ລາວ ພ້ອມນຳໃຊ້ລົດໄຟຟ້າໄວໆນີ້

ໂດຍ: ຣັດສະໝີ ດວງສັດຈະ

  ພາຍໃຕ້ມາດຕະການປະຢັດເພື່ອແກ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ລັດຖະບານຈຶ່ງໄດ້ອອກມະຕິ ເລກທີ 08/ລບ, ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ແນໃສ່ຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດກໍ່ຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຜູ້ຊົມໃຊ້ຍານພາຫະນະ, ຫຼຸດຜ່ອນມົນລະພິດຈາກການນໍາໃຊ້ລົດທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ ແລະເປັນການສົ່ງເສີມການນໍາໃຊ້ພະລັງງານໄຟຟ້າທີ່ ສປປ ລາວ ມີທ່າແຮງໃນການຜະລິດ.

   ນະໂຍບາຍຕໍ່ຜູ້ນໍາເຂົ້າ ແລະຈໍາໜ່າຍລົດໄຟຟ້າແມ່ນເຫັນດີໃຫ້ປະຕິບັດນະໂຍບາຍທີ່ກໍານົດໄວ້ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະລະບຽບການອື່ນໆທີ່ກ່ຽວຂ້ອງເພື່ອສົ່ງເສີມທຸລະກິດນໍາເຂົ້າ ແລະຈໍາໜ່າຍລົດໄຟຟ້າ; ລັດຈະບໍ່ຈໍາກັດດ້ານໂກຕ້າໃນການນໍາເຂົ້າລົດໄຟຟ້າເພື່ອສົ່ງເສີມໃຫ້ມີການແຂ່ງຂັນລາຄາຕາມກົນໄກຕະຫຼາດ; ລົດໄຟຟ້າທີ່ນໍາເຂົ້າ ແລະຈໍາໜ່າຍຢູ່ ສປປ ລາວ ຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມປອດໄພດ້ານເຕັກນິກຕາມມາດຕະຖານສາກົນ, ມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະປ່ຽນຖ່າຍອຸປະກອນຕ່າງໆ ລວມທັງມີລະບົບກໍາຈັດ-ຈັດການໝໍ້ໄຟທີ່ເສື່ອມຄຸນນະພາບ ແລະສິ່ງເສດເຫຼືອຈາກກິດຈະການລົດໄຟຟ້າເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງເປັນລະບົບ; ເຫັນດີກໍານົດປ້າຍ ຫຼືເຄື່ອງໝາຍເປັນສັນຍາລັກສະເພາະສໍາລັບລົດໄຟຟ້າເພື່ອໃຫ້ເຈົ້າໜ້າທີ່ ແລະບຸກຄົນທົ່ວໄປສາມາດຈໍາແນກໄດ້ງ່າຍ.

  ນະໂຍບາຍສໍາລັບຜູ້ຜະລິດ ແລະປະກອບລົດໄຟຟ້າໂດຍລັດສົ່ງເສີມບຸກຄົນ, ນິຕິບຸກຄົນພາຍໃນ ແລະຕ່າງປະເທດທີ່ສົນໃຈລົງທຶນເຂົ້າໃນການສ້າງໂຮງງານຜະລິດຊິ້ນສ່ວນອຸປະກອນ, ອາໄຫຼ່ ແລະປະກອບລົດໄຟຟ້າເພື່ອສະໜອງພາຍໃນ ແລະສົ່ງອອກໂດຍການໃຫ້ນະໂຍບາຍເໝາະສົມດ້ານພາສີ, ອາກອນການນໍາເຂົ້າ; ສໍາລັບການນໍາເຂົ້າອຸປະກອນ ແລະສິ້ນສ່ວນອາໄຫຼເພື່ອປະກອບເປັນລົດໄຟຟ້າ, ຜ່ອນຜັນອາກອນກໍາໄລ ແລະຄ່າເຊົ່າສໍາປະທານທີ່ດິນຂອງລັດໃຫ້ແກ່ຜູ້ປະກອບການໂດຍສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ,ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ,ກົດໝາຍ ແລະລະບຽບການອື່ນໆ ທີ່ກ່ຽວຂ້ອງຂອງ ສປປ ລາວ.

  ເພື່ອເປັນຈັດຕັ້ງການຜັນຂະຫຍາຍມະຕິ ເລກທີ 08/ລບ ໃຫ້ເປັນຮູບປະທໍາຕົວຈິງ; ກະຊວງການເງິນຈຶ່ງໄດ້ແຈ້ງເຊີນບັນດາບໍລິສັດ, ຜູ້ປະກອບການນໍາເຂົ້າ ແລະຂາຍລົດທີ່ເປັນຕົວແທນຈໍາໜ່າຍ ຢ່າງເປັນທາງການໃນ ສປປ ລາວ ກ່ຽວກັບການເຂົ້າຮ່ວມນໍາສະເໜີລົດໄຟຟ້າ(EV); ທັງນີ້ກໍ່ເພື່ອເປັນການປະຕິບັດນະໂຍບາຍຂອງລັດຖະບານກ່ຽວກັບການຫັນພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟໄປສູ່ການນໍາໃຊ້ພາຫະນະທີ່ແລ່ນ ດ້ວຍໄຟຟ້າ (EV) ເທື່ອລະກ້າວ, ຫ້ອງການກະຊວງການເງິນໃນນາມຄະນະຮັບຜິດຊອບຈັດຊື້-ຈັດຈ້າງຈຶ່ງແຈ້ງມາຍັງບັນດາບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທີ່ເປັນຕົວແທນຈໍາໜ່າຍລົດ (EV) ໃນປະຈຸບັນ ຫຼືມີແຜນທີ່ຈະນໍາເຂົ້າຈໍາ ໜ່າຍບໍລິການໃນຕໍ່ໜ້າເຂົ້າຮ່ວມການນໍາສະເໜີກ່ຽວກັບລົດ (EV) ໂດຍພົວພັນປະສານຂໍ້ມູນເພີ່ມຕື່ມນໍາກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນນັບແຕ່ວັນທີ 21-29 ຕຸລາ 2021 ໂດຍປະກອບດ້ວຍມີເງື່ອນໄຂພື້ນຖານຄື:

  ເງື່ອນໄຂພື້ນຖານກ່ຽວກັບລົດ: ແມ່ນເປັນປະເພດລົດເກັງທີ່ນໍາໃຊ້ພະລັງງານໄຟຟ້າ 100% ໃນການຂັບເຄື່ອນ Battery Electric Vehicle “BEV” ທີ່ສາ ມາດສາກໄຟຟ້າໄດ້; ຕ້ອງເປັນລົດທີ່ນໍາໃຊ້ປະເພດລິທຽມໄອອອນ (ໝໍ້ໄຟແຫ້ງ) Battery Litium-ion ທີ່ຜ່ານຂະບວນການທົດສອບຕາມມາດຕະຖານຂອງສາກົນ UNECE R100, R136 ໂດຍຕ້ອງມີໃບຢັ້ງຢືນທົດສອບຈາກໂຮງງານຜະລິດ; ຕ້ອງສາມາດຮອງຮັບການສາກໄຟຟ້າກັບກໍາລັງກະແສໄຟຟ້າໃນ ສປປ ລາວ ລະຫວ່າງ 220~250 V ແລະມີຄວາມສາມາດຮອງຮັບກັບລະບົບສາກທໍາມະດາດ້ວຍກະແສໄຟຟ້າສະລັບ AC, ລະບົບສາກໄວດ້ວຍກະແສໄຟຟ້າກົງ DC ແລະລະບົບການສາກໄຟຟ້າໃນຮູບແບບອື່ນໃນອະນາຄົດ; ມີຕົວແທນຈໍາໜ່າຍຢ່າງເປັນທາງການໃນ ສປປ ລາວ, ມີການຮັບປະກັນສິນຄ້າອາໄຫຼ່ປ່ຽນຖ່າຍນາຍຊ່າງສ້ອມແປງທີ່ຊໍານານແລະບໍລິການຫຼັງການຂາຍ.

  ສໍາລັບ; ເງື່ອນໄຂພື້ນຖານກ່ຽວກັບບໍລິສັດທີ່ເຂົ້ານໍາສະເໜີລົດຕ້ອງເປັນບໍລິສັດທີ່ດໍາເນີນທຸລະກິດເກິນ 2 ປີ ຂຶ້ນໄປເປັນບໍລິສັດທີ່ມີໃບອະນຸຍາດດໍາເນີນທຸລະກິດຖືກ ຕ້ອງຕາມກົດໝາຍໃນການດໍາເນີນທຸລະກິດເປັນຕົວແທນຈໍາໜ່າຍລົດໃນ ສປປ ລາວ; ມີໃບທະບຽນອາກອນພາຍໃນຖືກຕ້ອງຕາມລະບຽບກົດໝາຍ; ມີໃບທະບຽນວິສາຫະກິດທີ່ອອກໃຫ້ໂດຍຂະແໜງອຸດສາຫະກໍາ ແລະການຄ້າ; ມີໃບຢັ້ງຢືນການຊໍາລະອາກອນ ແລະພັນທະຕ່າງໆ ທີ່ອອກໃຫ້ໂດຍຂະແໜງສ່ວຍສາອາກອນທີ່ໃຊ້ໄດ້ໃນປີ 2021; ມີໃບຢັ້ງຢືນຂອງການກວດສອບຈາກພາກສ່ວນພາຍນອກ.