ທະນາຄານ ເອຊີລີດາ ລາວ ຈຳກັດ ເພີ່ມຜະລິດຕະພັນເງິນຝາກກະແສລາຍວັນພິເສດ ຄາດຄະເນການລະດົມເງິນຝາກມີແນວໂນ້ມເພີ່ມຂຶ້ນ

   ຂະແໜງການທະນາຄານມີບົດບາດສຳຄັນໃນລະບົບການເງິນ ແລະເສດຖະກິດ, ໃນ​ຖາ​ນະ​ທີ່ເປັນອົງປະກອບທີ່ສຳຄັນຂອງລະບົບການເງິນ, ບັນດາທະນາຄານໄດ້ມີການຈັດສັນເງິນທຶນຈາກຜູ້ຝາກເງິນໃຫ້ແກ່ຜູ້ກູ້ຢືມຢ່າງມີປະສິດທິພາບເຊິ່ງການໃຫ້ບໍລິການທາງດ້ານການເງິນດັ່ງກ່າວນີ້ຊ່ວຍເຮັດໃຫ້ເສດຖະກິດ-ສັງຄົມໂດຍລວມມີປະສິດທິພາບສູງຂຶ້ນ. ຜູ້ຝາກເງິຈະຝາກເງິນກັບທະນາຄານເປັນປະຈຳ ແລະຈະໄດ້ຮັບຜົນປະໂຫຍດຫຼາຍຂຶ້ນຍ້ອນຜົນເນື່ອງມາຈາກການບໍລິຫານເງິນຢ່າງມີລະບຽບວິໄນ.

  ທະນາຄານ ເອຊີລີດາ ລາວ ຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດເປັນຜູ້ນຳໃນດ້ານທະນາຄານເພື່ອທຸລະກິດຂະໜາດນ້ອຍ ແລະຂະໜາດກາງໃນ ສປປ ລາວ ເຫັນເຖິງອົງປະກອບທີ່ສຳຄັນຂອງລະບົບການເງິນໂດຍສະເພາະແມ່ນການລະດົມເງິນຝາກເພື່ອສະໜອງການປ່ອຍສິນເຊື່ອໃຫ້ມີປະສິດທິພາບດັ່ງນັ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທະນາຄານ ເອຊີລີດາ ລາວ ຈຳກັດ ຈຶ່ງໄດ້ເພີ່ມຜະລິດຕະພັນເງິນຝາກກະແສລາຍວັນອີກປະເພດໜຶ່ງທີ່ມີຊື່ວ່າ: ບັນຊີກະແສລາຍວັນພິເສເຊິ່ງເປັນບັນຊີທີ່ໄດ້ຮັບອັດຕາດອກເບ້ຍ. ທະນາຄານ ເອຊີລີດາ ລາວ ຈຳກັດ ໃຫ້ການບໍລິການທາງດ້ານການເງິນທີ່ວ່ອງໄວ ແລະດີ​ທີ່​ສຸດແກ່ລູກຄ້າທຸກລະດັບໂດຍສະເພາະແມ່ນຜູ້ປະກອບການ SME ໃນທົ່ວ ສປປ ລາວ.

   ໃນໄຕມາດ 3 ປີ 2021, ທະນາຄານ ເອຊີລີດາ ລາວ ຈໍາກັດ ເຫັນເຖິງການເພີ່ມຂຶ້ນຂອງເງິນຝາກໂດຍຈໍານວນບັນຊີເພິ່ມຂຶ້ນຫຼາຍກວ່າ 7,000 ບັນຊີ. ອີງຕາມບົດລາຍງານຂອງທະນາຄານ, ຍອດເງິນທັງໝົດແມ່ນເພີ່ມຂຶ້ນປະມານ 14ຕື້ກີບ ກວມເອົາອັດຕາການຂະຫຍາຍຕົວເຖິງ 5,41% ແລະ 11,03% ຕາມລຳດັບ ເມື່ອສົມທຽບໃສ່ຜົນໄດ້ຮັບຂອງທ້າຍປີທີ່ຜ່ານມາ.

 ທ່ານ ລັດສະໝີ ຫງວນ, ຜູ້​ອຳນວຍການໃຫຍ່ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ກ່າວວ່: ເຖິງແມ່ນວ່າສະພາບການແຜ່ລະບາດໂຄວິດ-19 ຍັງຄົງເພີ່ມຂຶ້ນກໍ່ຕາມ ແຕ່ແນວໂນ້ມການຂະຫຍາຍຕົວຂອງເງິນຝາກຈາກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຄູ່ຮ່ວມ​ທຸ​ລະ​ກິດ, ລູກຄ້າປະຈຳ ແລະ ສາທາລະນະຊົນກໍຍັງມີ​ການເພີ່ມຂຶ້ນຢ່າງຕໍ່ເນື່ອງເຊິ່ງຜະລິດຕະພັນເງິນຝາກກະແສລາຍວັນພິເສດນີ້ກໍ່ຈະເປັນອີກໜຶ່ງປັດໃຈໃນການລະດົມເງິນຝາກຈາກລູກຄ້າ ແລະ ສະໜອງການປ່ອຍສິນເຊື່ອໄດ້ຢ່າງທົ່ເຖິງ, ສະນັ້ນ, ທະນາຄານພ້ອມແລ້ວທີ່ຈະໃຫ້ການບໍລິການໂດຍສະເພາະການປ່ອຍເງິນກູ້ໃຫ້ລູກຄ້າໃນທຸກຂົງເຂດຂອງຊຸມຊົນ, ທຸລະກິດຂະໜາດນ້ອຍ ແລະຂະໜາດກາງ ແລະທຸລະກິດຂະໜາດໃຫຍ່ແຕ່ລະຂະໜາດທີ່ມີຂະໜາດວົງເງິນກູ້ສູງເຖິງ 22 ຕື້ກີບ ຼື ທຽບເທົ່າ 2,4 ລ້ານໂດລາສະຫະລັດ.

 ທ່ານນາງ ໄກສອນ ລິນທອງ, ຫົວໜ້າພະແນກການຕະຫຼາດຂອງທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ກ່າວວ່າ: ຜະລິດຕະພັນເງິນຝາກກະແສລາຍວັນພິເສດເປັນອີກໜຶ່ງປະເພດບັນຊີກະແສລາຍວັນ ເຊິ່ງຈຸດພິເສດຂອງບັນຊີນີ້ແມ່ນຈະໄດ້ຮັບອັດຕາດອກເບ້ຍ ແລະນຳໃຊ້ແຊັກສຳລັບການເຄື່ອນໄຫວບັນຊີ, ດອກເບ້ຍທີ່ໄດ້ຮັບຈະມອບເຂົ້າບັນຊີລູກຄ້າໃນທຸກໆທາຍເດືອນ. ປັດຈຸບັນ, ທະນາຄານ ເອຊີລີດາ ລາວ ຈຳກັດ ໃຫ້ບໍລິການຜະລິດຕະພັນເງິນຝາກຫຼາຍປະເພດ, ລູກຄ້າສາມາດເລືອກຝາກເງິນໄດ້ຕາມຄວາມຕ້ອງການ ແລະໄດ້ຮັບອັດຕາດອກເບ້ຍທີ່ນ່າພໍໃຈ, ການເປີດບັນຊີ ແລະເຮັດທຸລະກຳໄດ້ຢ່າງສະດວກສະບາຍ ແລະຍັງສາມາດເຊື່ອຕໍ່ກັບ ACLEDA mobile application ໄດ້ເຊິ່ງລູກຄ້າສາມາດເຮັດທຸລະກຳໄດ້ທຸກວັນທຸກທີ່ທຸກເວລາ.

   ທະນາຄານ ເອຊີລີດາ ລາວ ຈຳກັດ ເປັນທະນາຄານທຸລະກິດຕ່າງປະເທດທີ່ດຳເນີນທຸລະກິດໃນ ສປປ ລາວ ມາໄດ້ 13 ປີກວ່າ, ໃນ​ລະດັບ​ພູມີພາກ, ກຸ່ມ​ເອຊີ​ລີ​ດາ​ມີ ທະນາຄານ ​ເອຊີ​ລີ​ດາ ມະຫາຊົນ ເຊິ່ງເປັນບໍລິສັດແມ ແລະມີ 5 ບໍລິ​ສັດ​ລູກຄື: ທະນາຄານ ເອຊີລີດາ ລາວ ຈຳກັດ, ບໍລິສັດຫຼັກຊັບເອຊີລີດາ, ສະຖາບັນທຸລະກິດເອຊີລີດາ, ສະຖາບັນການເງິນຈຸລະພາກມຽນມ້າ, ບໍລິສັດເອຊີລີດາອະສັງຫາລິມະຊັບ ແລະທະນາຄານຍັງມີຫ້ອງການຕົວແທນຢູ່ໃນປະເທດມຽນມາອີກດ້ວຍ,