ໄຕມາດ 3 JDB ມີກຳໄລ 100 ກວ່າຕື້ກີບ

ຂ່າວ: ພະນອມໄພ

 ວັນທີ 29 ຕຸລາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາໄດ້ມີພິທີຊົມເຊີຍຜົນສໍາເລັດຂອງການດໍາເນີນທຸລະກິດໄຕມາດ 3 ປີ 2021, ແລະຄາດຄະເນ 3 ເດືອນທ້າຍປີ, ເປັນກຽດເຂົ້າຮ່ວມໂດຍທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານພ້ອມດ້ວຍຜູ້ບໍລິຫານລະດັບສູງກໍ່ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

   ກ່າວເປີດພິທີຢ່າງເປັນທາງການໂດຍທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບຜົນປະກອບການດໍາເນີນທຸລະກິດບັນລຸເປົ້າໝາຍ KPI ຕົວເລກກໍາໄລປະຕິບັດໄດ້ 100 ກວ່າຕື້ກີບ,  ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ຍັງເຮັດໃຫ້ການດໍາເນີນທຸລະກິດເປັນໄປຢ່າງປົກກະຕິ, ຍ້ອນຄວາມເອົາໃຈ ໃສ່ຂອງຜູ້ບໍລິຫານ ແລະພະນັກງານທຸກຄົນ, ເຮັດວຽກເປັນທີມມີຄວາມສາມັກຄີເປັນເອກະພາບກັນບໍລິການລູກຄ້າດ້ວຍຄວາມຊື່ສັດໂປ່ງໃສເຮັດໃຫ້ລູກຄ້າມີຄວາມເຊື່ອໝັ້ນ ແລະ ການຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງກໍ່ຄືທະນາຄານແຫ່ງ ສປປ ລາວ, ທະນາຄານຮ່ວມພັດທະນາຈະສືບຕໍ່ແຜນການ 3 ເດືອນທ້າຍປີ 2021 ທີ່ວາງໄວ້ໃຫ້ບັນລຸຜົນກໍາໄລ 150 ຕື້ກີບ, ຊຶ່ງເປັນຄວາມທ້າທາຍສົມຄວນທີ່ຜູ້ບໍລິຫານ ແລະພະນັກງານທຸກຄົນຕ້ອງໄດ້ສຸມທຸກສະຕິປັນຍາ ແລະຄວາມສາມາດບົມຊ້ອນຂອງຕົນເພື່ອເຮັດໃຫ້ການດໍາເນີນທຸລະກິດໄປຕາມແຜນການທີ່ຕັ້ງໄວ້, ທະນາຄານຮ່ວມພັດທະນາຈະຮັກສາຖານລູກຄ້າເກົ່າໄວ້ ແລະຂະຫຍາຍລູກຄ້າໃໝ່ໃຫ້ກວ້າງຂວາງການປ່ອຍສິນເຊື່ອເຫັນວ່າເພີ່ມຂຶ້ນຫຼາຍເທົ່າຕົວເມື່ອປຽບທຽບໃສ່ປີຜ່ານມາພ້ອມດຽວກັນນີ້ຕ້ອງໄດ້ສູ້ຊົນວາງແຜນການຕໍ່ໜ້າສົກປີ2021.

   ໃນຕອນທ້າຍຂອງກອງປະຊຸມທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາກໍ່ໄດ້ໃຫ້ກຽດເປີດແຊມເປນເພື່ອສະເຫຼີມສະຫຼອງຜົນສໍາເລັດຂອງທະນາຄານຮ່ວມພັດທະນາກໍ່ຄືຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນທີ່ຍາດມາໄດ້ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາເຕີບໃຫຍ່ໄປພ້ອມກັນ”.