ມສ ວຽງຈັນ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິການງານສູນກາງພັກ

  ວັນທີ 12 ມີນາ ຜ່ານມາທີ່ນະຄອນຫຼວງວຽງຈັນ ໂຮງຮຽນມສ ວຽງຈັນ ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະ ນະຄັ້ງທີ 7 ສະໄໝທີ 10 ຂອງຄະ ນະບໍລິຫານງານສູນກາງພັກ  ໂດຍ ໃຫ້ກຽດຮ່ວມບັນຍາຍຂອງທ່ານ ນາງ ວຽງສຸວັນ ພະໄຊສົມບັດ ເລຂາຄະນະພັກຮາກຖານຜູ້ອໍາ ນວຍການໂຮງຮຽນ ມສ ວຽງຈັນ ແລະທ່ານ ໝັ້ນມະໂນທອງ ໄຊຍະພູມິນ ຄະນະພັກຮາກຖານຮອງປະ ທານກວດກາພັກຮອງຄະນະອໍາ ນວຍການໂຮງຮຽນ  ມສ  ວຽງຈັນ, ມີຄະນະໜ່ວຍພັກທີ່ຂຶ້ນກັບຄະນະ ພັກຮາກຖານ ມສ ວຽງຈັນ ແລະ ສະມາຊິກພັກທັງໝົດເຂົ້າຮ່ວມ.

  ການຈັດກອງປະຊຸມດັ່ງກ່າວ ເພື່ອໃຫ້ບັນດາພະນັກງານຫຼັກແຫຼ່ງ, ຄູອາຈານ, ສະມາຊິພັກໄດ້ຮັບຮູ້  ແລະເຂົ້າໃຈກ່ຽວກັບວຽກງານ ຂອງພັກ, ເພີ່ມຄວາມເຊື່ອໝັ້ນໃຫ້ ແກ່ຄະນະບໍລິຫານງານສູນກາງພັກສະໄໝທີ  10  ທັງນີ້ກໍ່ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ  ແລະ ເພື່ອນໍາເອົາແນວທາງນະໂຍບາຍ ຂອງພັກໄປຜັນຂະຫຍາຍໃຫ້ແກ່ ພາກສ່ວນຂອງຕົນໃຫ້ສອດຄ່ອງ ພ້ອມທັງຈັດຕັ້ງປະຕິບັດເຂົ້າໃນ ວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນດີ.

   ກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ດຳເນີນຢ່າງເປັນ ທາງການໃນວັນທີ 22-30 ຕຸລາ  2018 ທີ່ສຳນັກງານສູນກາງພັກ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ຊຶ່ງໃນກອງປະຊຸມດັ່ງ ກ່າວໄດ້ມີການສຳຫຼວດກວດກາພາຍໃນພັກ, ຄົ້ນຄວ້າປຶກສາຫາລືບາງບັນຫາທີ່ສຳຄັນ ໂດຍສະເພາະ ໃນຂົງເຂດເສດຖະກິດ-ການເງິນ ເວົ້າລວມໄດ້ຄົ້ນຄວ້າປະກອບຄຳ ຄິດເຫັນຕໍ່ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຜນງົບປະມານແຫ່ງລັດ ແລະແຜນເງິນ ຕາ ປີ 2018  ແລະທິດທາງສຳລັບ ປີ 2019, ຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດວຽກງານຮາກຖານການເມືອງໃນໄລຍະຜ່ານມາ  ແລະ ທິດທາງວຽກງານໃນຊຸມປີຕໍ່ໜ້າ.

ນສພ ເສດຖະກິດ-ສັງຄົມ