ສວນປູ່ຍ່າ ເຕຊາຟຣາມ ກະເສດປະສົມປະສານ

ໃນວັນທີ 14 ພະຈິກ 2021 ນີ້ ທາງໜ່ວຍງານຖະແຫຼງຂ່າວຂອງເມືອງຈຳປາສັກ ແຂວງຈຳປາສັກ, ໄດ້ລົງຕິດຕາມ ແລະສຳພາດຕົວຈິ່ຽວກັບການກະເສດແບບພໍພຽງການປູກຝັງ ແລະລ້ຽງສັດຂອງທ່ານ ບຸນກວ້າງ ດາສຸກ ເຈົ້າຂອງກິດຈະການ M  ປູກຝັງ ແລະລ້ຽງສັດ, ຢູ່ບ້ານໃຫ່ຍດອນຕະລາດ, ຊຶ່ງທ່ານໄດ້ເວົ້າວ່າຢູ່ພາຍໃນສວນຂອງຕົນແມ່ນໄດ້ບຸກເບີກການເຮັດສວນແມ່ນໄດ້ໃສ່ຊື່ວ່າສວນປູ່ຍ່າເຕຊາຟຣາມ ການກະເສດຂາຍປາສົດ, ລາຄາຖືກກະເສດພໍພຽງທ່ອງທ່ຽວປະສົມປະສານແຫ່ງທຳອິດຂອງບ້ານດອນຕະລາດ.

ພືດທີ່ນໍາມາປູກແມ່ນຕົ້ນໝາກກ້ວຍ, ໝາກໄມ້ກິນໝາກ ແລະລ້ຽງສັດປະເພດລ້ຽງເປັດ, ໄກ່, ປາປາກ, ປານິນ, ປາດຸກ, ປາຄໍ່ປາເຂັງ, ປາສະຫວາຍ ແລະປາກິນຫຍ້າເປັນຕົ້ນຊຶ່ງມີໜອງໄຫ່ຍ 2 ໜອງ  ແລະໜອງນ້ອຍ 6 ໜອງ, ສ່ວນການນຳໄຊ້ໃຟຟ້າ ແມ່ນໄດ້ນຳໃຊ້ແຜນໂຊດາແຊວ 3 ແຜນໃຫ່ຍ ໃນການດູດນໍ້າເຂົ້າໃສ່ໜອງ ແລະປ່ຽນຖ່າຍນໍ້າໃນໜອງເພື່ອບໍ່ໄຫ້ນໍ້າເໝັ່ນ ແລະເປິເປື້ອນ, ບັນດາທ່ານໃດທີ່ສົນໃຈຈະຊື້ປາສົດ ແລະໝາກໄມ້ສົດໃນລາຄາທີ່ຖືກກວ່າໃນທ້ອງຕະຫຼາດດ້ວຍລາຄາທີ່ເປັນກັນເອງສະຖານທີ່ຕັ້ງແມ່ນບ້ານດອນຕະລາດເຊື່ອມຕໍ່ກັບບ້ານດອນກອງ ເມືອງຈຳປາສັກ, ແຂວງຈຳປາສັກ,ການສ້າງເສດຖະກິດການກະເສດແບບຄອບຄົວຂອງທ່ານ ບຸນກວ້າງ ດາສຸກ ແມ່ນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ດີຂຶ້ນໆເທື່ອລະກ້າວ ແລະເໝາະສົມກັບຕະຫຼາດທີ່ຕ້ອງການເພື່ອໃຫ້ຜູ້ຊື້-ຂາຍສາມາດມາຊື້ກັບສວນໄດ້, ໄດ້ປາສົດ, ໝາກໄມ້ສົດທີ່ຕະຫຼາດຕ້ອງການ.