ອຸດົມໄຊ ມີແຜນພັດທະນາການທ່ອງທ່ຽວເມືອງໄຊ 11 ໂຄງການ

ຂ່າວ: ແສງອາທິດ

  ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX, ກອງປະຊຸມໃຫ່ຍຄະນະພັກຮາກຖານພະແນກເຂົ້າສູ່ການປະຕິບັດຕົວຈິງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ມີໃຫ້ເກີດປະໂຫຍດສູງສຸດ, ສ້າງບາດກ້າວບຸກທະລຸ 4 ເນື້ອໃນ 4 ຄາດໝາຍ, ຮັບປະກັນທາງດ້ານສະຖຽນລະພາບໃຫ້ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນ, ຮັ່ງມີ ແລະສີວິໄລສືບຕໍ່ເອົາ ໃຈໃສ່ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ-ແນວຄິດເປັນປົກກະຕິໃຫ້ແກ່ສະມາຊິກພັກພະນັກງານລັດຖະກອນຂອງຕົນດ້ວຍການນໍາເອົາແນວທາງນະໂຍບາຍມະຕິຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດມາເຜີຍແຜ່ເຊື່ອມຊຶມຄົ້ນຄວ້າຮໍ່າຮຽນດໍາເນີນຊີວິດການເມືອງໃຫ້ເປັນປົກກະຕິ, ພັດທະນາວຽກງານທ່ອງທ່ຽວໃຫ້ແຂງແຮງ, ຮັກສາໄດ້ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະຍືນຍົງ, ປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄຸນນະພາບດີ ແລະສວຍງາມ, ຊຸກຍູ້, ສົ່ງເສີມພູມປັນຍາທ້ອງຖິ່ນເພື່ອສ້າງຜະລິດຕະພັນການທ່ອງທ່ຽວໃຫ້ຫຼາກຫຼາຍສີສັນ, ປັບປຸງການບໍລິການໆທ່ອງທ່ຽວໃຫ້ມີຄຸນນະພາບດີຂຶ້ນ.

   ດັ່ງນັ້ນວຽກງານທ່ອງທ່ຽວຈຶ່ງຈະຕ້ອງໄດ້ເພີ່ມທະວີເປັນເຈົ້າການສ້າງທຸກເງື່ອນໄຂເອື້ອອຳນວຍຄວາມສະດວກໃນການສຳຫຼວດເກັບກຳ ແລະສະໜອງຂໍ້ມູນຂ່າວສານການທ່ອງທ່ຽວພາຍໃນ ແລະຕ່າງປະເທດເພື່ອຍາດແຍງດຶງດູດການລົງທຶນ ແລະ ຄຸ້ມຄອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍພ້ອມທັງຊຸກຍູ້ສົ່ງເສີມກິດຈະກຳການທ່ອງທ່ຽວໃຫ້ກວ້າງຂວາງບໍລິການຮອງຮັບນັກທ່ອງທ່ຽວເຂົ້າແຂວງ 5 ປີຕໍ່ໜ້າໃຫ້ໄດ້ 1,25 ລ້ານຄົນຊຶ່ງມີແຜນງານຄາດໝາຍສູ້ຊົນໃນການພັດທະນາແຫຼ່ງທ່ອງທ່ຽວໃນເມືອງໄຊ ຈໍານວນ 11 ໂຄງ ການດັ່ງນີ້ສ້າງໃຫ້ເມືອງໄຊ ໃຫ້ເປັນໃຈກາງການບໍລິການທາງຜ່ານທີ່ເຂັ້ມແຂງ, ເປັນສູນກາງທາງຜ່ານທີ່ເຊື່ອມໂຍງ, ດຶງດູດການລົງທຶນພັດທະນາຮອບດ້ານ, ປັບປຸງຍົກລະດັບຂອດບໍລິການໃນທຸກດ້ານໃຫ້ໄດ້ມາດຖານສາກົນ ແລະທັນສະໄໝ.

1.  ສໍາຫຼວດເກັບກຳຂໍ້ມູນສຶກສາຄວາມເປັນໄປໄດ້ເພື່ອພັດທະນາບ້ານເຂດຈຸດສຸມນໍ້າແຫງສ້າງໃຫ້ມີເຮືອນພັກ,ໂຮມສະເຕ, ຮ້ານອາຫານ ແລະຜະລິດຕະພັນທ່ອງທ່ຽວຕ່າງໆ ແລະຊຸກຍູ້ກິດຈະກຳບໍລິການທ່ອງທ່ຽວໃຫ້ບັນດາບ້ານທາງຜ່ານສູ່ຖໍ້າຈອມອອງ.

2.  ສໍາຫຼວດແບ່ງເຂດສະຫງວນຂອງລັດ ແລະເຂດຊົມໃຊ້ຂອງປະຊາຊົນອອກໃບຕາດິນຢ່າງຖືກຕ້ອງຄຸ້ມຄອງຕາມແລວທາງ ແລະແຫຼ່ງທ່ອງທ່ຽວຖໍ້າຈອມອອງ.

3. ສໍາຫຼວດຈັດສັນທີ່ດິນຄືນໃໝ່ບໍລິເວນອ່າງນໍ້າຫີນເພື່ອອະນຸລັກຮັກສາສິ່ງແວດລ້ອມເພື່ອອຳນວຍຄວາມສະດວກໃນການລົງທຶນພັດທະນາໃຫ້ເປັນຈຸດບໍລິການ ແລະສ້າງເປັນສະຖານທີ່ທ່ອງທ່ຽວ ແລະສ້າງສິ່ງອຳນວຍຄວາມສະດວກຕາມແລວທາງເຂົ້າຫາຖໍ້າຈອມອອງ.  

4. ສໍາຫຼວດຈັດສັນເຂດພູໂທເພື່ອອະນຸລັກຮັກສາສິ່ງແວດລ້ອມຈັດສັນພື້ນກຳນົດອະນຸລັກເຂດພັດທະນາເພື່ອອຳນວຍຄວາມສະດວກແກ່ການລົງທຶນພັດທະນາຄົບວົງຈອນ.

5. ສ້າງຈຸດພັກລົດຊົມວີວ, ສູນຂໍ້ມູນທ່ອງທ່ຽວ ຈຳນວນ 1 ແຫ່ງ ລະຫວ່າງທາງແຍກຫຼັກ 24 ບ້ານ ນໍ້າບໍຕາໄກຫາຖໍ້າຈອມອອງ.

6. ສ້າງຈຸດພັກລົດຊົມວິວ, ຫ້ອງນໍ້າ, ເຂດພູນໍ້າແປ້ກລະຫວ່າງບ້ານລາງຫາບ້ານມົກຄະ 1 ແຫ່ງ.

7. ສ້າງສວນສາທາລະນະຢູ່ຕົວເມືອງໄຊ, ຈຸດສ້າງອານຸສາວະລີສັນຍາລັກຂອງແຂວງສ້າງຕະຫຼາດກາງຄືນໃນເທສະບານ ແລະຮ່ວມກັບແຂວງສ້າງຫໍຫຼັກເມືອງຂອງແຂວງ.

8. ການອະນຸລັກ, ປົກປັກຮັກສາສະຖານທີ່ປະຫວັດສາດ ແລະວັດທະນະທຳຄືບູລະນະພູ CB ຫໍພິພິທະພັນ,ວັດພູທາດ, ວັດນາໝີ, ພູເຜີ້ຍຄູວຽງເຈືອງ ບ້ານນາສ້າວ ໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ.

9. ອໍານວຍຄວາມສະດວກສະໜອງຂໍ້ມູນຂາວສານ, ຫ້ອງນໍ້າມາດຕະຖານອາຊຽນເພື່ອດຶງດູດນັກລົງທຶນມາພັດທະນາບໍລິເວນໃກ້ຄຽງຖໍ້າຈອມອອງໃຫ້ເປັນແຫຼ່ງທ່ອງທ່ຽວຄົບວົງຈອນລະດັບໜຶ່ງຂອງແຂວງກ້າວໄປເຖິງລະດັບຊາດໃນອະນາຄົດ.

10.  ສ້າງສິ່ງອຳນວຍຄວາມສະດວກ ແລະປົກປັກຮັກສາແຫຼ່ງທ່ອງທ່ຽວພູຫຍ້າຄາເຂດຫົວນໍ້າງາ ຫຼັກ 32,11  ສ້າງສີ່ງອໍານວຍຄວາມສະດວກສະໜອງຂໍ້ມູນເພື່ອດຶງດູດນັກລົງທຶນມາພັດທະນາບໍ່ນໍ້າອຸ່ນຫຼັກ 7, ຕາດຫຼັກ 11 ໃຫ້ເປັນສະຖານທີ່ບໍລິການທ່ອງທ່ຽວທີ່ໄດ້ມາດຕະຖານ, ທັງໝົດນີ້ເປັນແຜນການພັດທະນາວຽກງານການທ່ອງທ່ຽວໃນແຂວງອຸດົມໄຊ ໂດຍສະເພາະແມ່ນເມືອງໄຊເພື່ອຮອງຮັບນັກທ່ອງທ່ຽວໃນອານາຄົດ.