ພະລັງງານ ແລະບໍ່ແຮ່ລາວ ເຕີບໂຕ 11% ຕໍ່ປີ

ົນພື້ນຖານການຜັນຂະຫຍາຍມະຕິ X ຂອງສູນກາງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງກະຊວງພະລັງງານ ແລະບໍ່ແຮ່, ໄລຍະ 5 ປີຜ່ານມາຂະແໜງການມີອັດຕາການເຕີບໂຕສະເລ່ຍ 11% ປີ; ລວມມູນຄ່າການຜະລິດປະຕິບັດໄດ້ 132.038 ຕື້ກີບ, ທຽບໃສ່ແຜນການ 5 ປີຄັ້ງທີ VII (2011-2015) ເພີ່ມຂຶ້ນ 29% (ຂະແໜງພະລັງງານເພີ່ມຂຶ້ນ 146% ແລະ ຂະແໜງບໍ່ແຮ່ຫຼຸດລົງ 5%), ຊຶ່ງສາເຫດທີ່ຂະແໜງບໍ່ແຮ່ຫຼຸດລົງຍ້ອນປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການເພີ່ມທະວີຄຸ້ມຄອງກິດຈະການແຮ່ທາດໃນ ສປປ ລາວ ເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012 ກ່ຽວກັບການໂຈະ ພິຈາລະນາໂຄງການໃໝ່ ແລະເອົາໃຈໃສ່ກວດກາປະເມີນຜົນໂຄງການທີ່ໄດ້ຮັບອະນຸຍາດແລ້ວ, ຂະແໜງພະລັງງານ ແລະບໍ່ແຮ່ໄດ້ປະກອບສ່ວນໃນໂຄງປະກອບລວມຍອດຜະລິດຕະພັນພາຍໃນ ແຫ່ງຊາດ (GDP), ສະເລ່ຍບໍ່ຫຼຸດ 16% ຄື: ປີ 2016: 15,2%; ປີ 2017: 17,1%; ປີ2018: 16,9%; ປີ 2019: 16,3% ແລະ ປີ 2020: 16,4% ນີ້ແມ່ນບາງຕອນການລາຍງານຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາອົງຄະນະພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງານ ແລະບໍ່ແຮ່.

 ສະຫາຍຮອງເລຂາອົງຄະນະພັກກະຊວງພະລັງງານ ແລະບໍ່ແຮ່ກ່າວຕື່ມວ່າ: ໃນໄລຍະ 5 ປີ ຂະແໜງການສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ 2.064,1 ລ້ານໂດລາສະຫະລັດໃນນັ້ນຂະແໜງພະລັງງານ 1.225,7 ລ້ານໂດລາສະຫະລັດ ແລະຂະແໜງບໍ່ແຮ່ 838,4 ລ້ານໂດລາສະຫະລັດ, ນອກນັ້ນຍັງມີພັນທະ 6 ກອງທຶນຕາມສັນຍາ, ປະຈຸບັນທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງ 1 ເມກາວັດ ຂຶ້ນໄປມີທັງໝົດ 86 ແຫ່ງ (ພະລັງງານນໍ້າ 73 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະຄວາມຮ້ອນຖ່ານຫີນ 1 ແຫ່ງ), ລວມກຳລັງຕິດຕັ້ງ10,4 ພັນເມກາວັດ ຄວາມອາດສາມາດຜະລິດພະລັງງານໄຟຟ້າ 54,05 ພັນຈີກາວັດ ໂມງຕໍ່ປີ ໃນນີ້ ປີ 2016 ມີ 9 ແຫ່ງ, ປີ 2017 ສຳເລັດ 11 ແຫ່ງ, ປີ 2018 ສຳເລັດ 10 ແຫ່ງ, ປີ 2019 ສຳເລັດ 14 ແຫ່ງ ແລະໃນປີ 2020 ສຳເລັດ 9 ແຫ່ງ ; ສໍາເລັດໂຄງການສາຍສົ່ງທັງໝົດ 19 ໂຄງການ: 500 ກິໂລໂວນມີ 2 ໂຄງການ; 230 ມີ 3 ໂຄງການ ແລະ 115 ກິ ໂລໂວນມີ 14 ໂຄງການ, ປະຈຸບັນລະບົບສາຍສົ່ງມີຄວາມຍາວທັງໝົດ 67.643 ກິໂລແມັດ ພ້ອມກັນນັ້ນກ່ໍໄດ້ຂະຫຍາຍ ແລະກໍ່ສ້າງສະຖານີ 24 ແຫ່ງ, ມາຮອດ ປະຈຸບັນທົ່ວປະເທດມີສະຖານີທັງໝົດ 84 ແຫ່ງ ຈາກຜົນສຳເລັດຂ້າງເທິງເຮັດໃຫ້ປະຈຸບັນອັດຕາການເຂົ້າເຖິງການຊົມໃຊ້ໄຟຟ້າບັນລຸໄດ້ 95% ຂອງຄອບຄົວໃນຂອບເຂດທົ່ວປະເທດ.

 ພ້ອມກັນນັ້ນ, ກໍ່ສາມາດຂະຫຍາຍຕະຫຼາດໄດ້ 5 ປະເທດ: ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະມາເລເຊຍ. ການຜະລິດຂອງບັນດາໂຄງການໄຟຟ້າທີ່ນອນຢູ່ແຜນການ 5 ປີ ກໍ່ທ່າອ່ຽງເພີ່ມຂຶ້ນຄສາມາດຜະລິດພະລັງງານ (ຕົວເລກສະສົມ 5 ປີ) 161.923 ລ້ານກິໂລ ວັດໂມງ, ມູນຄ່າ 78.271 ຕື້ກີບ ທຽບໃສ່ຜົນຜະລິດຂອງແຜນການ 5 ປີ (2010-2015) ເພິ່ມຂຶ້ນ 146%; ການສົ່ງອອກກະແສໄຟຟ້າບັນລຸ 129.605 ລ້ານກິໂລວັດໂມງ, ມູນຄ່າ 7.203 ລ້ານໂດລາສະຫະລັດ, ທຽບໃສ່ຕົວເລກສົ່ງອອກຂອງແຜນການ 5 ປີ (2011-2015) ເພິ່ມຂຶ້ນ 164 ສາມາດຈຳໜ່າຍໄຟຟ້າຢູ່ພາຍໃນປະຕິບັດໄດ້ 28.624 ລ້ານ kWh, ມູນຄ່າ 2.431 ລ້ານໂດລາສະຫະລັດ, ທຽບໃສ່ແຜນການ 5 ປີຄັ້ງທີ VII ເພິ່ມຂຶ້ນ 78%.

   ໃນໄລຍະ 5 ປີຄັ້ງທີ VIII (2016-2020) ຂະແໜງທໍລະນີສາດ ແລະບໍ່ແຮ່ມີທັງໝົດ 51 ບໍລິສັດ ໃນນັ້ນສັນຍາຊອກຄົ້ນ ແລະສຳຫຼວດ 33 ບໍລິສັດ, ສັນຍາ ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ 18 ບໍລິສັດ, ລວມມີເນື້ອທີ່ສຳປະທານທັງໝົດ 5.873,9 ກິໂລຕາແມັດ, ຊຶ່ງເທົ່າກັບ 2,48% ຂອງເນື້ອທີ່ ສປປ ລາວ, ປະຈຸບັນລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນສຳຫຼວດ ແລະ ຂຸດຄົ້ນແຮ່ທາດມີທັງໝົດ 217 ບໍລິສັດ 316 ກິດຈະການໃນນັ້ນດ້ານທໍລະນີສາດແຮ່ທາດ 96 ບໍລິສັດ 116 ກິດຈະການ ແລະດ້ານບໍ່ແຮ່ 121 ບໍລິສັດ 200 ກິດຈະການ, ມູນຄ່າການຜະລິດແຮ່ທາດ ແລະຜະລິດຕະພັນແຮ່ທາດສາມາດປະຕິບັດໄດ້ 7,526,5 ລ້ານໂດລາສະຫະລັດ ທຽບໃສ່ແຜນ 5 ປີ (2011-2015) 7.890 ລ້ານໂດລາສະຫະລັດ; ມູນຄ່າຈໍາໜ່າຍແຮ່ທາດ ແລະຜະລິດຕະພັນແຮ່ທາດປະຕິບັດໄດ້8,092,3 ລ້ານໂດລາສະຫະລັດ ທຽບໃສ່ແຜນ 5 ປີ (2011-2015) ມູນຄ່າ 7.896,4 ລ້ານໂດລາສະຫະລັດເພີ່ມຂຶ້ນ 2,5%.