ຄຳມ່ວນ ຊັບຊ້ອນພະນັກງານຂົງເຂດການເງິນ

   ວັນທີ 15 ຕຸລາ 2021 ທີ່ແຂວງຄຳມ່ວນໄດ້ຈັດພິທີປະກາດການຈັດຕັ້ງພະນັກງານຂັ້ນນຳພາ-ຄຸ້ມຄອງຂົງເຂດ ຂະແໜງການເງິນໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນທີ່ກ່ຽວຂ້ອງ ແລະພະນັກງານຫຼັກແຫຼ່ງຂົງເຂດການເງິນ, ພາສີ, ສ່ວຍສາອາກອນ ແລະ ຄັງເງິນປະຈຳແຂວງເຂົ້າຮ່ວມ.
 ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ແລະຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງ ແລະຊັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ຊຶ່ງປະກອບມີ: ຍົກຍ້າຍທ່ານ ສົມສະອາດ ອຸ່ນສີດາ ຫົວໜ້າ ພະແນກການເງິນໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງຄຳມ່ວນ, ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງເປັນຫົວໜ້າພະແນກການເງິນແຂວງ, ທ່ານ ບຸນທະນິດ ວົງມະນີວັນ ຫົວໜ້າສ່ວຍສາອາກອນເປັນຮອງຫົວໜ້າພະແນກການເງິນ, ທ່ານ ສີສະຫວາດ ໄຊຍະວົງ ຮອງຫົວໜ້າກອງຄຸ້ມຄອງພາສີເຂດ 6, ຫົວໜ້າກອງກວດກາພາສີປະຈຳແຂວງຄຳມ່ວນ ເປັນຮອງຫົວໜ້າພະແນກການເງິນ, ທ່ານ ຫົງໄທ ຄຳວົງສາ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ເປັນຮອງຫົວໜ້າພະແນກການເງິນ, ທ່ານ ເກດສະກັນ ແສງປະດິດ ຮອງຫົວໜ້າສ່ວຍສາອາກອນ ເປັນຫົວ ໜ້າສ່ວຍສາອາກອນແຂວງ, ທ່ານ ວິລະກອນ ຕ່ອມມະນີ ຮອງຫົວໜ້າພະແນກຄຸ້ມຄອງລາຍຮັບບໍ່ແມ່ນພາສີ-ອາກອນ, ກົມສ່ວຍສາອາກອນ ເປັນຮອງຫົວໜ້າ ສ່ວຍສາອາກອນແຂວງ, ທ່ານ ແພງໃຈ ໄຊຍະວົງ ຮອງຫົວໜ້າພະແນກກວດກາລາຍຮັບ-ລາຍຈ່າຍງົບປະມານ, ຄັງເງິນແຫ່ງຊາດ ກະຊວງການເງິນເປັນຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງຄຳມ່ວນ, ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີຂົວມິດຕະພາບ 3 ໄປຮັບ ໜ້າທີ່ໃໝ່ຢູ່ພາສີປະຈຳ ແຂວງສະຫວັນນະເຂດ, ທ່ານ ຄຳຫຼ້າ ວັດທະນາໄລ ຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ໄປຮັບໜ້າທີ່ໃໝ່ຢູ່ກົມພາສີກະຊວງການເງິນ, ທ່ານ ບຸນທະນົງສັກ ເທບພະລັກ ຮອງຫົວໜ້າກອງກວດກາພາສີປະຈຳແຂວງຄຳມ່ວນເປັນຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3, ທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນນາເພົ້າເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3, ທ່ານ ສີບຸນເຮືອງ ບຸດຈະເລີນ ຮອງຫົວໜ້າດ່ານພາສີສາກົນນາເພົ້າເປັນຮອງຫົວໜ້າດ່ານພາສີ ຂົວມິດຕະພາບ 3, ທ່ານ ໂສພາ ສີອຳນວຍ ຫົວໜ້າໜ່ວຍງານດ່ານພາສີຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3, ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າດ່ານພາສີຂົວມິດຕະພາບ 2 ສະຫວັນນະເຂດເປັນຫົວໜ້າພາສີປະຈຳແຂວງຄຳມ່ວນ, ທ່ານ ສົມພົງ ເກສະນີຈັນ ຮອງຫົວໜ້າກອງກວດກາພາສີແຂວງເປັນຮອງຫົວໜ້າພາສີປະຈຳແຂວງ, ທ່ານ ວິລະປະຊາ ຫຼວງອາມາດ ຫົວໜ້າຂະແໜງຂອງກົມພາສີເປັນຮອງຫົວໜ້າພາສີ ປະຈຳແຂວງ, ທ່ານ ສຸພັດ ສຸແສງໄທ ເປັນຫົວໜ້າດ່ານພາສີສາກົນນາເພົ້າ, ທ່ານ ວັດຖາວົງ ຈະເລີນສຸກ ຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ, ທ່ານ ສິດທິເພັງ ທະລັງສີ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ, ທ່ານ ບຸນຫຼາຍ ບຸນໄຊ ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ.
   ໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ໂອ້ລົມໃນການປະກາດການຈັດຕັ້ງ, ການຊັບຊ້ອນໜ້າທີ່ວຽກງານໃໝ່ ແມ່ນໃຫ້ຖືວ່າເປັນວຽກປົກກະຕິຂອງພັກ-ລັດ, ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານພາຍໃນແຂວງ, ໃຫ້ເຂົ້າໃຈວ່າທຸກວຽກງານທີ່ພັກ-ລັດ ມອບໝາຍໃຫ້ລ້ວນແຕ່ມີຄວາມສຳຄັນ, ກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງ ແລະຈະຕ້ອງໄດ້ຕັ້ງໜ້າບຸກບືນ-ສູ້ຊົນ, ຍົກສູງຄວາມຮັບຜິດຊອບ ແລະ ບົດບາດການນຳພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນ ແລະພາຍນອກໃຫ້ກວ້າງຂວາງ, ໜັກແໜ້ນເພື່ອເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.