2021 ເສດຖະກິດລາວ ຈະເຕີບໂຕ 3%, ລາຍຮັບ 10 ເດືອນເກືອບໄດ້ 20,4 ພັນຕື້ກີບ

 ປີ 2021 ແມ່ນອີກປີທີ່ໂລກກໍ່ຄື ສປປ ລາວ ປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດອັນມີຜົນມາຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ປະກອບກັບຄວາມຫຍຸ້ງຍາກດ້ານງົບປະມານທີ່ແກ່ເວລາມາຫຼາຍປີເຮັດໃຫ້ໝົດປີນີ້ເສດຖະກິດຂອງລາວຈະຫຍາຍຕົວ 3% ຫຼຸດແຜນທີ່ມະຕິສະພາຮັບຮອງໄວ້ 4% ຂຶ້ນໄປ ຂະນະທີ່ດ້ານລາຍຮັບໃນ 10 ເດືອນ ຂອບເຂດທົ່ວປະເທດເກັບໄດ້ແລ້ວ 74% ຫຼື ທັງໝົດ 20.436 ຕື້ກີບ ຄາດໝົດປີຈະບັນລຸໄດ້ 98% ຂອງແຜນການປີ.

   ຕາມຂໍ້ມູນຂອງລັດຖະບານລາຍງານໃນມື້ເປີດກອງປະຊຸມສະໄໝສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນໄລຍະຜ່ານມາລັດຖະບານໄດ້ພະຍາຍາມບຸກບືນ, ສູ້ຊົນຢ່າງຕັ້ງໜ້າ ແລະເຮັດສຸດຄວາມສາມາດແກ້ໄຂບັນຫາໂດຍໄດ້ໃຊ້ມາດຕະການເບື້ອງຕົ້ນຈຳນວນໜຶ່ງເປັນຕົ້ນໄດ້ພະຍາຍາສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ, ສູ້ຊົນຊຳລະສະສາງໜີ້ສິນທັງພາຍໃນ ແລະຕ່າງປະເທດ, ພ້ອມທັງໄດ້ລະດົມການປະກອບສ່ວນຂອງຜູ້ປະກອບການພາຍໃນເຂົ້າຮ່ວມໃນການຊຳລະສະສາງໜີ້ສິນຕໍ່ຕ່າງ ປະເທດສຳເລັດຕາມແຜນການສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຕົກຢູ່ໃນສະພາບວິກິດ, ພ້ອມກັນນີ້ກໍ່ໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງເພື່ອບືນຕົວກ້າວຕໍ່ໄປຄາດວ່າໝົດປີ 2021 ຈີດີພີຈະຂະຫຍາຍຕົວໃນລະດັບ 3% (ມະຕິສະພາ4% ຂຶ້ນໄປ).

ລັດຖະບານເປີດເຜີຍຕື່ມວ່າ: ປີ 2021 ນີ້, ຂະແໜງກະສິກໍາເພີ່ມຂຶ້ນ 2,5%, ອຸດສາຫະກໍາເພີ່ມຂຶ້ນ4,9%, ການບໍລິການເພີ່ມຂຶ້ນ 1,2% ແລະພາສີ-ອາກອນເພີ່ມຂຶ້ນ 2,8%.

ຂະນະທີ່ຂະແໜງການທີ່ຈະເປັນທ່າແຮງຊ່ວຍຂັບເຄື່ອນລະບົບເສດຖະກິດມະຫາພາກໃຫ້ສືບຕໍ່ຂະຫຍາຍຕົວຈະເປັນປະເພດການກໍ່ສ້າງ, ການສື່ສານ,ບໍ່ແຮ່, ສ້ອມແປງພາຫະນະ, ການຂາຍຍົກ-ຂາຍຍ່ອຍ, ບໍລິການການເງິນ, ປະກັນໄພ, ລະບົບຮັກສາສຸຂະພາບ ແລະໄຟຟ້າ, ສ່ວນຂະແໜງທີ່ ກະທົບຕໍ່ລະບົບເສດຖະກິດເຮັດໃຫ້ບໍ່ບັນລຸແຜນແມ່ນຂົງເຂດບໍລິການເປັນຕົ້ນ: ຮ້ານອາຫານ, ໂຮງແຮມ ແລະ ຂົນສົ່ງ. ແນວໃດກໍ່ຕາມ, ການຂົນສົ່ງໂດຍສານຄາດວ່າຈະກັບຄືນມາດີຂຶ້ນໃນໄຕມາດ 4 ຍ້ອນມີການເປີດທາງລົດໄຟລາວ-ຈີນ ໃນທ້າຍປີນີ້.

   ສຳລັບດ້ານລາຍຮັບງົບປະມານໃນ 10 ເດືອນຜ່ານມາປະຕິບັດໄດ້ທັງໝົດ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ຊຶ່ງເຫັນວ່າຍັງມີຄວາມທ້າທາຍຫຼາຍສົມຄວນເມື່ອທຽບໃສ່ໄລຍະ ເວລາທີ່ຍັງເຫຼືອ, ແຕ່ລັດຖະບານຈະພະຍາຍາມຊຸກຍູ້ການຈັດເກັບລາຍຮັບ ແລະຂຸດຄົ້ນແຫຼ່ງລາຍຮັບໃໝ່ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ,ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະອື່ນໆບົນພື້ນຖານນັ້ນຈະສາມາດຄາດຄະເນສະເລ່ຍລາຍຮັບຈະປະຕິບັດໄດ້ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ.

   ສຳລັບດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 19.012 ຕື້ກີບ, ເທົ່າກັບ 60% ຂອງແຜນການປີ, ລາຍຈ່າຍສ່ວນໃຫຍ່ແມ່ນການເບີກຈ່າຍເງິນເດືອນ ແລະເງິນນະໂຍບາຍຕ່າງໆ ພ້ອມກັນນີ້, ຍັງໄດ້ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.

   9 ເດືອນຜ່ານມາ, ສໍາລັບມູນຄ່າການສົ່ງອອກບັນລຸໄດ້ 5.611 ລ້ານໂດລາສະຫະລັດ ເທົ່າກັບ 85% (ມະຕິສະພາ 6.582 ກວ່າລ້ານໂດລາສະຫະລັດ) ແລະມູນຄ່າການນໍາເຂົ້າບັນລຸໄດ້ 4.452 ລ້ານໂດລາສະຫະລັດ ເທົ່າກັບ 69,7% (ມະຕິສະພາ 6.384 ກວ່າລ້ານໂດລາສະຫະລັດ) ໝາຍວ່າເກີນດຸນປະມານ 1.160 ລ້ານໂດລາສະຫະລັດ.

    ສ່ວນການລົງທຶນຂອງລັດໃນ 9 ເດືອນນີ້ແມ່ນໄດ້ສະເໜີການເບີກຈ່າຍທັງໝົດ 5.047 ໂຄງການ, ລວມມີມູນຄ່າ 2.176,62 ຕື້ກີບເທົ່າກັບ 56% ຂອງແຜນການ (ມະຕິສະພາ 3.900 ຕື້ກີບແລະ ໄດ້ເບີກຈ່າຍຕົວຈິງຜ່ານລະບົບຄັງເງິນກະຊວງການເງິນລວມມີມູນຄ່າທັງໝົດ 1.378,76 ຕື້ກີບ ເທົ່າກັບ 35,35% ຂອງແຜນການ.