Happy Birthday ເມື່ອ Messenger ສະຫຼອງວັນເກີດຄົບຮອບ 10 ປີ

  ພ້ອມວາງເປົ້າໝາຍສຳລັບທົດສະວັດຕໍ່ໄປໄທຂຶ້ນແທ່ນຜູ້ນຳກຸ່ມທຳອິດທີ່ເປີດຮັບເຕັກໂນໂລຊີສົ່ງຂໍ້ຄວາມສຽງປະເທດໄທເປັນໜຶ່ງໃນປະເທດທີ່ໃຊ້ງານຟີເຈີຂໍ້ຄວາມສຽງສູງສຸດເປັນອັນດັບຕົ້ນໆຂອງໂລກເຊັ່ນດຽວກັບກຳປູເຈຍ ບຣາຊິນເມັກຊິກແລະອາເມລິກາ.
  Messenger ຈາກ Facebook ໄດ້ສະຫຼອງຄົບຮອບ 10 ປີແຫ່ງ ນະວັດຕະກຳການຮຽນຮູ້ ແລະການເຕີບໂຕທີ່ມາຈາກຜູ້ຄົນທີ່ໃຫ້ຄວາມໄວ້ວາງໃຈໃນການໃຊ້ງານ Messenger ພ້ອມເປີດໂຕ 10 ຟີເຈີໃໝ່ຫຼ້າສຸດ ບົນແຟລດຟອມໂດຍຟີເຈີດັ່ງກ່າວຊຶ່ງປະກອບດ້ວຍຟີເຈີສະຫຼອງວັນເກີດ ເຊັ່ນ ເອຟເຟກ AR ພື້ນຫຼັງແບບ 360 ອົງສາແລະທີມແຊດ(Birthday AR effects, 360 Backgroud, Chat Theme) ການແຊຂໍ້ມູນການຕິດຕໍ່ (Contack Sharing) ແລະຊຸດສະຕິກເກີ “ຍອດນິຍົມ” (Greatest Hits Sticker Pack) ຖືກອອກແບບຂຶ້ນເພື່ອສ້າງຄວາມຕື່ນເຕັ້ນ ແລະຄວາມສະໜຸກສະໜານໃຫ້ກັບຜູ້ຄົນ ໃນຂະນະທີ່ພວກເຂົາເຊື່ອມຕໍ່ກັນຢ່າງໃກ້ຊິດບົນແພລດຟອມ.
  ນອກຈາກນີ້ Messenger ຍັງໄດ້ໃຊ້ຊ່ວງເວລານີ້ໃນການສະທ້ອນໃຫ້ເຫັນວ່າໃນໄລຍະເວລາ 10 ປີທີ່ຜ່ານມາ ມີການປ່ຽນແປງແນວໃດຈົນກາຍມາເປັນແພລດຟອມທີ່ປ່ຽມໄປດ້ວຍຟີເຈີເພື່ອຂັບເຄື່ອນແອພພລິເຄຊັນໃນເຄືອຂອງ Facebook ໂດຍລວມໃນຂະນະທີ່ຍັງຄົງສ້າງຄວາມສຸກໃຫ້ກັບຜູ້ໃຊ້ງານແອພພລິເຄຊັນ Messenger ຢ່າງຕໍ່ເນື່ອງພ້ອມມອບຄວາມເປັນສ່ວນຕົວ ແລະປອດໄພດ້ວຍການເຂົ້າລະຫັດຂໍ້ມູນໃນຊ່ວງເວລາທີ່ຜູ້ຄົນຫັນມາເຊື່ອມຕໍ່ກັນທາງຊ່ອງອອນລາຍຫຼາຍຂຶ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ