ຈໍາປາສັກປະເມີນມູນຄ່າທີ່ດິນ

ຂ່າວ: ທູນທອງໃຈ

 ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ (ພຊສ) ແຂວງຈໍາປາສັກ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບການປັບປຸງເຂດປະເມີນມູນຄ່າທີ່ດິນໃນນະຄອນປາກເຊ ແລະ 9 ເມືອງທົ່ວແຂວງຂຶ້ນໃນວັນທີ 29 ຕຸລານີ້ ທີ່ສະໂມສອນແຂວງຫຼັກ 4 ນະຄອນປາກເຊ ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສີປະເສີດ ກໍາມະການພັກແຂວງຫົວໜ້າ ພຊສ ແຂວງມີການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ 9 ເມືອງ, 1 ນະຄອນ, ບັນດາທ່ານໃນຄະນະຮັບຜິດຊອບເຂດປະເມີນມູນຄ່າທີ່ດິນທົ່ວແຂວງ, ການນໍາຫ້ອງການ ຊສ 9 ເມືອງ, 1 ນະຄອນ ແລະພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ 935/ຈຂ. ຈສ, ລົງວັນທີ 25 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍເຂດປະເມີນມູນຄ່າທີ່ດິນໃນນະຄອນປາກເຊ ແລະ 9 ເມືອງ ທົ່ວແຂວງ; ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນມູນຄ່າທີ່ດິນໃນປີຜ່ານມາຊຶ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບາງບົດຮຽນທີ່ຖອດຖອນໄດ້ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ.

 ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການຄົ້ນຄວ້າປຶກສາຫາລື ແລະປະກອບຄໍາເຫັນແບບເປີດກວ້າງຕໍ່ກັບການປັບປຸງຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດປະເມີນມູນຄ່າທີ່ດິນທົ່ວແຂວງເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ມີຄວາມເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.