ຄະນະກະເສດສາດ ມຊ ໄດ້ຮັບເຄື່ອງກົນຈັກຮັບໃຊ້ການຜະລິດກະສິກໍາ

   ພິທີມອບ-ຮັບລົດໄຖນາ ແລະເຄື່ອງກົນຈັກຮັບໃຊ້ການຜະລິດກະສິກໍາໃຫ້ແກ່ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດ (ມຊ) ລວມມູນຄ່າ 33.615 ໂດລາ, ພ້ອມດ້ວຍມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ທາງຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດ (ມຊ) ລວມມີໜ້າກາກອະນາໄມຈໍານວນ 400 ກ່ອງ, ສະເປຂ້າເຊື້ອຈຳນວນ 100 ກ່ອງ, ເຈລລ້າງມືຈຳນວນ 50 ກ່ອງ ແລະເຄື່ອງວັດແທກອຸນຫະພູມ ຈຳນວນ 6 ເຄື່ອງ ລວມມູນຄ່າ 1.000 ໂດລາ, ລະຫວ່າງບໍລິສັດກຣີນກູດ ຈໍາກັດ ແລະຄະນະເສດຖະສາດໄດ້ຈັດຂຶ້ນໃນວັນທີ 10 ພະຈິກ ທີ່ອົງ ການ KTRA Vien tiene. ໂດຍກ່າວມອບຂອງທ່ານ ເຈວອນ ລີ ປະທານບໍລິສັດກຣີນກູດຈຳກັດ ແລະທ່ານ ພິວຊອງຄິມ ຜູ້ອຳນວຍການ KOTRA Vien tiane ແລະຕາງໜ້າກ່າວຮັບຂອງທ່ານ ທອງອຸ້ມ ອິນທະພອນ ຮັກສາການຄະນະບໍດີຄະນະກະເສດສາດພ້ອມຄະນະ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີລົດໄຖນາໃຫຍ່ 2 ຄັນ, ລົດໄຖນາເດີນຕາມ 5 ຄັນ ແລະເຄື່ອງຈັກດຳນາ 2 ເຄື່ອງ ລວມມູນຄ່າ 33.615 ໂດລາ, ຈຸດປະສົງ ເພື່ອປະກອບສ່ວນເຂົ້າໃນການຮຽນພາກປະຕິບັດຕົວຈິງພາຍໃນຄະນະກະເສດສາດ, ຮັບໃຊ້ເຂົ້າໃນກິດຈະກຳການປູກຝັງ-ລ້ຽງສັດ ພ້ອມທັງເພີ່ມຜົນຜະລິດໃຫ້ໄດ້ປະ ສິດທິພາບຍິ່ງຂຶ້ນທັງເປັນການຫັນການຜະລິດກະສິກຳເປັນທັນສະໄໝ, ນອກນັ້ນຍັງຈະມີການຈັດສຳມະນາທາງອອນລາຍເພື່ອໂອ້ລົມແບ່ງປັນຄວາມຮູ້ກ່ຽວກັບວິທີການ ໃຊ້ເຄື່ອງຈັກທັນສະໄໝດັ່ງກ່າວ, ໃນການປູກຝັງ-ລ້ຽງສັດໂດຍອົງການ Milk for Lao ພາຍໃຕ້ບໍລິສັດ ກຣີນກູດ ຈຳກັດ ເປັນຜູ້ຈັດຂຶ້ນ, ພ້ອມນັ້ນບໍລິສັດດັ່ງກ່າວໄດ້ ເຜີຍແຜ່ລະບົບການເຮັດຟາມຮ່ວມກັນຂອງ .ເກົາຫຼີ ໂດຍສະເພາະແມ່ນໄດ້ຮັບການຮ່ວມມືກັບຄະນະກະເສດສາດ ມຊ ແລະໄດ້ສຳເລັດການສ້າງແບບແຜນການສ້າງລາຍໄດ້ແບບຕໍ່ເນື່ອງຂອງຊາວກະສິກອນຈາກລະບົບການເຮັດຟາມລ້ຽງໄກ່ຊີ້ນຮ່ວມກັນຂອງ .ເກົາຫຼີ ແລະ ຍັງຊ່ວຍເລື່ອງການສະໜອງການຈັດຊື້ການຂ້າ, ການກະຈາຍສິນຄ້າ ແລະການຕະຫຼາດຊຶ່ງຈະຊ່ວຍໃຫ້ຊາວກະສິກອນໄດ້ຜົນກຳໄລຫຼາຍຂຶ້ນ, ພ້ອມນັ້ນຍັງໃຫ້ໂອກາດເພີ່ມການຜະລິດທີ່ມີປະສິດທິພາບ ແລະປະສິດທິຜົນໂດຍການມອບເຄື່ອງຈັກຮັບໃຊ້ການກະເສດ ແລະໂປຣແກຣມການຮຽນການສຶກສາ.

   ທ່ານ ທອງອຸ້ມ ອິນທະພອນ ໄດ້ກ່າວຄວາມຂອບໃຈມາຍັງບໍລິສັດ ກຣີນກູດ ຈຳກັດ ສຳລັບທຸກ ການສະໜັບສະໜູນ ແລະ ຮ່ວມມືນຳທາງຄະນະກະເສດສາດໂດຍ ສະເພາະໃນດ້ານການຮຽນ-ການສອນ, ແບ່ງປັນຂໍ້ມູນ, ແລກປ່ຽນຄວາມຮູ້ເພື່ອເຮັດໃຫ້ການຮຽນ ແລະພາກປະຕິບັດໂຕຈິງມີຄວາມທັນສະໄໝໄດ້ຮັບປະສິດທິພາບດີຂຶ້ນ ຊຶ່ງການມອບລົດໄຖນາ ແລະເຄື່ອງກົນຈັກຮັບໃຊ້ການຜະລິດຄັ້ງນີ້, ຖືເປັນຄັ້ງສຳຄັນເພາະເປັນບາດກ້າວທຳອິດທີ່ຄະນະກະເສດສາດໄດ້ຮັບເຄື່ອງມືກະສິກຳທີ່ທັນສະໄໝເຂົ້າໃນພາກປະຕິບັດຕົວຈິງ.

   ທ່ານ ພິວຊອງ ຄິມ ກ່າວຕື່ມອີກວ່າ: ພິທີມອບ-ຮັບຄັ້ງນີ້ສະແດງເຖິງການຮ່ວມມືອັນສຳຄັນລະຫວ່າງບໍລິສັດ ກຣີນກູດ ຈຳກັດ ແລະຄະນະກະເສດສາດຊຶ່ງເປັນສາຍ ພົວພັນອັນດີຂອງ ສປປ ລາວ ແລະ .ເກົາຫຼີ ທາງອົງການແມ່ນພ້ອມໃຫ້ການສະໜັບສະໜູນບໍລິສັດ ເກົາຫຼີ ທີ່ຢາກມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມຈຶ່ງໄດ້ມີ Global CSR Program ຊຶ່ງເປັນໂປຣແກຣມສະໜັບສະໜູນທຸກຮູບແບບການຊ່ວຍເຫຼືອສັງຄົມໃນປີ 2021 ໂປຣແກຣມ Global CSR ກໍ່ຄີຍໄດ້ຈັດງານຮ່ວມກັບບໍລິສັດກຣີນກູດ ຈຳກັດ ພາຍໃຕ້ງານ “Laos Livestock Solution”, “Used Agricultural Machinery Equipment Relocation Business” ແລະບໍລິສັດ ເດິເບຣສມູນ ພາຍໃຕ້ງານ “Educating students how to make-up were promoted”.