ປະກາດເມືອງທ່າປາງທອງ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ

  ພິທີປະກາດຈົບຊັ້ນມັດທະ ຍົມສຶກສາຕອນຕົ້ນບຳລຸງຂອງ ເມືອງທ່າປາງທອງ ເປັນເມືອງທີ 10 ຂອງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມີນາ 2019 ນີ້, ຢູ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການເປັນ ປະທານຂອງທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີກະຊວງ  ສຶກສາທິການ ແລະກີລາ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ  ພູວັງ ເກດແກ້ວພົມພອນ ເຈົ້າເມືອງທ່າປາງທອງ, ມີຄະນະນຳຂອງເມືອງສອງຄອນ, ເມືອງພີນ, ເມືອງຊົນນະບູລີ,  ເມືອງພະລານໄຊ ແລະເມືອງລະຄອນ ເພັງ, ເມືອງວາປີ, ເມືອງຕຸ້ມລານ ແຂວງສາລະວັນ ພ້ອມດ້ວຍແຂກ ຖືກເຊີນເຂົ້າຮ່ວມ.

   ໃນພິທີ, ທ່ານເຈົ້າເມືອງທ່າປາງ ທອງ ກໍໄດ້ໃຫ້ກຽດຂຶ້ນກ່າວຕ້ອນຮັບແຂກ ແລະກ່າວເປີດພິທີຢ່າງເປັນ ການ,ຈາກນັ້ນທ່ານ ສົມມິດ ແກ້ວ ຄູນເພັດ  ຫົວໜ້າສຶກສາທິການ  ແລະ ກີລາເມືອງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ວຽກງານການຮຽນ-ການສອນຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງໃນ ທົ່ວເມືອງແມ່ນຜົນຈາກການຈັດຕັ້ງ ປະຕິບັດວຽກງານການສຶກສານອກລະບົບໂຮງຮຽນປະຊາຊົນໃນເກນ ອາຍຸລະຫວ່າງ 15-30 ປີ ໃຫ້ຈົບ ຊັ້ນມັດທະຍົມຕອນຕົ້ນບໍາລຸງຢ່າງ ໜ້ອຍໃຫ້ບັນລຸ 85% ຂຶ້ນໄປໃນນັ້ນທົ່ວເມືອງມີເປົ້າໝາຍຮຽນບຳລຸງ ຍົກລະດັບມີ  682  ຄົນ,  ຍິງ 312  ຄົນ ແລະມີນັກຮຽນເຂົ້າຮຽນ  ແລະສອບ ເສັງຈົບຕົວຈິງ  634  ຄົນ,  ຍິງ 284  ຄົນ, ເທົ່າກັບ 92,69% ທັງນີ້ກໍ່  ເພື່ອເປັນການສືບຕໍ່ປະຕິບັດຕາມ ແຜນຍຸດທະສາດປະຕິຮູບລະບົບ ການສຶກສາແຫ່ງຊາດ ໂດຍຂະ ຫຍາຍຕາໜ່າງການສຶກສາໃນ  ແລະ ນອກໂຮງຮຽນໄປພ້ອມໆກັນ ໂດຍ ອີງໃສ່ 3 ແຜນງານໃຫຍ່ທີ່ກະຊວງສຶກສາທິການ ແລະກີລາວາງອອກຄື: ແຜນງານຂະຫຍາຍໂອກາດ ເຂົ້າໂຮງຮຽນທັງໃນ ແລະນອກໂຮງ  ຮຽນ,  ແຜນງານປັບປຸງຄຸນນະພາບ ແລະຄວາມສອດສ່ອງ, ແຜນງານສ້າງຄວາມເຂັ້ມແຂງດ້ານການບໍລິຫານ ແລະຄຸ້ມຄອງການສຶກສາ, ເພື່ອເປັນບາດກ້າວໃນການຈັດຕັ້ງ ປະຕິບັດໃນການຍົກລະດັບການ ຮຽນ-ການສອນຊັ້ນມັດທະຍົມສຶກ ສາຕອນຕົ້ນບຳລຸງໃຫ້ໄດ້ຮັບຜົນສຳ ເລັດເທື່ອລະກ້າວ.

  ເພື່ອເປັນການຢັ້ງຢືນເຖິງຜົນ ງານກໍ່ຄືຜົນສຳເລັດທີ່ຄະນະນຳ ແລະຄະນະຮັບຜິດຊອບຈັດຕັ້ງການ ຮຽນ-ການສອນຍົກລະດັບການສຶກ ສາມັດທະຍົມຕອນຕົ້ນບຳລຸງ, ກະຊວງສຶກສາທິການ ແລະກີລາ ຈຶ່ງໄດ້ມອບໃບຢັ້ງຢືນ ແລະປະກາດ ເມືອງທ່າປາງທອງ  ເປັນເມືອງຈົບ ຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ ກຽດມອບໂດຍທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ແລະໃຫ້ກຽດຮັບໂດຍທ່ານ ພູວັງເກດແກ້ວ ພົມພອນ ເຈົ້າເມືອງທ່າປາງທອງ ພ້ອມນີ້, ໃນພິທີຍັງໄດ້ມອບໃບຍ້ອງ ຍໍຈາກກະຊວງສຶກສາທິການ ແລະກີລາມີ 12 ທ່ານ, ຍິງ 2 ທ່ານ, ໃບ ຍ້ອງຍໍເຈົ້າແຂວງມີ 18 ທ່ານ, ຍິງ 5 ທ່ານ, ໃບຍ້ອງຍໍຫົວໜ້າພະແນກ ສຶກສາທິການ ແລະກີລາແຂວງມີ 19 ທ່ານ, ຍິງ 4 ທ່ານ ແລະໃບ ສັນລະເສີນຂອງທ່ານເຈົ້າເມືອງມີ 58 ທ່ານ, ຍິງ 20 ທ່ານ ໃຫ້ກັບ ບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນໃນ ການຈັດຕັ້ງປະຕິບັດການຮຽນ-ການສອນໃນຊັ້ນມັດທະຍົມຕົ້ນບຳລຸງໃນນີ້ອີກດ້ວຍ.        

ນສພ ເສດຸະກິດ-ສັງຕົມ