລິດຕະພັນສິນຄ້າພາຍໃນເມືອງພູວົງຫຼາຍຂຶ້ນ.