ທຸລະຄົມເກັບລາຍຮັບໄດ້ 82%

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມການເກັບລາຍຮັບອາກອນ ແລະພາສີທີ່ດິນຢູ່ເມືອງທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ແລະທ່ານ ບຸນທະວີ ຈັນທະມາລາ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງວຽງຈັນ, ມີບັນດາຄະນະຮັບຜິດຊອບຊຸກຍູ້ການເກັບລາຍຮັບຂັ້ນແຂວງ, ຫົວໜ້າກຸ່ມບ້ານ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະພະນັກງານວິຊາການຫ້ອງການ-ການເງິນເມືອງເຂົ້າຮ່ວມ.

  ກອງປະຊຸມໄດ້ສະເໜີສະພາບລວມຂອງການເກັບລາຍຮັບຢູ່ພາຍໃນແຂວງວຽງຈັນປະຈໍາສົກປີ 2020-2021, ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າການເກັບ ລາຍຮັບເຂົ້າງົບປະມານຍັງມີຄວາມຫຍຸ້ງຍາກບາງດ້ານຊຶ່ງສາເຫດຕົ້ນຕໍກໍ່ຍ້ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະປັດໄຈດ້ານ ອື່ນອີກ, ປະຈຸບັນປະເມີນການທົ່ວແຂວງປະຕິບັດໄດ້ຫຼາຍກວ່າ 40%,ບັນດາຫົວໜ້າກຸ່ມບ້ານຕ່າງກໍ່ໄດ້ປະກອບຄໍາເຫັນລາຍງານການເກັບລາຍຮັບພາຍໃນກຸ່ມທີ່ຕົນຮັບຜິດຊອບລາຍງານຂອດທີ່ຫຍຸ້ງຍາກຊຶ່ງນອກຈາກຜົນກະທົບຂອງພະຍາດໂຄວິດ-19 ແລະຄວາມຝືດເຄືອງຂອງເສດຖະກິດຄອບຄົວຂອງປະຊາຊົນແລ້ວ, ເວລາພະນັກງານລົງໄປເກັບລາຍຮັບບາງຄອບຄົວພັດມີວຽກຈໍາເປັນບໍ່ສາມາດເຂົ້າຮ່ວມໄດ້ຈຶ່ງເຮັດໃຫ້ມີຄວາມຊັກຊ້າໄປອີກ, ອີກປັດໄຈດ້ານໜຶ່ງແມ່ນຍ້ອນເຈົ້າຂອງເນື້ອທີ່ດິນ, ເຈົ້າຂອງກິດຈະການບໍ່ຢູ່ບ້ານ ແລະໄປເຮັດວຽກຢູ່ບ່ອນອື່ນ, ການຕິດຕໍ່ພົວພັນຫຍຸ້ງຍາກ, ບາງຄົນກໍ່ມີເນື້ອທີ່ດິນຢູ່ເມືອງທຸລະຄົມແຕ່ເປັນຄົນທ້ອງຖິ່ນອື່ນ, ນອກນັ້ນກໍ່ບໍ່ມີບັນຫາຫຍັງຫຍຸ້ງຍາກ.

ທ່ານ ທອງຄັບ ວົງໄຊ ຫົວໜ້າຫ້ອງການ-ການເງິນເມືອງ ໄດ້ລາຍງານວ່າ: ເພື່ອປະຕິບັດຕາມແຜນແບ່ງຕົວເລກປະຈໍາປີຂອງແຂວງ, ຄະນະນໍາຂອງຫ້ອງການໄດ້ລາຍງານໃຫ້ການນໍາເມືອງຮັບຊາບເປັນລາຍລັກອັກສອນ, ພ້ອມຂໍທິດຊີ້ນໍາເປັນບ່ອນອີງທີ່ໜັກແໜ້ນໃນການຊີ້ນໍາຈັດຕັ້ງປະຕິບັດ, ທັງໄດ້ຈັດແບ່ງຄະນະຮັບຜິດຊອບນໍາພາພະນັກງານລົງຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ເຖິງຈະພົບຄວາມຫຍຸ້ງຍາກບາງຄັ້ງກໍ່ໄດ້ປຸກລະດົມໃຫ້ອົດທົນສູ້ຊົນຕາມແຜນການທີ່ວາງໄວ້, ຮັບປະກັນໃຫ້ການປະຕິບັດແຜນລາຍຮັບ-ລາຍຈ່າຍໃຫ້ສົມສ່ວນ, ສົມດູນສອດຄ່ອງຄຽງຄູ່ກັບການຂໍທິດຊີ້ນໍາຈາກພະແນກສາຍຕັ້ງເປັນແຕ່ລະໄລຍະ, ມາເຖິງປະຈຸບັນທົ່ວເມືອງສາມາດປະຕິບັດການເກັບລາຍຮັບໄດ້ 82% ຂອງແຜນການປະຈໍາປີ.

ຕອນທ້າຍກອງປະຊຸມ, ທ່ານ ກິຄໍາ ວົງໄຊ ໄດ້ມີຄໍເຫັນຊີ້ນໍາໂດຍເນັ້ນໜັກໃຫ້ຫົວໜ້າກຸ້ມບ້ານໃນ 5 ກຸ່ມ ໃຫ້ໄດ້ເອົາໃຈໃສ່ທີ່ສຸດຕໍ່ກັບວຽກງານດັ່ງກ່າວຄືກັບປີຜ່ານມາ, ສົມທົບກັບຄະນະກໍາມະ ການລົງຊີ້ນໍາຢ່າງແທດເຖິງ, ຖືເອົາ ວຽກງານປຸກລະດົມເປັນຕົ້ນຕໍຊີ້ແຈງໃຫ້ປະຊາຊົນ ແລະຫົວໜ່ວຍທຸລະກິດຫ້າງຮ້ານເຂົ້າໃຈຕໍ່ກັບພັນທະຕໍ່ລັດ ແລະຄວາມຈໍາເປັນອື່ນໆ, ເປັນຕົ້ນຕ້ອງກະກຽມຄວາມພ້ອມຮອບດ້ານໃນການລົງເຮັດວຽກ, ໃຫ້ນາຍບ້ານເຕົ້າໂຮມແຕ່ລະຄອບຄົວຢູ່ຫ້ອງການປົກຄອງບ້ານ ຫຼື ຈຸດທີ່ເໝາະສົມບໍ່ໃຫ້ໄດ້ທຽວໄປຫຼາຍເທື່ອ, ຖ້າຄອບຄົວໃດບໍ່ສະດວກມາອາດຈະນໍາໃຊ້ວິທີໂອນເງິນເຂົ້າບັນຊີເລີຍກໍ່ໄດ້ ຫຼືນໍາໄປເກັບຢູ່ເຮືອນເຂົາເຈົ້າເລີຍ, ແຕ່ຕ້ອງມີຄວາມຮັບປະກັນບໍ່ໃຫ້ມີຄວາມສ່ຽງຈາກເຊື້ອພະຍາດໂຄວິດ-19, ຄະນະຮັບຜິດຊອບຂັ້ນເມືອງຕ້ອງກະກຽມຜ້າປິດປາກ, ເຈລລ້າງມືໄປພ້ອມ ແລະຕ້ອງລາຍງານຜົນຂອງການລົງເຮັດວຽກໃຫ້ຄະນະຮັບຜິດຊອບຊີ້ນໍາຂັ້ນເມືອງຮັບຮູ້ນໍາເປັນແຕ່ລະໄລຍະ.