“ແມ່ເຈົ້າດາລາໄລ” ແລະ“ດອກຄູນ” ສອງບົດບາດໜ້າຈັບຕາຂອງ ລູກນໍ້າ ທິດາລັດ

  ຖືວ່າເປັນອີກສອງບົດບາດທີ່ໜ້າຈັບຕາໃນການສະແດງຮູບເງົາຂອງລູກນໍ້າ ທິດາລັດ ນາງສາວລາວໃນຮູບເງົາ “ສິ້ນລາຍຫົງ” ແລະ“ ດອກຄູນສຽງແຄນ” ທີ່ໄດ້ສະແດງຮ່ວມກັບເຫຼົ່າດາລານັກສະແດງປະເທດເພື່ອບ້ານ, ຊຶ່ງອອກສູ່ສາຍຕາທ່ານຜູ້ຊົມທັງສອງຝັ່ງແມ່ນໍ້າຂອງລາວ-  ໄທໄປແລ້ວໂດຍຜ່ານໂທລະພາບຊ່ອງ 8 ຂອງໄທໃນຮູບເງົາ “ສິ້ນລາຍຫົງ”  ຮັບບົດເປັນແມ່ເຈົ້າດາລາໄລ.

  ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວ ປະຈໍາປີ 2011 ຫຼາກຫຼາຍຄວາມສາມາດໃນວົງການບັນເທີງລາວບໍ່ວ່າຈະເປັນການຖ່າຍແບບ,ເດີນແບບ ຫຼື ການສະແດງ, ລ້າສຸດໄດ້ມີຜົນງານການສະແດງຮູບເງົາຮ່ວມກັບນັກສະແດງປະເທດໄທໃນຮູບເງົາ “ສິ້ນລາຍຫົງ” ແລະ“ດອກຄູນ ສຽງແຄນ”. ສໍາລັບຮູບເງົາ “ສິ້ນລາຍຫົງ” ລູກນໍ້າ ໄດ້ຮັບບົດບາດເປັນແມ່ເຈົ້າດາລາໄລຄູ່ຮັກຄົນໃໝ່ຂອງພະຂັດຕິຍະລາດສະມັງກູນເປັນຜູ້ດີເຊື້ອສາຍເຈົ້າລາວ-ຫຼວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ, ທັງເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນຊຶ່ງອອກອາກາດຜ່ານ ໂທລະພາບຊ່ອງ 8 ຂອງໄທ ແລະໄດ້ປະກົດຕົວ ໃນວັນທີ 17 ທັນວາ 2018, ຊຶ່ງລູກນໍ້າໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມທີ່ກ່າວຍ້ອງທັງໃນເລື່ອງຂອງບົດບາດການສະແດງ ແລະ ການໃຊ້ພາສາທີ່ອ່ອນຊ້ອຍ ແລະ ຖືກຫຼັກຊັດຖ້ອຍຄໍາຟັງແລ້ວມ່ວນຫູ, ໂດຍໄດ້ສະແດງຮ່ວມກັບໃບເຕີໃນບົດ “ສະອາງ” ຕົວເອກທີ່ຄາດແຄ້ນໃນເລື່ອງ ອີກດ້ວຍ.  

   ສ່ວນ “ດອກຄູນສຽງແຄນ” ເປັນອີກໜຶ່ງຮູບເງົາທີ່ຍັງບໍ່ໄດ້ອອກອາກາດເທື່ອແຕ່ກໍມີຂໍ້ມູນອອກມາເລື່ອຍໆ, ຊຶ່ງເປັນຮູບເງົາເລື່ອງທໍາ ອິດຂອງລູກນໍ້າ ທິດາລັດ ທີ່ໄດ້ຮ່ວມສະແດງກັບຕູມຕາມຢຸດທະຍາ ນັກສະແດງຊື່ດັງຂອງໄທ, ທີ່ສໍາຄັນເປັນຄັ້ງທໍາອິດທີ່ລູກນໍ້າໄດ້ຮັບບົດເປັນນາງເອກຂອງເລື່ອງ. ນີ້ກໍຖືວ່າເປັນບາດກ້າວສໍາຄັນຂອງເພີ່ນໃນບົດບາດການສະແດງຮູບເງົາຊຶ່ງຈະອອກອາກາດຜ່ານໂທລະພາບຊ່ອງ GMM 25 ຂອງໄທໃນປີ 2019 ນີ້.