ລັດຖະບານ ເອົາຈິງກັບ 2 ວາລະແຫ່ງຊາດ

ຂ່າວ: ຣັດສະໝີ ດວງສັດຈະ 

   ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX; ທ່ານນາຍົກ ພັນຄໍາ ວິພາວັນ ໄດ້ຢືນຢັນວ່າ: ຈະສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະວາລະວ່າດ້ວຍບັນຫາຢາເສບຕິດເປັນວຽກງານບູລິມະສິດຮີບດ່ວນໂດຍດໍາເນີນໄປບົນພື້ນຖານຍຶດໝັ້ນ 3 ຫຼັກການຕົ້ນຕໍ: ເດັດຂາດ, ໂປ່ງໃສແລະມືອາຊີບຫຼືຫຼັກວິຊາການແນໃສ່ຜ່ານຜ່າຄວາມຫຍຸ້ງຍາກ ແລະພັດທະນາເສດຖະກິດຂອງປະເທດເຮົາໃຫ້ມີການຫັນປ່ຽນໃໝ່ໃນຕໍ່ໜ້າ.

 ລັດຖະບານ; ສຸມໃສ່ປະຕິບັດສໍາລັບແຜນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດແລະແຜນງົບປະມານແຫ່ງລັດແລະແຜນປີ 2022 ໂດຍຕັດສິນໃຈສ້າງທ່າຫັນປ່ຽນຢ່າງແຂງແຮງແລະບຸກທະລຸໃນຂົງເຂດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານໂດຍເນັ້ນ 9 ບັນຫາໃນນີ້ການຈັດເກັບລາຍຮັບເປັນຕົ້ນປັບປຸງການຈັດເກັບລາຍຮັບພາສີ-ອາກອນ, ຄ່າທໍານຽມຕ່າງໆ ແລະຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງຂຶ້ນ, ສູ້ຊົນເກັບລາຍຮັບໃຫ້ໄດ້ຄົບຖ້ວນທັງຮັດແຄບຊ່ອງວ່າງຂອງການຮົ່ວໄຫຼໃນການຈັດເກັບລາຍຮັບ; ກໍານົດມາດຕະການແກ້ໄຂການນໍາເຂົ້າສິນຄ້າທີ່ປະຕິບັດບໍ່ຖືກຕ້ອງ, ເອົາໃຈໃສ່ເປັນພິເສດຕໍ່ສິນຄ້າຍຸດທະສາດ ແລະກໍາໃຫ້ໄດ້ບັນດາສິນຄ້າທີ່ນໍາເຂົ້າລາຍໃຫຍ່, ແກ້ໄຂການຍົກເວັ້ນພາສີ-ອາກອນນໍາເຂົ້າພາຫະນະ, ນໍ້າມັນເຊື້ອໄຟ, ວັດສະດຸ ກໍ່ສ້າງ, ສິນຄ້າອຸປະໂພກ-ບໍລິໂພກລວມທັງເພີ່ມຄວາມເຂັ້ມງວດການລັກລອບ ນໍາເຂົ້າສິນຄ້າຢູ່ບັນດາດ່ານຊາຍແດນເພື່ອອັດຊ່ອງຫວ່າງ; ສືບຕໍ່ປະຕິບັດມາດຕະການຕໍ່ບຸກຄົນແລະນິຕິບຸກຄົນທີ່ຊຸກເຊື່ອງ ຫຼືຄອບຄອງສິນຄ້າທີ່ບໍ່ທັນເສຍພາສີ-ອາກອນລວມທັງພາຫະນະ (ລົດ) ທີ່ນໍາໃຊ້ປ້າຍບໍ່ຖືກຕ້ອງ; ກວດກາ ແລະປັບປຸງຄືນຂະແໜງການທີ່ອອກໃບທະບຽນທຸລະກິດ, ການເຂົ້າຫາແຫຼ່ງທຶນ ແລະການໃຫ້ນະໂຍບາຍສົ່ງເສີມການລົງທຶນໃຫ້ສອດຄ່ອງກັບກົດໝາຍ; ສຸມໃສ່ປະຕິບັດຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດແລະດໍາລັດວ່າດ້ວຍລົດຂອງລັດໃຫ້ເປັນຮູບປະທໍາໄວຂຶ້ນ. ນອກນີ້, ຈະປະຕິບັດນະໂຍບາຍຫັນການໃຊ້ພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟສູ່ການນໍາໃຊ້ລົດພະລັງງານໄຟຟ້າໃຫ້ຫຼາຍຂຶ້ນ... 

   ສືບຕໍ່ຄຸ້ມຄອງ, ແກ້ໄຂບັນຫາໜີ້ສິນເປັນຕົ້ນໜີ້ທີ່ລັດຖະບານເປັນຜູ້ຄໍ້າປະກັນ, ໜີ້ພາຍໃນ, ໜີ້ຕ່າງປະເທດ ແລະໜີ້ນອກແຜນ, ບົນພື້ນຖານນັ້ນໄດ້ປັບປຸງແຜນຊໍາ ລະສະສາງໜີ້ສິນໃຫ້ເປັນລະບົບຈົນຮອດ ປີ 2025; ຄົ້ນຄ້ວາກ່ຽວກັບການໄປອອກ ພັນທະບັດຢູ່ຕະຫຼາດສາກົນ, ຫຼັກການຄຸ້ມຄອງໜີ້ສິນຂອງສາກົນມາປະຕິບັດຢ່າງ ເຂັ້ມງວດ; ສືບຕໍ່ປັບປຸງແກ້ໄຂບັນຫາເງິນຕາປັ່ນປ່ວນທີ່ເກີດມາຈາກການຂາດດູນງົບປະມານ, ຂາດດູນການຄ້າ, ຂາດດຸນການຊໍາລະສະສາງກັບຕ່າງປະເທດຕໍ່ເນື່ອງຫຼາຍປີ, ໜີ້ສາທາລະນະສູງ, ຄັງສໍາຮອງມີຈໍາກັດແລະທະນາຄານພາຍໃນປະເທດຂາດສະພາບຄ່ອງບວກກັບກົນໄກນອກລະບົບທີ່ເກງກໍາໄລຈາກການຜັນຜວນຂອງຄ່າເງິນແລະຄວາມບໍ່ສົມດູນກັນລະຫວ່າງການສະໜອງ ແລະຄວາມຕ້ອງການດ້ານເງິນຕາ; ການແກ້ໄຂບັນຫາດ້ວຍການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ, ປະຢັດ ແລະຕ້ານການຟຸມເຟືອຍ, ສົ່ງເສີມການຜະລິດແລະການສົ່ງອອກສິນຄ້າ, ປັບປຸງລະບົບທະນາຄານແລະຄຸ້ມຄອງຮ້ານ ແລກປ່ຽນເງິນຕາເຂົ້າສູ່ລະບົບຢ່າງເຂັ້ມ ງວດ. ສໍາລັບລັດວິສາຫະກິດເກືອບທັງໝົດດໍາເນີນທຸລະກິດມີປະສິດທິຜົນຕໍ່າ ແລະສ້າງໜີ້ສິນມະຫາສານຕົກເປັນພາລະໃຫ້ແກ່ລັດຕ້ອງປະຕິບັດຕາມທິດປະຕິຮູບຕາມລະບຽບການ; ໃນຕໍ່ໜ້າຈະດໍາເນີນການປະຕິຮູບຄວບຄູ່ກັບການກວດກາໂດຍຈະບໍ່ລໍຖ້າໃຫ້ການກວດກາ, ຈະດໍາເນີນຄູ່ຂະໜານກັນໄປຖ້າກວດກາເຫັນມີບັນຫາຈະດໍາເນີນການແກ້ໄຂຕາມກົດໝາຍຢ່າງເຂັ້ມງວດ ແລະເດັດຂາດ.

   ສືບຕໍ່ສີ່ງເສີມການລົງທຶນຂອງພາກເອກະຊົນທັງພາຍໃນແລະຕ່າງປະເທດໃນໂຄງການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມຂະໜາດໃຫຍ່; ສືບຕໍ່ຍູ້ແຮງການຜະລິດ, ການບໍລິການ, ການນໍາເຂົ້າ-ສົ່ງອອກສິນຄ້າປະເພດຕ່າງໆຕິດພັນກັບການສຸມໃສ່ພັດທະນາຂົງເຂດວັດທະນາທໍາ-ສັງຄົມໂດຍມອບໃຫ້ແຕ່ລະຂະແໜງການຮ່ວມກັບຜູ້ປະກອບການປັບປຸງແຜນການ, ແຜນງານ ໂຄງການຕົວຈິງໃຫ້ຄົບວົງຈອນ, ການອະນຸມັດໂຄງການ, ການເຂົ້າເຖິງແຫຼ່ງທຶນແລະການຕະຫຼາດ; ສູ້ຊົນພັດທະນາເສດຖະກິດດີຈິຕອນໃຫ້ເປັນຮູບປະທໍາ.

ການແກ້ໄຂບັນຫາໂຄວິດ-19 ສືບຕໍ່ສັກວັກຊີນໃຫ້ຫຼາຍຂຶ້ນ;ສະນັ້ນຕ້ອງຄົ້ນຄ້ວາ ແລະກໍານົດແຜນຍຸດທະສາດໃນຕໍ່ໜ້າໃຫ້ແທດເໝາະກັບສະພາບຕົວຈິງໂດຍສະເພາະການກຽມຄວາມພ້ອມແຕ່ລະດ້ານໃນການເປີດປະເທດລວມທັງການເປີດເສັ້ນທາງລົດໄຟລາວ-ຈີນໄປຄຽງຄູ່ກັບການຮັກສາສຸຂະພາບ ແລະປົກປ້ອງຊີວິດຂອງປະຊາຊົນໂດຍສຸມໃສ່ຊອກຫາແລະສັກວັກຊິນໃຫ້ປະຊາຊົນລາວໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ຫຼາຍກວ່າ 50% ຂອງພົນລະເມືອງ.