ແມັງໂກ ເປີດສູນຈຳໜ່າຍເຄື່ອງແຟຊັນແຫ່ງທຳອິດໃນລາວ

    ແມັງໂກ (MANGO) ເປີດສູນຈໍາໜ່າຍສິນຄ້າເຄື່ອງນຸ່ງແຟຊັນສະເພາະທ່ານສຸພາບສະຕີຍິງລະດັບໂລກຄຸນນະພາບຂອງແທ້ 100% ປະເທດແອັດສະປາຍ ຊຶ່ງເປັນແຫ່ງທຳອິດຕັ້ງຢູ່ນະຄອນຫຼວງວຽງຈັນສປປ ລາວ ຢ່າງເປັນທາງການແລະເປັນສູນຈຳໜ່າຍສິນຄ້າແຫ່ງທີ 460 ໃນທົ່ວພາກພື້ນອາຊີແລະແຫ່ງທີ 115 ໃນທົ່ວໂລກ.

   ເມື່ອວັນທີ 7 ທັນວາຜ່ານມາ (ຂ້າງຫໍວັດທະນະທຳແຫ່ງຊາດ) ທີ່ບ້ານອານຸເມືອງຈັນທະບູລີນະຄອນຫຼວງວຽງຈັນແມັງໂກໄດ້ເປີດສູນຈຳໜ່າຍສິນຄ້າແຟຊັນລະດັບໂລກຂອງທ່ານສຸພາບສະຕີຢ່າງເປັນທາງການພ້ອມທັງແຈກບັດສ່ວນຫຼຸດ 20 ຄົນ ທຳອິດທີ່ໄປຕໍ່ຄິວມີລູກຄ້າລັ່ງໄຫຼເຂົ້າຮ່ວມຈັບຈອງຊື້ຫຼາຍຮ້ອຍຄົນສູນແຫ່ງນີ້ມີການຕົບແຕ່ງຢ່າງມີສະຕາຍທັນສະໄໝເຮັດໃຫ້ທ່ານລູກຄ້າມີປະສົບການໃນການຊ໋ອບປິ້ງທີ່ແຕກຕ່າງແລະໜ້າປະທັບໃຈເຊັ່ນດຽວກັນກັບຢູ່ຕ່າງປະເທດແນ່ນອນແລະໃນມໍ່ໆນີ້ ແມັງໂກຈະຂະຫຍາຍໃຫ້ມີທັງສິນຄ້າຂອງທ່ານ ຊາຍ ແລະເດັກນ້ອຍອີກດ້ວຍ.

   ການເປີດໂຕສູນຈຳໜ່າຍສິນຄ້າຂອງທ່ານຍິງແຫ່ງທຳອິດໃນ ສປປ ລາວ ຄັ້ງນີ້ ເຮັດໃຫ້ແມັງໂກມີສູນຈຳໜ່າຍທັງໝົດ 460 ແຫ່ງໃນພາກພື້ນອາຊີແລະເປັນສູນຈໍາ ໜ່າຍສິນຄ້າແຫ່ງທີ 115 ໃນທົ່ວ ໂລກອີກດ້ວຍ,ແນວໃດກໍຕາມ,ແມັງໂກໄດ້ກໍ່ຕັ້ງບໍລິສັດຂຶ້ນມາແຕ່ ປີ 1984 ແລະປະຈຸບັນຖືວ່າເປັນໜຶ່ງໃນກຸ່ມບໍລິສັດແຟຊັນໃນແຖວ ໜ້າຂອງໂລກຈາກຕົ້ນກຳເນີດຂອງຍີ່ຫໍ້ແມັງໂກທີ່ປະເທດແອັດສະປາຍບໍລິສັດມີການຂະຫຍາຍເຄື່ອຂ່າຍພື້ນທີ່ຈຳໜ່າຍຫຼາຍກວ່າ 8 ແສນຕາແມັດໃນຈຳນວນ 115 ປະເທດທົ່ວໂລກໃນທຸກໆປີສູນ ອອກແບບ El Hanggai ຢູ່ປາ ລັດ ໂຊລິຕ້າໄອແຟດກາແມນໄດ້ອອກແບບເສື້ອຜ້າແລະເຄື່ອງປະດັບເພື່ອຈຳໜ່າຍໃນແຕ່ລະລະດູ ການຂາຍເຖິງ 18 ພັນແບບແລະບໍລິສັດໄດ້ມີຍອດຂາຍປີ 2017 ມູນຄ່າສູງເຖິງ 2.194 ຕື້ເອີໂຣ.