ລາວ-ຫວຽດນາມ ເພີ່ມຮ່ວມມືດ້ານ ຮສສ

   ກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມ (ຮສສ) ລາວ-ຫວຽດນາມ ຄັ້ງທີ VII ໄຂຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 2 ພະຈິກ 2021 ( ດ້ວຍຮູບແບບທາງໄກ ). ເພື່ອເປັນການເພີ່ມທະວີການຮ່ວມມືດ້ານແຮງງານ ແລະສະຫວັດດີການສັງຄົມຂອງສອງພັກສອງລັດຖະບານ, ເວົ້າສະເພາະກໍ່ຄືສອງກະຊວງໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ.
  ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກປະຊາຊົນປະຕິວັດລາວລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ (ຮສສ ), ສປປ ລາວ ແລະ ທ່ານ ດາວ ຫງອກ ຢຸງ ກຳມະການສູນກາງພັກຄອມມຸຍນິດຫວຽດນາມ, ລັດຖະມົນຕີກະຊວງແຮງງານ-ເສຍອົງຄະ ແລະສັງຄົມແຫ່ງ ສສ ຫວຽດນາມ ໂດຍມີບັນດາຮອງລັດຖະມົນຕີ, ຄະນະນຳ ແລະພະນັກງານວິຊາການຂອງສອງກະຊວງດັ່ງກ່າວເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມລາວ ແລະ ຫວຽດນາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ທີ່ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສະພາບການແຜ່ລະບາດຂອງພະຍາດ COVID-19 ຍັງສືບຕໍ່ສ້າງຄວາມສັບສົນຢູ່ສອງປະເທດ. ແນວໃດກໍ່ຕາມ, ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ຊຶ່ງໄດ້ຮັບການເສີມຂະຫຍາຍໃນທຸກຂົງເຂດວຽກງານອັນໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ນັບເພີ່ມຂຶ້ນໂດຍສະເພາະແມ່ນ ການຮ່ວມມືໃນດ້ານແຮງງານ ແລະສະຫວັດດີການສັງຄົມໃຫ້ນັບມື້ຫັນໄປສູ່ລວງເລິກ ແລະເປັນຮູບປະທໍາຫຼາຍຂຶ້ນ.
   ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສໍາຄັນຢ່າງໃຫຍ່ຫຼວງໂດຍຈະໄດ້ທົບທວນຄືນການຮ່ວມມືຂອງສອງກະຊວງໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດແຮງງານ ແລະສະຫວັດດີການສັງຄົມລາວ ແລະຫວຽດນາມ, ສັນຍາວ່າດ້ວຍການຮ່ວມ ມືດ້ານແຮງງານລາວ ແລະ ຫວຽດນາມ ແລະບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມລາວ ແລະຫວຽດນາມຄັ້ງທີ VI ປີ 2019 ຜ່ານມາ, ພ້ອມທັງຈະໄດ້ວາງແຜນການຮ່ວມມືກັນໃນຕໍ່ໜ້າເພື່ອພ້ອມກັນເພີ່ມທະວີການຮ່ວມມືດ້ານແຮງງານ ແລະສະຫວັດດີການສັງຄົມ ຂອງສອງປະເທດ ລາວ ແລະຫວຽດນາມໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະມີຜົນສຳເລັດຫລາຍກ່ວາເກົ່າ.
   ພ້ອມດຽວກັນນັ້ນ, ຍັງກໍ່ໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມວິຊາການຂອງຄະນະຜູ້ແທນສອງຝ່າຍຊຶ່ງໄດ້ປຶກສາຫາລື ແລະແລກປ່ຽນຄຳຄິດເຫັນກ່ຽວກັບຜົນສຳເລັດໃນການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມໃນໄລຍະປີ 2019-2021 ທີ່ຜ່ານມາ ແລະ ຜົນການປຶກສາຫາລືກ່ຽວກັບເນື້ອໃນແຜນການຮ່ວມມືໃຫ້ມີຄວາມຊັດເຈນ ແລະສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນ.
 ພ້ອມນີ້, ລັດຖະມົນຕີຂອງສອງກະຊວງໄດ້ເອກະພາບຕໍ່ເນື້ອໃນບົດລາຍງານຜົນສຳເລັດການຮ່ວມມືດ້ານແຮງງານ ແລະສະຫວັດດີການສັງຄົມໄລຍະ 2019-2021 ແລະໄດ້ລົງນາມດ້ວຍຮູບແບບແລກປ່ຽນໃສ່ “ຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດແຮງງານ ແລະສະຫວັດດີການສັງຄົມລະຫວ່າງກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງ ແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ” ແລະ ແຜນການຮ່ວມມືໄລຍະ 2021-2025 ຕື່ມອີກ.