ເຊັນສັນຍາວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ ແລະສົ່ງອອກແຮ່ເຫຼັກ

   ເວລາ 17:00 ໂມງ ຂອງວັນທີ 28 ຕຸລາ 2021, ທີ່ກະຊວງແຜນການ ແລະການລົງທືນໄດ້ຈັດພິທີເຊັນສັນຍາວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ ແລະສົ່ງອອກແຮ່ເຫຼັກ ຢູ່ເຂດບ້ານຖໍ້າລາ, ບ້ານພັນລໍ ເມືອງຮ້ຽມ, ແຂວງຫົວພັນ ແລະເມືອງຄຳ, ແຂວງຊຽງຂວາງ ໃນເນື້ອທີ 12,56 ກິໂລຕາແມັດ,ໃນອາຍຸສັນຍາ 14 ປີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ.


   ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປລາວ ລົງນາມແມ່ນທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທືນ ແລະຕາງໜ້າໃຫ້ ກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດແມ່ນ ທ່ານ ນິສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດເຂົ້າຮ່ວມເປັນສັກຂິພະຍານມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະຫລັງງານບໍ່ແຮ່; ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ; ຫົວໜ້າພະແນກແຜນການ ແລະ ການລົງທືນຈາກແຂວງຫົວພັນ ແລະ ແຂວງຊຽງຂວາງ; ທ່ານ ບຸນຍູ້ ສີສານ ທີ່ປຶກສາຂອງກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ; ພະນັກງານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ ແລະແຂກທີ່ມີກຽດຈາກພາກສ່ວນກ້ຽວຂ້ອງພ້ອມດຽວກັນນີ້ໃນພິທີເຊັນສັນຍາປະທານພ້ອມດ້ວຍຄະນະ ແລະພະນັກງານຂອງກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ ຍັງໄດ້ມອບພັນທະລ່ວງຫນ້າໃຫ້ລັດຖະບານກ່ອນ ຈຳນວນ2 ລ້ານໂດລາສະຫະລັດ ແລະສ້ອມແປງທາງຊ່ວຍລັດຖະບານແຕ່ຈຸດຂຸດຄົ້ນແຮ່ເຫຼັກ ຫາ ເທດສະບານເມືອງຮ້ຽມ, ເຊິ່ງມີໄລຍະທາງຍາວ 32 ກິໂລແມັດ ແລະເປັນການພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວເວົ້າສະເພາະແມ່ນການຂະຫຍາຍຕົວເສດຖະກິດຂອງແຂວງຫົວພັນ ແລະຊຽງຂວາງ.