ເມືອງພະລານໄຊ ຈະເປີດຜະລິດລະດູແລ້ງທ້າຍເດືອນນີ້

  ເມືອງພະລານໄຊ ແຂວງສະຫວັນນະເຂດ ມີແຜນເປີດການຜະລິດລະດູແລ້ງພາຍຫຼັງເກັບມ້ຽນເຂົ້ານາປີແລ້ວໂດຍລະບຸໃນທ້າຍເດືອນພະຈິກ 2021.
ທ່ານ ບັນລັງ ວົງວິໄຊ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງພະລານໄຊ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງພະລານໄຊ ຈັດຢູ່ໃນເຂດທົ່ງພຽງຊຶ່ງມີຄວາມສ່ຽງຕໍ່ໄພນໍ້າຖ້ວມໜ້ອຍແຕ່ຊໍ້າພັດປະສົບກັບໄພແຫ້ງແລ້ງຫຼາຍກວ່າ, ຊຶ່ງສະພາບທໍາມະຊາດຟ້າ-ຝົນປີນີ້ແມ່ນເອື້ອອໍານວຍແກ່ການຜະລິດດີພ້ອມຍັງບໍ່ມີການ ລະບາດຂອງສັດຕູພືດຈຶ່ງເຮັດໃຫ້ຜົນຜະລິດຂອງຊາວນາ-ຊາວກະສິກອນພາຍໃນເມືອງໄດ້ຮັບຜົນຜະລິດດີ, ໂດຍການຜະລິດປີນີ້ມີເນື້ອທີ່ປູກເຂົ້າທັງໝົດ 10.960 ເຮັກຕາ ປັກດໍາໄດ້ 100%, ຮອດປະຈຸບັນສາມາດເກັບກ່ຽວໄດ້ແລ້ວ 45%, ສ່ວນເນື້ອທີ່ປູກພືດລະດູຝົນມີ 462 ເຮັກຕາເກັບກູ້ໄດ້ 80%.
ສໍາລັບການກະກຽມໃສ່ການຜະລິດລະດູແລ້ງມີເນື້ອທີ່ປູກເຂົ້ານາແຊງ 217 ເຮັກຕາຄາດຄະເນສະມັດຕະພາບ 4 ໂຕນຕໍ່ເຮັກຕາ, ພືດຜັກ ມີ 360 ເຮັກຕາ, ມີລະບົບຊົນລະປະທານທີ່ສາມາດຕອບສະໜອງໃຫ້ແກ່ການຜະລິດລະດູແລ້ງຢູ່ 3 ແຫ່ງ, ສ່ວນຄວາມພ້ອມເປີດລະດູການຜະລິດຈະຕົກໃນໄລຍະທ້າຍເດືອນພະຈິກປີ 2021 ພາຍຫຼັງທີ່ມ້ຽນມັດເຂົ້ານາປີແລ້ວ.
   ສໍາລັບການລ້ຽງສັດທາງຫ້ອງການກະສິກໍາ ແລະປ່າໄມ້ເມືອງໄດ້ກະຕຸກຊຸກຍູ້ໃຫ້ພໍ່ແມ່ປະຊາຊົນລ້ຽງແບບຄອບຄົວໂດຍມີການຈັດຕັ້ງພະນັກງານວິຊາການຈັດສັນກັນຮັບຜິດຊອບ ແຕ່ລະກຸ່ມບ້ານຊຶ່ງທົ່ວເມືອງມີ 54 ບ້ານນອນໃນ 9 ກຸ່ມບ້ານ ເພື່ອຮັບຜິດຊອບຕິດຕາມ ແລະໃຫ້ຄວາມຮູ້ແກ່ພໍ່ແມ່ປະຊາຊົນ.