25 ປີ ລາວໂທລະຄົມສ້າງລາຍຮັບໄດ້ 20 ພັນຕື້ກີບ

   ບໍລິສັດລາວໂທລະຄົມມະນາຄົມມະຫາຊົນໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະພັດທະນາບໍລິສັດລາວໂທລະຄົມຄົບຮອບ 25 ປີ( 11 ພະຈິກ 1996-11 ພະຈິກ 2021) ຂຶ້ນໃນວັນທີ 11 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດໂດຍການເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ, ມີບັນດາຄະນະພັກຄະນະອຳນວຍການ, ພະນັກງານລາວໂທລະຄົມພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ, ພ້ອມດຽວກັນນັ້ນຍັງໄດ້ປະຊຸມຜ່ານທາງໄກເພື່ອໃຫ້ພະນັກງານລາວໂທລະຄົມທັງສູນກາງ ແລະ ລລທ ສາຂາແຂວງທົ່ວປະເທດກໍ່ສະເຫຼີມສະຫຼອງໄປພ້ອມໆກັນ.

   ເພື່ອຈັດຕັ້ງ ແລະຜັນຂະຫຍາຍນະໂຍບາຍຂອງພັກລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດບໍລິສັດລາວໂທລະຄົມມະນາຄົມມະຫາຊົນໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 1996 ຊຶ່ງເປັນການລວມເອົາບໍລິສັດໂທລະຄົມມະນາຄົມລາວ ແລະ ບໍລິສັດຊິນນາວັດຕຣາເທເລຄອມຈໍາກັດຮ່ວມທຶນເຂົ້າກັນໂດຍລັດຖະບານລາວຖືຮຸ້ນ 51% ແລະບໍລິສັດເຊັນນິງຕັນອິນເວດສະເມັນສິງກະໂປຖືຮຸ້ນ 49%.

   ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນໄດ້ກ່າວວ່າ: ໃນໄລຍະ 25 ປີຜ່ານມາ ລລທ ສາມາດຂະຫຍາຍລູກຄ້າໃໝ່ ແລະຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ມາເຖິງປະຈຸບັນນີ້ມີຖານລູກຄ້າ 3,5 ລ້ານກວ່າລູກຄ້າ, ລູກຄ້າ FTTH 66 ພັນກວ່າລູກຄ້າ, ສະຖານີຖານ (BTS) ທັງໝົດ 7.304 ແຫ່ງ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 2.000 ສະຖານີ 3G ຈໍານວນ ຫຼາຍກວ່າ 3.300 ສະຖານີ, 4G ຈໍານວນຫຼາຍກວ່າ 4.000 ສະຖານີ, 4,5G ຈໍານວນຫຼາຍກວ່າ 700 ສະຖານີ, 5G ຈໍານວນຫຼາຍກວ່າ 10 ສະຖານີ ແລະ FTTH PORT ຫຼາຍກວ່າ 100.000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 32.000 ກິໂລແມັດ, ໃນນັ້ນ Backbone DWDM 4705 Km Capacity 100Gbps.

   ການເຄື່ອນໄຫວດໍາເນີນທຸລະກິດຂອງລາວໂທລະຄົມສາມາດສ້າງລາຍຮັບໄດ້ຫຼາຍກວ່າ 20 ພັນຕື້ກີບ, ມີກໍາໄລສຸດທິຫຼາຍກວ່າ 5 ພັນຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງສະ ເລ່ຍຫຼາຍກວ່າ 22% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານແລ້ວມີມູນຄ່າຫຼາຍກວ່າ 5 ພັນຕື້ກີບ,ມອບເງິນປັນຜົນໃຫ້ລັດຖະບານ ແລະຝ່າຍຂາຮຸ້ນໄດ້ 351 ລ້ານໂດລາສະຫາລັດ, ພ້ອມດຽວກັນນັ້ນ, ບໍລິສັດລາວໂທລະຄົມຍັງໄດ້ເອົາໃຈໃສ່ປະກອບສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດ ຢ່າງຕັ້ງໜ້າຊຶ່ງມັນສະແດງອອກໃຫ້ເຫັນມູນຄ່າການຊ່ວຍເຫຼືອສັງຄົມຕະຫຼອດໄລຍະ 25 ປີ ຜ່ານມາມີມູນຄ່າຫຼາຍກວ່າ 50 ຕື້ກີບ ໃນນີ້ປະກອບມີດ້ານ ການສຶກສາຫຼາຍກວ່າ 3 ຕື້ກີບ, ດ້ານສາທາລະນະຫຼາຍກວ່າ 30 ຕື້ກີບ, ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝຫຼາຍກວ່າ 2 ຕື້ກີບ, ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະສັງຄົມເພື່ອປ້ອງກັນຄວບຄຸມ ແລະຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19 ແລະຍັງໄດ້ລະດົມທຶນຈາກຝ່າຍຂາຮຸ້ນຕ່າງປະເທດເພື່ອມອບໃຫ້ລັດຖະບານໃນນາມຂາຮຸ້ນອີກ 10 ພັນໂດລາ, ເປັນເງິນສົດຈຳນວນຫຼາຍກວ່າ 6 ຕື້ກີບ, ວັດຖຸ+ຄ່າບໍລິການດ້ານໂທລະຄົມຈຳນວນຫຼາຍກວ່າ 11 ຕື້ກີບ ແລະຊ່ວຍລັດຖະບານ ສສ ຫວຽດນາມ ຈຳນວນ 10 ພັນໂດລາ.

   ໃນພິທີດັ່ງກ່າວລັດຖະບານໄດ້ຕົກລົງປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ບໍລິສັດລາວໂທລະຄົມ ແລະປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ຝ່າຍຖືຮຸ້ນຕ່າງປະເທດ, ຈາກນັ້ນຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ I,II,III, ຫຼຽນກາແຮງງານ ແລະ ໃບຍ້ອງຍໍຂັ້ນລັດຖະບານໃຫ້ພະນັກງານ ແລະພະນັກງານຝ່າຍຂາຮຸ້ນຕ່າງປະເທດທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຮັດໃຫ້ການຮ່ວມມືທາງດ້ານການດຳເນີນທຸລະກິດຂອງລາວໂທລະຄົມມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ.

  ທ່ານ ບໍ່ວຽງຄຳ ວົງດາລາ ກໍ່ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາເປັນຕົ້ນແມ່ນຄຸນນະພາບການບໍລິການ ແລະປະລິມານຂອງບຸກຄະລາກອນເວົ້າລວມ, ເວົ້າສະເພາະແມ່ນວິຊາການຕ້ອງມີຄວາມຮູ້,ຄວາມສາມາດ,ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ຫຼືມືອາຊີບທີ່ແທ້ຈິງເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີທີ່ມີການພັດທະນາ ແລະຂະຫຍາຍຕົວໄວໃນແຕ່ລະໄລຍະ, ສະນັ້ນ, ມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະພະນັກງານລາວໂທລະຄົມທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າເພື່ອເຮັດໃຫ້ລາວໂທລະຄົມກ້າວໄປຂ້າງໜ້າ ແລະສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ແລະສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນໄດ້.