FTC ຂໍໃຫ້ Facebook ຂາຍWhatsApp ແລະ Instagram ເນື່ອງຈາກການຜູກຂາດ

  Federal Trade Commission (FTC) ຫຼື ຄະນະກຳມາທິການວ່າດ້ວຍການຄ້າແຫ່ງສະຫະພັນໄດ້ຍື່ນເລື່ອງຮ້ອງຮຽນຕໍ່ Facebook ອີກໂດຍລະບຸວ່າ Facebook ຄວນເລີກຜູກຂາດທາງການຄ້າໂດຍການຢຸດຄອບຄອງທັງ WhatsApp ແລະInstagram ໄດ້ແລ້ວ.

  ການທີ່ Facebook ຄອບ ຄອງທັງ WhatsApp ແລະ Instagram ນັບເປັນການຜູກຂາດໂຊຊຽລມີເດຍໃນອາເມລິກາ ແລະຍັງເຮັດໃຫ້ບໍລິສັດເກີດໃໝ່ອອກມາແຂ່ງຂັນໄດ້ຍາກກວ່າເກົ່າ ອີກດ້ວຍທີ່ຜ່ານມາ Facebook ໃຊ້ວິທີການຂະຫຍາຍອຳນາດຂອງຕົນເອງ ໂດຍການເຊື່ອມບໍລິສັດທີ່ມີແນວໂນ້ມທີ່ຈະເຕີບໂຕ ແລະ ເປັນໄພຕໍ່ Facebook ຊຶ່ງມາກຊັກເກີເບີກລະບຸວ່າ “ການຊື້ມັນດີ ກວ່າການແຂ່ງຂັນ” ໂດຍບໍລິສັດ ເນັ້ນຕິດຕາມບໍລິສັດຄູ່ແຂ່ງຕ່າງໆ ແລະເມື່ອເຫັນວ່າ ບໍລິສັດເຫຼົ່ານັ້ນ ເລີ່ມໃຫຍ່ຂຶ້ນກໍ່ຈະເຂົ້າຊື້ເໝືອນທີ່ເຮັດກັບ WhatsApp ແລະ Instagram ນັ້ນເອງແຜນການຂອງຊັກເກີເບີກຄືການປະສານການໃຊ້ງານລະຫວ່າງ Facebook-WhatsApp-Instagram ໃຫ້ລຽບນຽນຂຶ້ນ ຊຶ່ງຈະສ້າງຄວາມຍາກລຳບາກໃນການຈັດການ ຫຼື ຄວບຄຸມໃນພາຍຫຼັງສຳລັບຄູ່ແຂ່ງທີ່ໃກ້ຄຽງຫຼາຍທີ່ສຸດກໍ່ຄື Snapchat ທີ່ປະຈຸບັນກໍມີຜູ້ໃຊ້ງານທີ່ນ້ອຍກວ່າ Facebook ແລະແອປໃນເຄືອມະຫາສານເຮັດໃຫ້ຍັງບໍ່ສາມາດສູ້ Facebook ໄດ້.

  ທັງໝົດນີ້ ຈຶ່ງເປັນເຫດຜົນທີ່ເຮັດໃຫ້ FTC ຮຽກຮ້ອງໃຫ້ Facebook ຂາຍ WhatssApp ແລະ Instagram ເພື່ອໃຫ້ເກີດການແຂ່ງຂັນໃນຕະຫຼາດໄດ້ດີຂຶ້ນກວ່າເກົ່າ ແລະຍັງສ້າງຂໍ້ຈຳກັດໃຫ້ Facebook ບໍ່ສາມາດຊື້ບໍລິສັດອື່ນໆເໝືອນທີ່ເຮັດມາລວມທັງການຄ້າຕ່າງໆ ທີ່ຈະເກີດຂຶ້ນໃນອະນາຄົດຕ້ອງຜ່ານການກວດສອບກ່ອນອີກດ້ວຍ.

----

ໜັງສືພິມ ເສດຖະກິດ-ສັງຄົມ