ສສຊ ເຂດເລືອກຕັ້ງທີ 9 ສະເໜີ 4 ບັນຫາຫຍຸ້ງການສຶກສາ

ຂ່າວ: ບຸນນິກ

  ການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ2021 ຂອງລັດຖະບານໃນກອງຊຸມສະໄໝສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.” ໜຶ່ງໃນບັນຫາພົ້ນເດັ່ນທີ່ ສສຊ ຫຼາຍເຂດເລືອກຕັ້ງໄດ້ມີຄວາມເປັນຫ່ວງ ແລະຢີບຍົກຂຶ້ນມາສະເໜີໃນທີ່ປະຊຸມເພື່ອໃຫ້ລັດຖະບານເບິ່ງຄືນກໍ່ແມ່ນການຮຽນ-ການສອນໃນຮູບແບບທາງໄກ (ອອນລາຍ) ໃນໄລຍະທີ່ມີການລະບາດຂອງ ພະຍາດໂຄວິດ-19, 

   ທ່ານ ຄໍາແສນ ສີສະວົງ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ມີຄໍາເຫັນວ່າ: 1. ເຖິງວ່າກະຊວງສຶກສາທິການ ແລະກີລາໄດ້ອອກຄໍາສັ່ງແນະນໍາກ່ຽວກັບການຮຽນ-ການສອນ ໃນໄລຍະເກີດການລະບາດຂອງພະຍາດໂຄວິດ-19 ນີ້ໃຫ້ຮຽນຜ່ານລະບົບອອນລາຍ, ຊຶ່ງໃນຄວາມເປັນຈິງແລ້ວການຮຽນຮູບແບບດັ່ງກ່າວກໍ່ມີຫຼາຍປະເທດນໍາໃຊ້ໄດ້ຢ່າງມີປະສິດທິຜົນ, 2. ເນື່ອງຈາກວ່າ, ຖ້າຫາກພວກເຮົາສາມາດໝູນໃຊ້ລະບົບການສື່ສານທີ່ທັນສະໄໝນີ້ໄດ້ຢ່າງເຕັມສ່ວນກໍ່ຈະເປັນໂອກາດໃໝ່ທີ່ຊ່ວຍເສີມສ້າງທາງດ້ານທັກສະ ແລະພັດທະນາຄວາມຮູ້ໃນດ້ານຕ່າງໆໃຫ້ແກ່ນັກຮຽນ-ນັກສຶກສາໄດ້ຢ່າງເລີກເຊິ່ງ ແລະກວ້າງຂວາງ,  3. ແຕ່ບັນຫາຫຍຸ້ງຍາກຕໍ່ການຮຽນດັ່ງກ່າວນີ້, ກໍ່ຍັງມີຫລາຍດ້ານຫຍຸ້ງຍາກ ແລະຂໍ້ຈໍາກັດຫຼາຍດ້ານເປັນຕົ້ນແມ່ນການຂາດເຂີນອຸປະກອນ (ໂທລະສັບ-ຄອມພິວເຕີ) ຂອງນັກຮຽນ, ການຮຽນທີ່ບໍ່ປົກກະຕິ, ຜູ້ປົກຄອງນັກຮຽນຈໍານວນບໍ່ໜ້ອຍບໍ່ມີເວລາບອກສອນລູກຫຼານໃນການຮຽນດັ່ງກ່າວ, ພ້ອມນີ້ສະເໜີໃຫ້ລັດຖະບານຄົ້ນຄວ້ານະໂຍບາຍຊ່ວຍເຫຼືອທາງດ້ານຄ່າຊົມໃຊ້ອິນເຕີເນັດໃຫ້ແກ່ຄູອາຈານ ແລະນັກຮຽນໄດ້ຍິ່ງເປັນການດີ, ແນວໃດກໍ່ຕາມ, ຄໍາເຫັນຂອງ ສສຊ ສ່ວນຫຼາຍ ໂດຍລວມ ແລ້ວເຫັນວ່າສອດຄ່ອງກັບການຕີລາຄາຂອງຄະນະປະຈໍາສະພາແຫ່ງຊາດ.