ສປປ ລາວ ມີຍານພາຫະນະທັງຫມົດ 2,3 ລ້ານຄັນ ໂດຍສະເລ່ຍໃສ່ພົນລະເມືອງລາວທີ່ມີທັງຫມົດ 7 ລ້ານກວ່າຄົນ 3 ຄົນແມ່ນໃນຍານພາຫະນະ 1 ຄັນ ແນວໃດກໍດີກະຊວງໂຍທາທິການ ແລະຂົນສົ່ງ (ກະຊວງ ຍທຂ) ຈື່ງສະເໜີຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກຊຶ່ງເປັນກົດໝາຍສ້າງໃໝ່ແນໃສ່ສ້າງນິຕິກໍາສະເພາະ ເພື່ອຄຸ້ມຄອງພາຫະນະທາງບົກໃຫ້ລວມສູນເປັນເອກະພາບ, ປອດໄພ, ມີຄວາມສະຫງົບ,ເປັນລະບຽບຮຽບຮ້ອຍ, ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະການສາມາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະສາກົນເທື່ອລະກ້າວ.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 10 ພະຈິກ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງໄດ້ສະເໜີຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກໃຫ້ ສສຊ ພິຈາລະນາ.
ທ່ານ ວຽງສະຫວັດ ສີພັນດອນ ໄດ້ກ່າວວ່າ: ວຽກງານຄຸ້ມຄອງພາຫະນະທາງບົກແມ່ນວຽກງານໜຶ່ງທີ່ສຳຄັນ ແລະຈຳເປັນ, ໃນໄລຍະຜ່ານມາອຸບັດເຫດຕາມທ້ອງຖະໜົນເກີດຂຶ້ນຈາກ 4 ປັດໄຈ (ຜູ້ຂັບຂີ່, ພາຫະນະ, ສະພາບຖະໜົນຫົນທາງ, ສະພາບແວດລ້ອມ), ປັດໄຈພາຫະນະນີ້ແຕ່ລະປີມີອັດຕາເກີດອຸບັດເຫດໂດຍສະເລ່ຍປະມານ 999 ຄົນ ຊຶ່ງເປັນການເກີດອຸບັດເຫດທີ່ສາມາດປ້ອງກັນ ບໍ່ໃຫ້ເກີດໄດ້. ກະຊວງໂຍທາທິການ ແລະຂົນສົ່ງໄດ້ມີຄວາມພະຍາຍາມໃນການຄຸ້ມຄອງພາຫະນະທາງບົກເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບດ້ານສະຖິຕິ, ມີຄວາມເໝາະສົມດ້ານພື້ນຖານເຕັກນິກ, ມີຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ, ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ. ຂະນະທີ່ການເພີ່ມຂຶ້ນຂອງຍານພາຫະນະທາງບົກໃນແຕ່ລະປີມີປະມານ 10-12% ຖ້າທຽບໃສ່ປະຊາກອນໃນປີ2020 ມີ7 ລ້ານກວ່າຄົນ, ພາຫະນະມີ2.393.993 ຄັນ (ໝາຍວ່າ 3 ຄົນໃດ ຕໍ່ພາຫະນະຄັນໜຶ່ງ).
ການຄຸ້ມຄອງພາຫະນະທາງບົກໃນໄລຍະຜ່ານມາຍັງບໍ່ທັນລວມສູນເປັນເອກະພາບ, ບໍ່ມີຄວາມປອດໄພຕໍ່ສຸຂະພາບຊີວິດ ແລະຊັບສິນ, ບໍ່ສະຫງົບ, ບໍ່ເປັນລະບຽບຮຽບຮ້ອຍ. ຕິດພັນກັບວຽກງານດັ່ງກ່າວ, ກະຊວງໂຍທາທິການ ແລະຂົນສົ່ງກໍໄດ້ສ້າງກົດໝາຍທີ່ກ່ຽວ ຂ້ອງຄື: ກົດໝາຍວ່າດ້ວຍການຈາລະຈອນທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງຫຼາຍຮູບແບບ, ກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍວ່າດ້ວຍການກໍ່ສ້າງ ແລະກົດໝາຍວ່າດ້ວຍຜັງເມືອງຊຶ່ງ 6 ກົດໝາຍນີ້ແມ່ນຕິດພັນກັບກົດໝາຍທີ່ສ້າງໃໝ່ນີ້ຢ່າງແນ່ນອນ. ເພື່ອໃຫ້ແທດເໝາະກັບສະພາບ ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະການຮ່ວມມືໃນວຽກງານການຂົນສົ່ງກັບບັນດາປະເທດໃນອະນຸພາກພື້ນ ແລະສາກົນສາມາດເຊື່ອມໂຍງເຊື່ອມຈອດເທື່ອລະກ້າວຊຶ່ງປັດຈຸບັນ ສປປ ລາວ ໄດ້ລົງນາມໃນກອບສັນຍາວ່າດ້ວຍການຮັບຮູ້ຊຶ່ງກັນ ແລະກັນດ້ານມາດຕະການເຕັກນິກພາຫະນະຂອງອາຊຽນ. ສະນັ້ນ, ການສ້າງກົດໝາຍວ່າດ້ວຍຍານພາຫະນະທາງບົກຈຶ່ງມີຄວາມໝາຍສຳຄັນຈຳເປັນຍິ່ງ.
ກົດໝາຍສະບັບນີ້ປະກອບມີ13 ພາກ, 12ໝວດ, 91 ມາດຕາ, ສໍາລັບເນື້ອ ໃນແມ່ນໄດ້ຄົ້ນຄວ້າຍົກລະດັບຈາກເນື້ອໃນຂອງຂໍ້ກໍານົດກົດລະບຽບທີ່ນໍາໃຊ້ໃນປັດຈຸບັນ ແລະ ສຶກສາຈາກບັນດາ ກົດໝາຍທັງພາຍໃນ ແລະຕ່າງປະເທດໂດຍສະເພາະແມ່ນຈາກ ສສ ຫວຽດນາມ, ບັນດາປະເທດອາຊຽນ, ສົນທິສັນຍາຂອງອົງການສະຫະປະຊາຊາດ UN Regulations ແລະສົນທິສັນຍາວ່າດ້ວຍການຮັບຮູ້ຊຶ່ງກັນ ແລະກັນດ້ານມາດຕະຖານຜະລິດຕະພັນຍານພາຫະນະອາຊຽນ (ASEAN Mutual Recognition Arrangement “MRA” on Vehicle Type Approval).
ທ່ານລັດຖະມົນຕີກ່າວວ່າ: ຖ້າກົດໝາຍສະບັບນີ້ຖືກຮັບຮອງ ແລະປະກາດໃຊ້ຢ່າງເປັນທາງການແລ້ວຈະໄດ້ຮັບຜົນປະໂຫຍດຫຼາຍດ້ານຄື: ເຮັດໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດໃນການຄຸ້ມຄອງຕິດຕາມ ແລະກວດກາກ່ຽວກັບວຽກງານການຄຸ້ມຄອງຍານພາຫະນະລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ; ເປັນການກໍານົດດ້ານມາດຕະ ຖານເຕັກນິກດ້ານຄວາມປອດໄພ ແລະ ການປົກຮັກສາສິ່ງແວດລ້ອມຂອງຍານພາຫະນະທີ່ຈະອະນຸຍາດໃຫ້ນໍາເຂົ້າ, ຜະລິດ ແລະປະກອບໃນ ສປປ ລາວ ສອດຄ່ອງກັບລະບຽບການຂອງສາກົນທີ່ ສປປ ລາວ ເປັນພາຄີ; ເປັນເຄື່ອງມືທີ່ມີຄວາມຮັດກຸມ ແລະຄົບຖ້ວນກວ່າເກົ່າ ໃນການຄຸ້ມຄອງລັດດ້ວຍກົດໝາຍກ່ຽວກັບວຽກງານຍານພາຫະນະທາງບົກ, ພ້ອມທັງສ້າງເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະປະກອບສ່ວນສໍາຄັນເຂົ້າໃນການປະຕິບັດ ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະບັນຫາຢາເສບຕິດ; ຮັບປະກັນການຈັດຕັ້ງປະຕິບັດການຄຸ້ມຄອງຍານພາຫະນະໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍປົກປ້ອງຜູ້ຊົມໃຊ້, ຊັບສິນ, ສົ່ງເສີມອຸດສາຫະກໍາຍານພາຫະນະທີ່ຜະລິດ ແລະ ປະກອບພາຍໃນປະເທດ, ສົ່ງເສີມການສົ່ງອອກ ແລະສ້າງໂອກາດໃນການຍາດແຍ່ງການລົງທຶນຂອງຕ່າງປະເທດໃນອະນາຄົດ.