ຄຳມ່ວນ ບໍ່ອະນຸຍາດໃຫ້ເປີດການຂົນສົ່ງສິນຄ້າຜ່ານດ່ານທ່າເຮືອ ທ່າແຂກ-ນະຄອນພະນົມ

ແຂວງຄຳມ່ວນ ບໍ່ອະນຸຍາດໃຫ້ເປີດການຂົນສົ່ງສິນຄ້າຜ່ານດ່ານທ້ອງຖິ່ນ (ດ່ານທ່າເຮືອ) ທ່າແຂກ-ນະຄອນພະນົມ ໂດຍອະນຸຍາດໃຫ້ແຕ່ລົດຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົນເທົ່ານັ້ນ, ສ່ວນດ່ານປະເພນີ, ດ່ານທ້ອງຖິ່ນ ແມ່ນຍັງສືບຕໍ່ປິດເພື່ອປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.
ໃນກອງປະຊຸມພົບປະປຶກສາຫາລືກ່ຽວກັບວຽກງານການນຳເຂົ້າ-ສົ່ງອອກສິນຄ້າ ຢູ່ດ່ານທ້ອງຖິ່ນ (ດ່ານທ່າເຮືອ) ທ່າແຂກ-ນະຄອນພະນົມ ໃນວັນທີ 3 ພະຈິກ 2021, ຄະນະນຳຈັງຫວັດນະຄອນພະນົມປະເທດໄທໄດ້ນຳສະເໜີຕໍ່ການນຳແຂວງຄຳມ່ວນເພື່ອຄົ້ນຄວ້າປຶກສາຫາລືໃຫ້ມີການແລກປ່ຽນຊື້-ຂາຍ ສິນຄ້າຜ່ານດ່ານທ່າເຮືອ ເພື່ອເປັນການກະຕຸ້ນເສດຖະກິດຂອງສອງປະເທດກໍຄືສອງແຂວງຄຳມ່ວນ-ນະຄອນພະນົມໂດຍພາຍໃຕ້ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດເປັນຕົ້ນພະນັກງານ-ກຳມະກອນທີ່ບໍລິການສິນຄ້າຕ້ອງໄດ້ຮັບວັກຊິນຄົບໂດສ ແລະ ມີການກວດຫາເຊື້ອໂຄວິດ-19 ໃນເວລາທີ່ກຳນົດຢ່າງຕໍ່ເນື່ອງ, ການຂົນສິນຄ້າຂຶ້ນ-ລົງດ່ານ ແມ່ນໃຫ້ນຳໃຊ້ກຳມະກອນຂອງແຕ່ລະປະເທດໂດຍບໍ່ອະນຸດຍາດໃຫ້ກຳມະກອນຂອງຝ່າຍໃດຝ່າຍໜຶ່ງເຂົ້າມາໄດ້ ແລະການປະຕິບັດມາດຕະການອື່ນໆ.
ຕໍ່ກັບຄຳສະເໜີດັ່ງກ່າວ, ຝ່າຍແຂວງຄຳມ່ວນ ຍັງບໍ່ສາມາດອະນຸຍາດໃຫ້ເປີດການຂົນສົ່ງສິນຄ້າຜ່ານດ່ານທ່າເຮືອດັ່ງກ່າວໄດ້ນອກຈາກສະພາບການແຜ່ລະບາດຢູ່ ສປປ ລາວ ຈະມີການຜ່ອນຄາຍລົງ ແລະລັດຖະບານມີການຜ່ອນຜັນໄດ້ໃນຕໍ່ໜ້າ.