ການໃສ່ບາດເປັນຮີດຄອງປະເພນີທີ່ຊາວພຸດປະຕິບັດກັນມາແຕ່ດົນນານ, ບໍ່ວ່າຈະໃນຍາມບຸນທານຕ່າງໆ ແລະໃນຕອນເຊົ້າຂອງແຕ່ລະມື້, ຊຶ່ງຄູບາ ແລະຈົວຈະໄດ້ອອກມາບິນທະບາດ ໂດຍຈະມີພໍ່ອອກແມ່ອອກໄປໃສ່ບາດຕາມຄວາມສະດວກຂອງໃຜລາວ, ການໃສ່ບາດເປັນການເສຍສະຫຼະວັດຖຸສິ່ງຂອງອັນບໍລິສຸດຂອງຕົນແກ່ພະສົງເພື່ອເປັນການຊໍາລະລ້າງຈິດໃຈໂດຍໃຊ້ທໍາມະເຮັດໃຫ້ຈິດໃຈປາສະຈາກກິເລດ ໂລບ ໂກດ ຫຼົງໄດ້ນັ້ນຄືບຸນ.
ຕາມຫຼັກພຸດທະສາສະໜາກ່າວໄວ້ວ່າ: ການໃສ່ບາດແມ່ນການທໍາບຸນຢ່າງໜຶ່ງ ຊຶ່ງແມ່ນການເສຍສະຫຼະວັດຖຸສິ່ງຂອງອັນບໍລິສຸດຂອງຕົນແກ່ພະສົງເພື່ອເປັນການຊໍາລະ ສະສາງກີເລດຂອງຕົນໃຫ້ຄ່ອຍໝົດໄປ, ຊຶ່ງຜູ້ໃດທໍາບຸນໃສ່ບາດໃນຕອນເຊົ້າຂອງທຸກໆມື້ຈະໄດ້ຮັບກຸສົນໃຫຍ່ 9 ຂໍ້ຄື: 1) ຈະເປັນທີ່ຮັກຂອງຄົນທັງຫຼາຍຄົນທີ່ດີມີປັນຍາບໍ່ວ່າໃຜກໍຢາກຄົບຄ້າສະມາຄົມນໍາມີຊື່ສຽງທີ່ດີງາມເປັນຜູ້ທີ່ບໍ່ຫ່າງໄກທໍາມະ ແລະເມື່ອຈາກໂລກນີ້ໄປກໍຈະໄດ້ຂຶ້ນສະຫວັນຊັ້ນຟ້າ; 2) ການໃສ່ບາດທຸກມື້ເຮັດໃຫ້ຈິດໃຈຢູ່ກັບຄວາມດີ ເປັນການຝຶກຈິດໃຈໃຫ້ຢູ່ກັບການກຸສົນ ຊຶ່ງເປັນທາງແຫ່ງຄວາມຈະເລີນທີ່ພະພຸດທະເຈົ້າຕັດວ່າ: ຜູ້ທີ່ຝຶກຈິດໃຈດີແລ້ວຍ່ອມນໍາຄວາມສຸກມາໃຫ້; 3) ເປັນການຫຼຸດຄວາມເຫັນແກ່ຕົວສ້າງໃຈໃຫ້ເປັນສຸກ ແລະສ້າງສັງຄົມໃຫ້ຮົ່ມເຢັນມີການເອື້ອເຟື້ອເພື່ອແຜ່ມຸ່ງສູ່ຄວາມດີ ແລະຄວາມເສຍສະຫຼະ; 4) ເປັນການຕໍ່ບຸນກຸ ສົນໃຫ້ແກ່ຕົນເອງ ເພາະການໃສ່ບາດເປັນການເສີມບາລະມີໂດຍກົງເປັນການສ້າງທາງແຫ່ງຄວາມຮັ່ງມີລໍ້າລວຍຍິ່ງເຮັດບຸນຫຼາຍຍິ່ງໄດ້ບຸນຫຼາຍ; 5) ເພື່ອເປັນການອຸທິດສ່ວນບຸນໃຫ້ແກ່ບຸກຄົນອັນເປັນ ທີ່ຮັກທີ່ໄດ້ລ່ວງລັບໄປແລ້ວອັນເປັນການສະແດງຄວາມກະຕັນຍູຕໍ່ຜູ້ມີພະຄຸນ.
ສ່ວນອານິສົງຂໍ້ທີ 6) ເປັນການຮັກສາຮີດຄອງປະເພນີ ແລະວັດທະນະທໍາອັນດີງາມຂອງເຮົາໄວ້ເພື່ອເປັນມົນສະເໜໄວ້ຄູ່ກັບຄົນລາວຊາວພຸດຕະຫຼອດໄປ; 7) ເປັນ ແບບຢ່າງໃນການສົ່ງຕໍ່ຄວາມດີຈາກຮຸ່ນສູ່ຮຸ່ນເພື່ອໃຫ້ລູກຫຼານມີແບບຢ່າງທີ່ດີໃນການປະຕິບັດຕົນຕໍ່ວັດທະນະທໍາຮີດຄອງປະເພນີ; 8) ເປັນການສືບຕໍ່ອາຍຸພະພຸດທະ ສາສະໜາເພາະພະສົງສະມະເນນຕ້ອງຢູ່ໄດ້ດ້ວຍການບິນທະບາດລ້ຽງຊີບຫາກບໍ່ມີໃຜໃສ່ບາດເພີ່ນກໍບໍ່ມີອາຫານ ແລະກໍບໍ່ສາມາດດໍາລົງຊີບໄດ້ແລ້ວພະພຸດທະສາສະໜາກໍຈະສິ້ນລົງ; 9) ການໃສ່ບາດເປັນການສ້າງຄວາມປອງດອງໃຫ້ກັບຊາວພຸດໃນເວລາເຮັດບຸນໃສ່ບາດຈະໄດ້ພົບພໍ້ກັບຜູ້ຄົນທີ່ມີຈິດໃຈໃສສັດທາຄືກັນມາຮ່ວມເຮັດບຸນນໍາກັນສ້າງຄວາມສາມັກຄີລະຫວ່າງຄົນກັບຄົນ, ບ້ານຕໍ່ບ້ານ ແລະອື່ນໆ.
----
ໜັງສືພິມ ເສດຖະກິດ-ສັງຄົມ