ວາງ 5 ແຜນນະໂຍບາຍຂັບເຄື່ອນວຽກອຸດສາຫະກຳ ແລະການຄ້າ

   ໃນໄລຍະ 5 ປີ ຕໍ່ໜ້າ (2021-2025) ກະຊວງອຸດສາຫະກຳ ແລະການຄ້າຈະສຸມໃສ່ຜັນຂະຫຍາຍ 5 ແຜນນະໂຍບາຍເພື່ອພັດທະນາທຸກຂົງເຂດວຽກງານຂອງຂະແໜງອຸດສາຫະກຳ ແລະການຄ້າໃຫ້ໄດ້ຮັບການພັດທະນາ ແລະບັນລຸຕາມເປົ້າໝາຍທີ່ວາງໄວ້.

 ຕາມການລາຍງານໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກຳ ແລະການຄ້າ ຄັ້ງທີ V ຈັດຂຶ້ນວັນທີ 2 ພະຈິກ2021 ຮູ້ວ່າ: 5  ຜນນະໂຍບາຍທີ່ກະຊວງອຸດສາຫະກຳ ແລະການຄ້າຈະສຸມໃສ່ຈັດຕັ້ງປະບັດປະກອບມີ: 1 ການເຊື່ອມໂຍງ ແລະເຊື່ອມຈອດເສດຖະກິດກັບພາກພື້ນ ແລະສາກົນໂດຍຈະສຸມໃສ່ການຮ່ວມມື ແລະເຈລະຈາການຄ້າຂອບສອງຝ່າຍ, ຫຼາຍຝ່າຍ, ອານຸພາກພື້ນ ແລະພາກພື້ນເພື່ອເປີດໂອກາດໃຫ້ສາມາດສົ່ງອອກໃຫ້ໄດ້ຫຼາຍຂຶ້ນ; ສຸມໃສ່ການສົ່ງເສີມ ແລະພັດທະນາການຄ້າຊາຍແດນ ແລະການບໍລິການໆຄ້າຜ່ານແດນຕິດພັນກັບ Logistic ໃນຍຸກແຫ່ງການເຊື່ອມໂຍງເຊື່ອມຈອດ;

2 ການພັດທະນາອຸດສາຫະກໍາ ແລະການຜະລິດເປັນສິນຄ້າຕິດພັນກັບຕະຫຼາດແມ່ນສົ່ງເສີ ລະພັດທະນາກຸ່ມອຸດສາຫະກໍາທີ່ມີຢູ່ໃນປະຈຸບັນ ແລະອຸດສາຫະກໍາທີ່ມີທ່າແຮງໃໝ່; ການຜະລິດ ແລະການບໍລິໂພກແບບຍືນຍົງ; ການສ້າງມູນຄ່າເພີ່ມ, ຍົກລະດັບຄຸນນະພາບ, ມາດຕະຖານຜະລິດຕະພັນ ແລະຜະລິດຕະພາບ; ສຸມໃສ່ການພັດທະນາໂຄງລ່າງພື້ນຖານສະໜັບສະໜູນອຸດສາຫະກໍາປຸງແຕ່ງ; ເຂດນິຄົມອຸດສາຫະກໍາ, ເຂດອຸດສາຫະກໍາຕົ້ນຕໍ, ອຸດສາຫະກໍາ ແລະການຄ້າຕາມພາກ.

3 ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລກິດໂດຍຈະສຸມໃສ່ການຄຸ້ມຄອງວິສາຫະກິດການສ້າງຖານຂໍ້ມູນ ແລະພັດທະນາອຸດສາຫະກໍາໃຫ້ເປັນລະບົບທັນສະໄໝ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດການປົກປ້ອງຜູ້ຊົມໃຊ້, ພັດທະນາສົ່ງເສີມດ້ານພື້ນຖານໂຄງລ່າງ; ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງເຮັດໃຫ້ຈໍານວນຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະກາງໃຫ້ເພີ່ມຂຶ້ນໃນລະດັບ 2% ຕໍ່ປີ; ສົ່ງເສີມການແຂ່ງຂັນທາງດ້ານການຄ້າ; ຄຸ້ມຄອງ ແລະດັດສົມໂຮງງານ; ຄຸ້ມຄອງມາດຕະຖານ, ການວັດແທກແລະຄຸນນະພາບ, ພ້ອມຄຸ້ມຄອງ ແລະສົ່ງເສີມການປົກປ້ອງຊັບສິນທາງປັນຍາ; ເນັ້ນໜັກການກວດກາການຄ້າ.

 ສຳລັບແຜນນະໂຍບາຍທີ 4 ແມ່ນ ເພີ່ມການສົ່ງເສີມ ແລະພັດທະນາການຄ້າໃຫ້ກ້າວທັນກັບສະພາບກາໝ່ແມ່ນສຸມໃສ່ສ້າງຖານຂໍ້ມູນ, ຂໍ້ມູນສະຖິຕິ ແລະພັດທະ ນາລະບົບການຄ້າທີ່ທັນສະໄໝດ້ວຍລະບົບ Eletronic ແລະນະວັດ ຕະກໍາໃໝ່ໆ, ຄົ້ນຄ້ວາ, ປັບປຸງບັນດານິ ຕິກຳລະບຽບການຕ່າງໆ, ວິເຄາະ-ວິໄຈຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະສົ່ງອອກ.

ສ່ວນແຜນນະໂຍບາຍສຸດທ້າຍ ຫຼືທີ 5 ແມ່ນຈະເພີ່ມປະສິດທິພາບການຄຸ້ມຄອງມະຫາພາກ ແລະ ການແບ່ງຂັ້ນຄຸ້ມຄອງກັບທ້ອງຖິ່ນ, ນໍາພາການຈັດຕັ້ງທຸລະກິດ ແລະຫົວໜ່ວຍທຸລະກິດທີ່ຂຶ້ນກັບອົງຄະນະພັກກະຊວງແມ່ນຈະໄດ້ສຸມໃສ່ຄົ້ນຄວ້າຜັນຂະຫຍາຍແນວທາງ, ແຜນການ, ມະຕິຂອງລັດຖະບານ  ແລະສະພາແຫ່ງຊາດທີ່ກ່ຽວຂ້ອງ, ສ້າງແຜນການລົງທຶນ, ແຜນການຮ່ວມມື, ສັງລວມ, ວິເຄາະ ແລະການສະໜອງຂໍ້ມູນສະຖິຕິ; ປັບປຸງປະສິດທິພາບການດໍາເນີນງານຂອງຂະແໜງ ອຄ; ພັດທະນາຂີດຄວາມສາມາດຂອງບຸກຄະລາກອນຂອງຂະແໜງ ອຄ, ປັບປຸງກົງຈັກການຈັດຕັ້ງ ແລະການບໍລິຫານພ້ອມທັງປະຕິບັດວຽກງານ 3 ສ້າງ ຂອງຂະແໜງ ອຄ ໃຫ້ມີປະສິດທິຜົນ; ສຸມໃສ່ຄົ້ນຄວ້າວິທະຍາສາດ-ວິທະຍາການ ແລະການພັດທະນາວິທະຍາໄລການຄ້າ; ປັບປຸງ ແລະພັດທະນາລັດວິດສາຫະກິດຂອງຂະແໜງ ອຄ; ສົ່ງເສີມ ແລະບໍລິການຂອງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ແລະສຸມໃສ່ການກວດກາລັດ.

ທັງໝົດນັ້ນກໍ່ເພື່ອຄາດໝາຍສູ້ຊົນ ຕົ້ນຕໍຮອດປີ 2025 ແມ່ນ: ລະດັບການເປີດຕົວຂອງການຄ້າ (ມູນຄ່າການຄ້າສິນຄ້າ ແລະບໍລິການຕໍ່ GDP ບໍ່ຫຼຸດ 80%), ການສົ່ງອອກສິນຄ້າອຸດສາຫະກຳກວມ 50%, ເຮັດໃຫ້ຂະແໜງອຸດສາຫະກຳປຸງແຕ່ງ ແລະການຄ້າປະກອບສ່ວນໃນການສ້າງ GDP ຂອງປະເທດໃຫ້ໄດ້ 22-23%, ແລະວິສາຫະກິດຂະໜາດນ້ອຍ ແລະກາງປະກອບສ່ວນຕໍ່ GDP 18% ຕໍ່ປີ. ຈໍານວນຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະກາງໃຫ້ເພີ່ມຂຶ້ນ 2% ຕໍ່ປີ.