ຂ່າວ: ຣັດສະໝີ ດວງສັດຈະ
ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຊຸດທີ IX ວ່າ: ໂດຍຕາມຂໍ້ມູນຜົນການກວດສອບປີ 2019 ທີ່ສະໜອງໃຫ້ອົງການກວດກາເເຫ່ງລັດສືບຕໍ່ກວດກາລົງເລິກມີ 4 ເປົ້າໝາຍຄື: ການອະນຸຍາດໃຫ້ເຊົ່າ-ສໍາປະທານທີ່ດິນລັດ ແລະ ສໍາປະທານຂຸດຄົ້ນແຮ່ທາດ 8 ໂຄງການ, ເນື້ອທີ່ 39,84 ເຮັກຕາ ຢູ່ບັນດາແຂວງຊຶ່ງບໍ່ໄດ້ເຮັດສັນຢາເຊົ່າສໍາປະທານທີ່ດິນລັດ; ໂຄງການລົງທຶນຂອງລັດທີ່ຜ່ານສະພາແຫ່ງຊາດຮັບຮອງແຕ່ບໍ່ໄດ້ດໍາເນີນຂັ້ນຕອນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ 145 ໂຄງ ການ1.769,91 ຕື້ກີບ; ໂຄງການນອກແຜນ 3 ໂຄງການມູນຄ່າ 10,36 ຕື້ກີບ ແລະໂຄງການໄດ້ຮັບການຊໍາລະທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງ (ຈ່າຍນອກແຜນງົບປະມານ) 1ໂຄງ ການມູນຄ່າ 268,35 ຕື້ກີບ ແລະໄດ້ຮັບຊໍາລະ 255,36 ຕື້ກີບ.
ອີງຕາມມະຕິສະພາແຫ່ງຊາດສະບັບເລກທີ 14/ສພຊ, ລົງວັນທີ 14 ພະຈິກ 2020 ໂດຍມອບໃຫ້ອົງການກວດກາເເຫ່ງລັດສືບຕໍ່ກວດກາມີ 6 ເປົ້າໝາຍ ຄື: ການໃຫ້ເຊົ່າ-ສໍາປະທານທີ່ດິນລັດຍັງຄ້າງ 60 ໂຄງການເນື້ອທີ່281,17 ເຮັກຕາ (ຕາມຜົນການກວດສອບປີ 2018); ການເກັບກູ້ໜີ້ຕ້ອງຮັບທີ່ຄ້າງມອບຂອງຫົວໜ່ວຍງົບປະມານຢູ່ 9 ກະຊວງມູນຄ່າ 1.173.39 ຕື້ກີບ, ເກັບກູ້ໄດ້ແລ້ວ 207,81 ຕື້ກີບ, ຍັງຄ້າງ 965,58 ຕື້ກີບ; ກວດກາ 9 ຫົວໜ່ວຍທຸລະກິດໄດ້ກວດກາໜີ້ຕ້ອງຮັບການປ່ອຍເງິນກູ້ເພື່ອເກັບຊື້ເຂົ້າແຊກແຊງລາຄາ ແລະດັດສົມຕະຫຼາດ (ຕາມຜົນການກວດສອບປີ 2018); ກວດກາ 9 ຫົວໜ່ວຍ ໄດ້ດໍາເນີນການກວດກາສໍາເລັດ 2 ຫົວໜ່ວຍ ມູນຄ່າຕາມສັນຍາ 32 ຕື້ກີບ; ຜ່ານການກວດ ກາທັງ 2 ຫົວໜ່ວຍທຸລະກິດເຫັນວ່າມີມູນຄ່າຕົ້ນທຶນ ແລະດອກເບ້ຍທີ່ຍັງຄ້າງຊໍາລະ 27,36 ຕື້ກີບ ແລະອີກ 7 ຫົວໜ່ວຍກໍາລັງດໍາເນີນການກວດກາ; ກວດກາຢູ່ກະຊວງການເງິນຄື: 1. ກົມ ຄຸ້ມຄອງການເງິນລັດວິສາຫະກິດບໍ່ໄດ້ດັດແກ້ສັນຍາເງິນກູ້ທີ່ປ່ອຍໃຫ້ລັດວິ ສາຫະກິດເອກະຊົນກູ້ຢືມເງິນ 15,03 ຕື້ກີບ; 2. ຄັງເງິນແຫ່ງຊາດປະຈໍາສູນກາງການບັນທຶກໜີ້ຕ້ອງຮັບຈາກການຈ່າຍລ່ວງໜ້າ ແລະການສະສາງເງິນ 443,26 ຕື້ກີບ ໃນບັນຊີເງິນຝາກອົງການບໍລິຫານວິຊາການ (471) ຂອງຄັງເງິນແຫ່ງຊາດປະຈໍາສູນກາງ ແລະ ຄັງເງິນແຫ່ງຊາດປະຈໍາແຂວງ/ນະຄອນຫຼວງ; 3.ກົມງົບປະມານລາຍຮັບເພີ່ມຈາກບົດສະຫຼຸບຂາດຕົວຈໍານວນ 749,22 ຕື້ກີບ ແລະການຈ່າຍເງິນແຮເງິນບໍາເນັດຊໍາລະໜີ້ຈ່າຍລ່ວງໜ້າເກີນແຕ່ລະຮ່ວງລາຍຈ່າຍເປັນເງິນ 2.616,22 ຕື້ກີບ, ຈ່າຍ ເງິນເກີນ ແຜນງົບປະມານ 1.973,18 ຕື້ກີບ ແລະການຊໍາລະໜີ້ທີ່ມີສ່ວນຫຼຸດ 2.905,64 ຕື້ກີບ; 4. ກົມພາສີ, ການຍົກເວັ້ນ-ຫຼຸດຜ່ອນພາສີອາກອນ 2.083,37 ຕື້ກີບ ແລະກົມເງິນຕາຕ່າງປະເທດເງິນໄດ້ຮັບຈາກການກູ້ຢືມທະນາຄານຕ່າງປະເທດບໍ່ໄດ້ສະຫຼຸບເຂົ້າໃນພາກດຸນງົບປະ ມານແຫ່ງລັດ 2.230,66 ຕື້ກີບ (ຕາມຜົນການກວດສອບສົກປີ 2013-2014). ໂຄງການນອກແຜນທີ່ຍັງຄ້າງ 4 ໂຄງການ 7,94 ຕື້ກີບ (ຕາມຜົນການກວດ ສອບສົກປີ 2013-2014); ໂຄງການບໍ່ຜ່ານການປະເມີນທີ່ຍັງຄ້າງບໍ່ທັນໄດ້ ກວດກາ 94 ໂຄງການ ມູນຄ່າ 3.528,97 ຕື້ກີບ (ຕາມຜົນການກວດສອບສົກປີ 2013-2014 ແລະ2013-2016).
ກ່ຽວກັບ6ເປົ້າໝາຍທີ່ສະພາແຫ່ງຊາດມອບໃຫ້ອົງການກວດກາແຫ່ງລັດດໍາເນີນການກວດກາໄດ້ກວດກາ 1 ເປົ້າໝາຍຄື: ໜີ້ຕ້ອງຮັບການປ່ອຍເງິນກູ້ເພື່ອເກັບຊື້ເຂົ້າແຊກແຊງລາຄາ ແລະດັດສົມຕະຫຼາດ; ໄດ້ດໍາເນີນການກວດກາສໍາເລັດ 2 ຫົວໜ່ວຍ ມູນຄ່າຕາມສັນຍາ 32 ຕື້ກີບ; ຜ່ານການກວດກາເຫັນວ່າ: ມີມູນຄ່າຕົ້ນທຶນ ແລະດອກເບ້ຍທີ່ຍັງຄ້າງຊໍາລະ 27,36 ຕື້ກີບ ແລະອີກ 7 ຫົວໜ່ວຍກໍາລັງດໍາເນີນການກວດກາ, ແຕ່ຍັງບໍ່ທັນສໍາເລັດ ແລະຈະຕ້ອງໄດ້ສືບຕໍ່ກວດກາໃຫ້ສໍາເລັດ.
ທິດທາງຕໍ່ໜ້ານີ້; ເພື່ອດໍາເນີນການກວດກາບັນຫາຕ່າງໆທີ່ຍັງຄ້າງຕາມຜົນການກວດສອບປີ 2021 ແລະ ຕາມມະຕິສະພາແຫ່ງຊາດ ເລກທີ 14/ສພຊ, ຄະນະພັກ-ຄະນະນໍາຂອງອົງການກວດກາແຫ່ງລັດໄດ້ຊີ້ນໍາບັນດາກົມກ່ຽວຂ້ອງ ໃຫ້ກະກຽມຂໍ້ຕົກລົງ, ແຜນການກວດກາ ແລະຕິດຕາມ, ຊຸກຍູ້ການແກ້ໄຂຜົນການ ກວດກາຕາມຜົນການກວດສອບຕາມມະຕິສະພາແຫ່ງຊາດໄດ້ມອບໝາຍໃຫ້ພາຍຫຼັງທີ່ມີການຜ່ອນຜັນ, ອະນຸຍາດ ໃຫ້ເຄື່ອນໄຫວຂອງຄະນະສະເພາະກິດຄວບຄຸມ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສຸນກາງ.
ສືບຕໍ່ກວດກາຕາມຜົນການກວດສອບປີ 2019 ມີ 4 ເປົ້າໝາຍຄື: ການອະນຸຍາດໃຫ້ເຊົ່າ-ສໍາປະທານທີ່ດິນລັດ ແລະສໍາປະທານຂຸດຄົ້ນແຮ່ທາດ 8 ໂຄງການເນື້ອທີ່ 39,84 ເຮັກຕາ ຢູ່ບັນດາ ແຂວງ ຊຶ່ງບໍ່ໄດ້ເຮັດສັນຍາເຊົ່າສໍາປະ ທານທີ່ດິນລັດ; ໂຄງການລົງທຶນຂອງລັດທີ່ຜ່ານສະພາແຫ່ງຊາດຮັບຮອງແຕ່ບໍ່ໄດ້ດໍາເນີນຂັ້ນຕອນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ 145 ໂຄງການມູນຄ່າ 1.769,91 ຕື້ກີບ; ໂຄງການນອກແຜນ 3 ໂຄງການ, ມູນຄ່າ 10,36 ຕື້ກີບ; ໂຄງການໄດ້ຮັບການຊໍາລະທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງ (ຈ່າຍນອກແຜນງົບປະມານ) 1 ໂຄງການ ມູນຄ່າ 268,35 ຕື້ກີບ,ໄດ້ຮັບຊໍາລະທັງໝົດ 255,36 ຕື້ກີບ.
ສືບຕໍ່ກວດກາຕາມມະຕິສະພາແຫ່ງ ຊາດສະບັບເລກທີ 14/ສພຊ, ລົງວັນທີ 4 ພະຈິກ 2020 ມີ 6 ເປົ້າໝາຍຄື: ການໃຫ້ເຊົ່າ-ສໍາປະທານທີ່ດິນລັດທີ່ຍັງຄ້າງ 60 ໂຄງການ ເນື້ອທີ່ 281,17 ເຮັກຕາ (ຕາມຜົນການກວດສອບປີ 2018); ການເກັບກູ້ໜີ້ຕ້ອງຮັບທີ່ຄ້າງມອບຂອງຫົວໜ່ວຍງົບປະມານຢູ່ 9 ກະຊວງມູນຄ່າທັງໝົດ 1.173,39 ຕື້ກີບ, ເກັບກູ້ໄດ້ແລ້ວ 207,81 ຕື້ກີບ, ຍັງຄ້າງ 965,58 ຕື້ກີບ (ຕາມຜົນການກວດສອບປີ 2018); ການປ່ອຍເງິນກູ້ເພື່ອເກັບຊື້ເຂົ້າແຊກແຊງລາຄາ ແລະດັດສົມຕະຫຼາດໃຫ້ 7 ຫົວໜ່ວຍທຸລະກິດ; ກວດກາຢູ່ກະຊວງການເງິນຄື: ກົມຄຸ້ມຄອງການເງິນລັດວິສາຫະກິດ, ຄັງເງິນແຫ່ງຊາດປະຈໍາສູນກາງ, ກົມງົບປະ ມານ, ກົມພາສີ ແລະກົມເງິນຕາຕ່າງ ປະເທດ (ຕາມຜົນການກວດສອບສົກປີ 2013-2014); ໂຄງການນອກແຜນ ທີ່ຍັງຄ້າງ 4 ໂຄງການ ມູນຄ່າ7,94 ຕື້ກີບ (ຕາມຜົນການກວດສອບສົກປີ 2013-2014); ໂຄງການບໍ່ຜ່ານການປະເມີນທີ່ຍັງຄ້າງບໍ່ທັນໄດ້ກວດກາ 94 ໂຄງການມູນຄ່າ 3.528,97 ຕື້ກີບ (ຕາມຜົນການກວດສອບສົກປີ 2013- 2014 ແລະ2015-2016). ການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດກາ ຕາມຜົນການກວດສອບຂອງມະຕິສະພາແຫ່ງຊາດສະບັບເລກທີ 14/ສພຊ, ລົງ ວັນທີ 4 ພະຈິກ 2020 ທີ່ຕ້ອງສືບຕໍ່ຕິດຕາມ, ຊຸກຍູ້ ແລະເກັບກູ້ 10 ເປົ້າ ໝາຍຢູ່ບັນດາຂະແໜງການ ແລະທ້ອງ ຖິ່ນຕ່າງໆໃຫ້ໄດ້ຕາມແຜນການທີ່ວາງໄວ້.
ຕໍ່ກັບເຫດການການຍັກຍອກ; ສໍ້ໂກງ, ປອມແປງທີ່ຕົກໃນຂ່າຍການສໍ້ລາດັງຫຼວງ ຫຼືການຟອກເງິນທີ່ເກີດຂຶ້ນໃນຜ່ານມາເຮັດໃຫ້ປະເທດຊາດບອບຊໍ້າ ແລະກໍ່ເກີດໃຫ້ຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນຄືໃນຊູ່ມື້ນີ້ເປັນຍ້ອນ ມີພະນັກງານຈໍານວນບໍ່ໜ້ອຍຍັກຍອກ, ສໍ້ໂກງ-ໂກງກິນ ແລະສໍ້ລາດບັງຫຼວງຊຶ່ງປະຊາຊົນແມ່ນບໍ່ສາມາດອະໄພໃຫ້ພວກນີ້ທໍລະຍົດ ແລະ ທໍາລາຍປະເທດຊາດຕໍ່ໄປໄດ້ແລ້ວ; ສະນັ້ນ, ສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍເຂດເລືອກຕັ້ງຈຶ່ງໄດ້ສະເໜີໄປຍັງລັດຖະບານທີ່ເປັນອົງການບໍລິຫານໃຫ້ດໍາເນີນມາດຕະການຂັ້ນເດັດຂາດກັບບຸກຄົນ/ກຸ່ມຄົນ ຫຼືອົງກອນທີ່ສໍ້ລາດບັງຫຼວງຊຶ່ງຈະພາໃຫ້ອົງການຈັດຕັ້ງພັກ-ລັດອ່ອນແອທັງກະທົບຕໍ່ລະບົບເສດຖະກິດຂອງຊາດ.
ສສຊ ບາງທ່ານມີຄວາມເຫັນວ່າ: ບາງກໍລະນີຜູ້ມີສ່ວນຮ່ວມໃນການກະທໍາຜິດບໍ່ຖືກລົງໂທດແລ້ວແຕ່ຍັງເລື່ອນຊັ້ນ-ເລື່ອນຕໍາແໜ່ງ ຫຼືຖືກຍົກຍ້າຍໄປຮັບໜ້າທີ່ດີຢູ່ບ່ອນໃໝ່;ມີຫຼາຍເປົ້າໝາຍຜູ້ກະທໍາຜິດຍັງກວດກາລ່າຊ້າ, ພົບຫຍຸ້ງຍາກໃນຮູບຄະດີ; ແຕ່ຜົນເສຍຫາຍພັດມະຫາສານທີ່ເກີດທຸກປີແຕ່ເກັບກູ້ຄືນໄດ້ໜ້ອຍດຽວ; ການກວດກາຢູ່ຫຼາຍເປົ້າໝາຍບໍ່ມີຄວາມເອກະພາບ; ໂຍະຍານ,ບ່ອນອ່ອນແລ້ວແທງ-ແຂງແລ້ວເວັ້ນເຮັດໃຫ້ຜູ້ກະທໍາຜິດຈໍານວນໜຶ່ງບໍ່ຖືກລົງວິໄນ,ຂໍໃຫ້ລັດຖະບານລົງໂທດຢ່າງເດັດຂາດ ແລະ ບໍ່ມີໃຜເໜືອກົດໝາຍ; ເຫດເກີດຢູ່ບ່ອນໃດຕ້ອງຮີບຮ້ອນແກ້ຢູ່ບ່ອນນັ້ນຖ້າບໍ່ຢາກແກ້ ຫຼື ແກ້ບັນຫາບໍ່ໄດ້ຕ້ອງແກ້ໄຂຜູ້ເປັນຫົວໜ້າຢູ່ບ່ອນນັ້ນ,ກ່ຽວກັບຜົນການກວດກາ-ກວດສອບຜ່ານມາຄຸມເຄືອແກ່ຍາວ, ສັງຄົມສົນໃຈຫຼາຍໂດຍສະເພາະຄະນະກວດກາທັງສອງອົງການບໍ່ໄປຕາມແລວດຽວ; ການປະຕິບັດວິໄນຕໍ່ຜູ້ກະທໍາຜິດຕ້ອງໃສ່ໂທດທາງເບື້ອງພັກ, ເບື້ອງລັດ; ກວດກາ-ກວດສອບຕ້ອງດໍາເນີນຢ່າງມີປະສິດທິຜົນ, ເມື່ອຮູ້ຜົນຂອງການກວດກາແລ້ວຄວນນໍາເອົາຜົນດັ່ງກ່າວເຂົ້າສູ່ຂະບວນການດໍາເນີນຄະດີຕາມກົດໝາຍທັນທີນັບທາງແພ່ງ, ອາຍາ ແລະບໍລິຫານຈະເຮັດໃຫ້ສັງຄົມເພີ່ມຄວາມເຊື່ອໝັ້ນຕໍ່ບົດບາດການນໍາພາຂອງພັກ-ລັດເຮົາຊຶ່ງມີຫຼາຍປະເທດໄດ້ປະຕິບັດຢ່າງມີຜົນດີບົນພື້ນຖານການຄຸ້ມຄອງລັດດ້ວຍກົດໝາຍ.