ກະຊວງ ອຄ ເລືອກໄດ້ຄະນະບໍລິຫານງານຊຸດໃໝ່

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຄັ້ງທີ V ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 2-3 ພະຈິກ 2021 ປິດລົງດ້ວຍຜົນສຳເລັດອັນຈົບງານໂດຍການເປັນປະທານຂອງສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດງານວຽກຂອງກະຊວງກະຊວງອຸດສາຫະກຳ ແລະການຄ້າໃນໄລຍະ 5 ປີຜ່ານມາ ແລະວາງທິາງແຜນການ 5 ປີໃນຕໍ່ໜ້າຊຶ່ງໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ 17 ສະຫາຍ ໃນນັ້ນໄດ້ເລືອກເອົາ 5 ສະຫາຍ ເປັນຄະນະປະຈຳພັກ ແລະເລືອກເອົາ 3 ສະຫາຍ ເປັນຄະນະກວດກາພັກ.

   ໃນວາລະກອງປະຊຸມດັ່ງກ່າວສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມໄດ້ຕີລາຄາສູງ ແລະສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະພັກຊຸດເກົ່າຍາດມາໄດ້ໃນໄລຍະຜ່ານມາ, ຊຶ່ງສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວຂະແໜງອຸດສາຫະກໍາ ແລະການຄ້າໄດ້ມີຄວາມພະຍາຍາມສູ້ຊົນປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຫ້າວຫັນ, ມີຄວາມຮັບຜິດຊອບ ແລະມີຜົນສໍາເລັດທີ່ເປັນພື້ນຖານ, ອັນສໍາຄັນໄດ້ເຮັດໃຫ້ວຽກງານຂະແໜງອຸດສາຫະກຳ-ການຄ້າ ໄດ້ມີການຂະຫຍາຍຕົວດີພໍສົມຄວນ.

   ສະແດງອອກໃນດ້ານມູນຄ່າຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະຫັດຖະກໍາໄດ້ມີການຂະຫຍາຍຕົວໃນອັດຕາສະເລ່ຍ 9,2% ຕໍ່ປີ; ການສົ່ງອອກຂະຫຍາຍຕົວສະເລ່ຍ 10,4% ຕໍ່ປີ; ການຕິດຕາມກວດກາ ແລະຄຸ້ມຄອງສິນຄ້າຍຸດທະສາດ ແລະສິນຄ້າທີ່ກະທົບໄວຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນດ້ວຍວິທີການດັດສົມການສະໜອງ ແລະຄວາມຕ້ອງການ ແລະຄຸ້ມຄອງດ້ວຍໂຄງປະກອບລາຄາໄດ້ດຳເນີນໄປຢ່າງໃກ້ຊິດເຮັດໃຫ້ລາຄາສິນຄ້າໂດຍທົ່ວໄປຢູ່ໃນສະພາບປົກກະຕິ ແລະເໜັງຕີງໃນລະດັບທີ່ສາມາດຄວບຄຸມໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກໄດ້ດີພໍສົມຄວນ.

  ນອກນັ້ນຍັງເນັ້ນໃຫ້ຄະນະພັກຊຸດໃໝ່ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ປະສົບຜົນສຳເລັດເປັນກ້າວໆ, ເພື່ອເຮັດແນວໃດໃຫ້ຂະແໜງອຸດສາຫະກໍາ ແລະການຄ້າເປັນຫົວຈັກຂັບເຄື່ອນຊຸກຍູ້ການຜະລິດຕາມທິດພັດທະນາແບບຍືນຍົງ ແລະສີຂຽວ, ສົ່ງເສີມການຂະຫຍາຍຕົວຂອງຂະແໜງການບໍລິການ ໂດຍແນໃສ່ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ພ້ອມນັ້ນ, ການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການຄ້າ ແລະການລົງທຶນເພື່ອສົ່ງເສີມການເຊຶ່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະສາກົນ ແລະຍາດແຍ່ງຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ.