ວັກແຊງ ຄືກຸນແຈເປີດລາວສູ່ໂລກຄັ້ງໃໝ່

ໂດຍ: ຣັດສະໝີ ດວງສັດຈະ

   ໃນ 2 ປີຜ່ານມາ, ພະຍາດໂຄວິດ-19 ໄດ້ລະບາດໃນທົ່ວໂລກລວມທັງບັນດາປະເທດທີ່ມີຊາຍແດນຕິດກັບປະເທດເຮົາຍັງບໍ່ມີທ່າອ່ຽງທີ່ຈະເປັນສູນ, ເສດຖະກິດເດີນຊ້າ; ຂະນະນີ້ມີບາງປະເທດໄດ້ລິເລີ່ມເປີດປະຕູທ່ອງທ່ຽວ ແລະກິດຈະກໍາອື່ນໆ ໃຫ້ກັບຄືນສູ່ປົກກະຕິໂດຍໄວຊຶ່ງເປັນວິຖີການດໍາລົງຊີວິດປົກກະຕິແບບໃໝ່ ແລະຕ້ອງໃສ່ຜ້າອັດປາກ-ອັດດັງ,ລ້າງມືເລື້ອຍດ້ວຍນໍ້າສະອາດໃສ່ສະບູ,ຕິດຕໍ່ສື່ສານທາງອອນລາຍ, ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງສະຖານທີ່ແອອັດຮັກສາຄວາມສະອາດໃນເຮືອນບ່ອນເຮັດວຽກປະຕິບັດວິຖີຊີວິດແບບໃໝ່; ໃນໂອກາດພົບປະກັບສື່ມວນຊົນ (ອອນລາຍ 6 ຕຸລາ 2021); ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ສະເໜີແກ້ບາງຂໍ້ຄິດເຫັນຂອງສັງຄົມທີ່ຕິດພັນກັບການລະບາດພະຍາດດັ່ງກ່າວມີ 3 ປະເພດໃນນີ້ 1. ເຫັນດີໃຫ້ປິດເມືອງແບບເດັດຂາດ, ສະເພາະຜູ້ທີ່ມີພໍຢູ່ພໍກິນ; 2 ສະເໜີໃຫ້ເປີດໂຮງງານ ຫຼືທຸລະກິດຕ່າງໆ ເພື່ອຈະໄດ້ມີວຽກເຮັດງານທໍາ, ສ່ວນໃຫຍ່ຜູ້ທີ່ຂາດເຂີນ ແລະປະເພດທີ 3. ເຫັນດີຕາມຂໍ້ສະເໜີທີ 2 ຊຶ່ງລັດຖະບານເຄີຍປະຄັບປະຄອງຜ່ານມາເຮັດໃຫ້ສົມດູນລະຫວ່າງມາດຕະການການແພດກັບການບໍລິຫານ ແລະເສດຖະກິດ.

ໃນສະຖານະການຄືດັ່ງກ່າວ, ໄດ້ເລັ່ງທວງໃຫ້ເພີ່ມທະວີການສັກຢາວັກແຊງກັນພະຍາດໂຄວິດໃຫ້ໄດ້ 50% ຫຼືຫຼາຍກວ່າຂອງປະຊາກອນ,ເອົາສຸຂະພາບຂອງປະຊາຊົນຄວບຄູ່ກັບເສດຖະກິດຕ້ອງເດີນຕໍ່ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມໂດຍບໍ່ໃຫ້ການຜະລິດ ແລະພາກທຸລະກິດເຊັ່ນບັນດາໂຮງຈັກ-ໂຮງງານ, ການຜະລິດ, ທຸລະກິດ ... ບໍ່ປິດໂຕລົງເພາະມັນຈະສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມ; ມາຮອດປະຈຸບັນ, ຂະບວນການສັກວັກແຊງຕາມນະໂຍບາຍຂອງລັດຖະບານແບບປູພົມພວມຮັບຜົນດີພໍສົມຄວນກາຍເປັນພື້ນຖານແກ່ການຜ່ອນຜັນມາດຕະການປ້ອງກັນ ແລະຄວບຄຸມເພື່ອເຮັດໃຫ້ເສດຖະກິດໄດ້ມີການຟື້ນຟູໄດ້ໄວກ້າວໄປເຖິງການເປີດປະເທດໃນຕໍ່ໜ້ານີ້.

ເມື່ອທ້າຍເດືອນຕຸລາຜ່ານມານີ້; ູ້ບໍລິຫານລະດັບສູງອົງການອະນາໄມໂລກ (WHO) ໄດ້ເຕືອນວ່າ: ພະຍາດໂຄວິດ- 19 ອາດຈະແກ່ຍາວເຖິງທ້າຍປີ 2022 ຍ້ອນຫຼາຍປະເທດທຸກຍາກບໍ່ສາມາດເຂົ້າເຖິງວັກຊິນ ແລະມີປະຊາກອນໃນອາຟຣິກກາໄດ້ຮັບວັກແຊງບໍ່ເຖິງ 5% ຂອງປະຊາກອນທັງໝົດທຽບກັບພາກພື້ນອື່ນໆ ທີ່ໄດ້ຮັບການສັກວັກແຊງແລ້ວເກີນ 40% ຂອງຈໍານວນປະຊາກອນ, ພ້ອມທັງຮຽກຮ້ອງໃຫ້ປະເທດຮັ່ງມີຈົ່ງບໍລິຈາກວັກແຊງຊ່ວຍເຫຼືອປະເທດທີ່ທຸກຍາກເພື່ອບໍ່ໃຫ້ພະຍາດລະບາດແກ່ຍາວຕໍ່ໄປ.

   ອີງຕາມຂໍ້ມູນຈາກແຜນຍຸດທະສາດກະກຽມການເປີດປະເທດຂອງ ສປປ ລາວ ຈະໄດ້ຜ່ານຍຸດທະສາດການຂ້າມຜ່ານວິກິດໂຄວິດ-19 ໂດຍມີມາດຕະການທີ່ພວກເຮົາໃຊ້ໃນປະຈຸບັນ ແລະ ມາດຕະການທີ່ຈະຖືກນໍາໃຊ້ໃນອະນາຄົດ (Roadmap) ແລະກ້າວເດີນໄປຂ້າງໜ້າດ້ວຍແບບແຜນ Lao New Normal; ຈາກນັ້ນ, ກ້າວເຂົ້າສູ່ຍຸກ NEXT New Normal ສໍາລັບ ສປປ ລາວ...; ຕໍ່ບັນຫາດັ່ງກ່າວ,ທາງການເຮົາຈຶ່ງກໍ່ໄດ້ວິເຄາະສະຖານະການ,ຈາກຍຸດທະສາດເຫັນວ່າ: ວຽກງານວັກແຊງແມ່ນເປັນໝາກຫົວໃຈຂອງການເປີດປະຕູອອກສູ່ໂລກພາຍນອກ; ມາຮອດໄລຍະນີ້ ສປປ ລາວ ສາມາດສັກວັກແຊງເຂັມທີ 1 ໄດ້ 43,56% ແລະຄົບທຸກເຂັມທີ່ແນະນໍາບັນລຸ 37,28% (24 ຕຸລາ 2021), ຈະສູ້ຊົນໃຫ້ບັນລຸໃນທ້າຍປີນີ້ 50% ຫຼືສູງກວ່ານັ້ນ ຊຶ່ງຂະນະນີ້ມີວັກແຊງ Sinopharm 1 ລ້ານໂດສ໌ ແລະ AstraZeneca 500.000 ໂດສ໌ ຈະເຂົ້າມາຕື່ມໃນທ້າຍເດືອນນີ້; ພ້ອມນັ້ນ, ຄວາມອາດສາມາດຂອງຕາໜ່າງການສັກຜ່ານມາສາມາດປະຕິບັດໄດ້ມື້ໜຶ່ງຮອດ 50.000-60.000 ໂດສ ຖ້າມີການຕອບສະໜອງວັກແຊງໃຫ້ທັນເວລາ.

   ກ່ຽວກັບຍຸດທະສາດຈັດຕັ້ງປະຕິບັດແມ່ນເລັ່ງໃສ່ການບໍລິການໃຫ້ວັກແຊງກັນພະຍາດໂຄວິດໃນຈຸດຄົງທີ່ ແລະເຄື່ອນທີ່ ແລະຍຸດທະສາດການສື່ສານໂຄສະນາ ແລະການມີສ່ວນຮ່ວມຂອງອໍານາດການປົກຄອງແຕ່ລະຂັ້ນສໍາລັບຍຸດທະສາດການບໍລິການຈຸດຄົງທີ່ແມ່ນໃຫ້ທຸກສະຖານທີ່ບໍລິການໃນໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະໂຮງໝໍນ້ອຍຕ້ອງໄດ້ເບີດບໍລິການໃຫ້ວັກແຊງກັນພະຍາດໂຄວິດ-19 ໃນທຸກໆມື້, ສະເພາະຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນກ່ອນຈະອອກໂຮງໝໍໃຫ້ທີມແພດໄປສັກວັກແຊງໃຫ້ເຂົາເຈົ້າເພື່ອຈະບໍ່ພາດໂອກາດ, ສໍາລັບແມ່ຍິງຖືພາເຂົ້າມາກວດທ້ອງໃນສະຖານທີ່ບໍລິການແມ່ນໃຫ້ໄດ້ສັກວັກແຊງທຸກກໍລະນີໃນອາຍຸການຖືພາຫຼາຍກວ່າ 3 ເດືອນຂຶ້ນໄປ ໃຫ້ສັກຄົບໂດສ, ຍຸດທະສາດການບໍລິການເຄື່ອນທີ່ໃຫ້ເພີ່ມຈໍານວນຈຸດບໍລິການເຄື່ອນທີ່ຂຶ້ນໃນເຂດຕົວເມືອງໃຫຍ່ເຊັ່ນ: ຈຸດສູນການຄ້າ, ຈຸດຢູ່ໂຮງຮຽນ, ຕະຫຼາດ, ຄີວລົດ ແລະອື່ນໆ; ຈັດທີມລົງເຄື່ອນທີ່ສັກວັກແຊງລົງແຕ່ລະບ້ານ, ຊອກຫາເປົ້າໝາຍຜູ້ທີ່ຍັງພາດໂອກາດໂດຍການບໍລິການ ໃຫ້ຂຶ້ນທຸກເຮືອນເປັນຕົ້ນຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ຄົນພິການ ຫຼືເສຍຈິດ;  ການຈັດຕັ້ງປະຕິບັດໃນທົ່ວປະເທດຕ້ອງເຮັດແບບຕະລຸມບອນ, ກໍານົດເປັນມື້ໃນ ການຈັດຕັ້ງປະຕິບັດໃຫ້ສໍາເລັດ.

   ນັບແຕ່ນີ້ໄປອີກ 2 ເດືອນຈະເຮັດຫຍັງແດ່? ຄໍາຕອບແມ່ນພວກເຮົາຍັງມີວັກແຊງຊີໂນຟາມທີ່ໄດ້ຮັບຈາກ ສປ ຈີນ 1 ລ້ານໂດສ ນັ້ນຕ້ອງຮີບຮ້ອນສົ່ງລົງໄປໃຫ້ຮອດ ແລະຄົບທຸກໆ ແຂວງໃຫ້ໄວພາຍໃນອາທິດທີ 3 ຂອງເດືອນ 10; ສຶບຕໍ່ສະເໜີນໍາລັດຖະບານຈີນເພື່ອຂໍໃຫ້ສືບຕໍ່ສະໜອງໃຫ້ຕື່ມຕາມແຜນ 2,5 ລ້ານໂດສ ເພື່ອບໍ່ໃຫ້ວັກແຊງຂາດໄລຍະ; ພາກໃຕ້ 4 ແຂວງ ທີ່ໄດ້ໄດ້ຮັບຊີໂນແວັກ 200.000 ໂດສ ຕ້ອງໃຫ້ສໍາເລັດໂດຍໄວພາຍໃນເດືອນຕຸລານີ້; AstraZeneca 500.000  ໂດສ ທີ່ໄດ້ມານີ້ຄວນເລັ່ງໃສ່ສັກໃຫ້ທົ່ວເຖິງ ແລະວຽກອື່ນໆທີ່ປິ່ນອ້ອມຂະບວນການສັກຢາວັກແຊງໃຫ້ສໍາເລັດຕາມເປົ້າໝາຍ.