ກະຊວງການເງິນສັ່ງຫຼຸດລາຍຈ່າຍງວດ IV 2021

ຂ່າວ: ຣັດສະໝີ ດວງສັດຈະ
  ເພື່ອສືບຕໍ່ປະຕິບັດແຈ້ງການຂອງກະຊວງການເງິນ ສະບັບເລກທີ 2084/ກງ ແລະແຈ້ງການເລກທີ 3330/ກງ, ທັງເປັນແນະນໍາການຈັດຕັ້ງປະຕິບັດລາຍຈ່າຍງົບປະມານໃນງວດ IV ປີ 2021; ລັດຖະມົນຕີກະຊວງການເງິນອອກແຈ້ງການສະບັບເລກທີ 5081/ກງ, ວັນທີ 11.10.2021 ໂດຍສະພາບການລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານປະຈໍາປີ 2021 ພົບ ຄວາມຫຍຸ້ງຍາກ ແລະມີຄວາມຝືດເຄືອງໃນລະດັບສູງ, ການປະຕິບັດລາຍຮັບງົບປະມານສືບຕໍ່ຮັບຜົນກະທົບຢ່າງຫຼວງຫຼາຍເຮັດໃຫ້ບໍ່ສາມາດຄາດຄະເນການຈັດເກັບລາຍຮັບໃນທ້າຍປີໄດ້ຢ່າງຊັດເຈນເນື່ອງຈາກຍັງລໍຖ້າການຢັ້ງຢືນຂໍ້ມູນຄວາມອາດສາມາດຈັດເກັບໄດ້ຈາກຂະແໜງການແລະທ້ອງຖິ່ນຈຶ່ງສົ່ງຜົນໃຫ້ການແຈ້ງແຜນງົບປະມານງວດ 4 ປີ 2021 ໃຫ້ບັນດາຂະແໜງການ ແລະທ້ອງຖິ່ນເລື່ອນໄປເປັນເດືອນ10/2021;
 ໃຫ້ຂະແໜງການສູນກາງ/ທ້ອງຖິ່ນ ເອົາໃຈໃສ່ສືບຕໍ່ປະຕິບັດລາຍຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆຂອງພະນັກງານ, ທະຫານ, ຕໍາຫຼວດ, ພະນັກງານບໍານານ, ລາຍຈ່າຍຊໍາລະໜີ້ສິນພາຍໃນ ແລະຕ່າງປະເທດ,ລາຍຈ່າຍເງິນແຮລັດຖະບານ, ເງິນແຮທ້ອງຖິ່ນ, ລາຍຈ່າຍເງິນລົງທຶນ (ໂຄງການກໍ່ສ້າງ) ບ້ວງເລື່ອນຈ່າຍປີ 2020 ແລະລາຍຈ່າຍທີ່ຈໍາເປັນໂດຍບໍ່ລໍຖ້າການແຈ້ງແຜນງົບປະມານງວດ 4 ປີ 2021. ສໍາລັບຂັ້ນທ້ອງຖິ່ນ ໃນການປະຕິບັດລາຍຈ່າຍເງິນເດືອນ ແລະເງິນນະໂຍບາຍຕ່າງໆໃຫ້ເອົາໃຈໃສ່ກວດກາດ້ານຈໍານວນພົນ ແລະຄັງເງິນເດືອນໃຫ້ຈະແຈ້ງແລະຊັດເຈນ, ກໍລະນີມີບາງຮ່ວງລາຍຈ່າຍເຫຼືອສາມາດດັດສະເລ່ຍຮ່ວງລາຍຈ່າຍພາຍໃນພາກຂອງຂະແໜງປົກຄອງ, ສຶກສາທິການແລະກິລາ ແລະ ສາທາລະນະສຸກ; ຫຼີກລ່ຽງການສະເໜີແຜນເງິນເດືອນເພີ່ມເກີນຂໍ້ມູນເບີກຈ່າຍຕົວຈິງ. ກໍລະນີທ້າຍປີຫາກແຜນລາຍຈ່າຍບໍ່ພຽງພໍໃຫ້ລາຍງານເປັນອັນສະເພາະ, ພ້ອມທັງສັງລວມຂໍ້ມູນລະອຽດສົ່ງເຖິງກົມງົບປະມານແຫ່ງລັດຄົ້ນຄ້ວາ ແລະສົມທົບກັບຄັງເງິນແຫ່ງຊາດເພື່ອ ເບີກຈ່າຍຈາກສູນກາງໂດຍກົງ;
   ການປະຕິບັດລາຍຈ່າຍເງິນບໍາເນັດເກັບລາຍຮັບເກີນແຜນປີ 2020 ສ່ວນທີ່ຍັງເຫຼືອ 50% ຈາກການມອບພັນທະອ່ວາຍໜີ້ສາມແຈໄລຍະ 1 ໃຫ້ຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບ ເລກທີ 1178/ຫສນຍ, ລົງວັນທີ 16.09. 2021. ເປົ້າໝາຍການນໍາໃຊ້ໃຫ້ຈັດບຸລິມະສິດເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19; ຈາກນັ້ນ, ຈຶ່ງສືບຕໍ່ຈັດສັນເຂົ້າໃສ່ການຊໍາລະໜີ້ຄ່າໄຟຟ້າ, ນໍ້າປະປາ, ໂທລະຄົມ, ການແກ້ໄຂຄວາມທຸກຍາກ, ການສ້າງອາຊີບ-ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ວຽກງານສົ່ງເສີມການຈັດເກັບລາຍຮັບ, ການຊໍາລະໜີ້ສິນໂຄງການລົງທຶນຂອງລັດທີ່ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງຮັບຮອງ; ບໍ່ອະນຸຍາດໃຫ້ນໍາໃຊ້ເຂົ້າໃນການຈັດຊື້ພາຫະນະ, ກໍລະນີຈໍາເປັນໃຫ້ປະສານຫາຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 40/ນຍ, ລົງວັນທີ 03.07.2020; ການເຄື່ອນຍ້າຍເງິນ ຫຼື ດຸ່ນດ່ຽງເງິນໃຫ້ທ້ອງຖິ່ນຕາມແຜນຂາດດຸນໃນແຕ່ລະດືອນໃຫ້ຄັງເງິນແຫ່ງຊາດເປັນເຈົ້າການສົມທົບພາກສ່ວນກ່ຽວຂ້ອງໄລ່ລຽງລາຍຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ຍອດເຫຼືອເງິນຕົວຈິງໃຫ້ລະອຽດຖືກຕ້ອງຕາມລະບຽບການ, ຮັບປະກັນລາຍຈ່າຍເງິນເດືອນ ແລະເງິນນະໂຍບາຍໃຫ້ສາມາດເບີກຈ່າຍໄດ້ປົກກະຕິ, ກໍລະນີແຫຼ່ງເງິນບໍ່ພຽງພໍຍ້ອນຈັດເກັບລາຍຮັບບໍ່ໄດ້ຕາມແຜນມອບໃຫ້ຄັງເງິນປະຈໍາທ້ອງຖິ່ນສົມທົບກັບຂະແໜງງົບປະມານ ແລະຫົວໜ່ວຍງົບປະມານເພື່ອຄົ້ນຄົ້ວາຫຼຸດຜ່ອນບາງລາຍຈ່າຍຂອງຕົນເປັນຕົ້ນລາຍຈ່າຍບໍລິຫານປົກກະຕິ, ລາຍຈ່າຍດັດສົມ-ສົ່ງເສີມ, ຊື້ໃໝ່ແລະລາຍຈ່າຍອື່ນໆ.
   ມາດຕະການປະຕິບັດແລະຫຼຸດຜ່ອນລາຍຈ່າຍບໍລິຫານປົກກະຕິ 1) ໃຫ້ຂະແໜງການສູນກາງແລະທ້ອງຖິ່ນເອົາໃຈໃສ່ເລືອກເຟັ້ນ ແລະປະຕິບັດສະເພາະບາງຮ່ວງລາຍຈ່າຍທີ່ຈໍາເປັນຂອງຂະແໜງການຕົນເທົ່ານັ້ນໂດຍໃຫ້ສືບຕໍ່ປະກອບເອກະສານຂໍອະນຸມັດແລະຂໍຖອນນໍາຂະແໜງຄັງເງິນບົນພື້ນຖານແຜນງົບປະມານ 9 ເດືອນ ແລະການອະນຸມັດຂອງຂະແໜງງົບປະມານຜ່ານມາ; 2) ບໍ່ໃຫ້ສະໜີອະນຸມັດລາຍຈ່າຍງົບປະມານຈາກຂະແໜງງົບປະມານ ແລະປະກອບໃບຖອນເງິນເຖິງຂະແໜງຄັງເງິນບາງຮ່ວງລາຍຈ່າຍຄາດວ່າບໍ່ໄດ້ຈັດຕັ້ງປະຕິບັດເປັນຕົ້ນລາຍຈ່າຍໄປວຽກທາງການພາຍໃນ ແລະຕ່າງປະເທດ, ລາຍຈ່າຍຈັດກອງປະຊຸມ-ສໍາມະນາ, ລາຍຈ່າຍຮັບແຂກ, ຊື້ໃໝ່, ລາຍຈ່າຍໂຄງການສົ່ງເສີມວິຊາການທີ່ນອນໃນແຜນລາຍຈ່າຍລົງທຶນຂອງລັດປີ 2021 ແລະລາຍຈ່າຍຮ່ວງອື່ນໆຕາມມາດຕະການຕ່າງໆຂອງຄະ ນະສະເພາະກິດຂັ້ນສູນກາງ ແລະຂັ້ນແຂວງໃນການປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດໂຄວິດ- 19; 3) ໃຫ້ຄັງເງິນແຫ່ງຊາດ ແລະຄັງເງິນປະຈໍາທ້ອງຖິ່ນເປັນເຈົ້າການກວດກາເອກະສານກ່ອນຈ່າຍໃຫ້ຖືກຕ້ອງຕາມລະບຽບການ, ສໍາລັບລາຍຈ່າຍທີ່ຄາດວ່າຈະບໍ່ໄດ້ຈັດຕັ້ງປະຕິບັດແຕ່ໄດ້ຮັບການອະນຸມັດຈາກຂະແໜງງົບປະມານແມ່ນບໍ່ໃຫ້ປະກອບໃບຖອນເງິນ ແລະໂອນເຂົ້າບັນຊີເງິນຝາກໃນລະບົບຄັງເງິນ, ສໍາລັບໃບຖອນທີ່ໄດ້ປະກອບຫາຂະແໜງຄັງເງິນແລ້ວໃຫ້ຍົກເລີກອອກຈາກລະບົບຂໍ້ມູນຂ່າວສານການເງິນ; 4) ບໍ່ໃຫ້ຫົວໜ່ວຍງົບປະມານປະກອບເອກະສານຂໍຖອນເງິນຕາມແຜນທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແລະຖອນເງິນສົດມາຮັກສາໄວ້ໃນຄັງຂອງຫົວໜ່ວຍງົບປະມານໃນຮ່ວງລາຍຈ່າຍທີ່ບໍ່ຈໍາເປັນເປັນຕົ້ນລາຍຈ່າຍບໍລິຫານ, ດັດສົມ-ສົ່ງເສີມວິຊາການ, ຊື້ໃໝ່ ແລະຮ່ວງອື່ນໆທີ່ບໍ່ສອດຄ່ອງກັບລະ ບຽບການ. ບັນດາລາຍຈ່າຍຕ່າງໆຂ້າງເທິງນີ້ກໍລະນີບໍ່ໄດ້ປະຕິບັດໃຫ້ຖືເປັນການປະຢັດແລະຫຼຸດຜ່ອນລາຍຈ່າຍຫ້າມບໍ່ໃຫ້ມີການດັດສະເລ່ຍໄປໃສ່ຮວງອື່ນຍົກເວັ້ນຮ່ວງລາຍຈ່າຍຄ່າໄຟຟ້າ, ນໍ້າປະປາ-ຄ່າ ໂທລະຄົມມະນາຄົມທີ່ມີໜີ້ຄ້າງຊໍາລະ.
  ມາດຕະການປະຕິບັດ ແລະຫຼຸດຜ່ອນລາຍຈ່າຍເງິນລົງທຶນຂອງລັດ 1) ການປະຕິບັດລາຍຈ່າຍເງິນລົງທຶນຂອງລັດປີ 2021 ໃຫ້ຖືເອົາການເບີກຈ່າຍເງິນບວງເລື່ອນຈ່າຍປີ 2020 (ຍົກເວັ້ນໂຄງການສົ່ງເສີມວິຊາການ) ເປັນບູລິມະສິດ ແລະສືບຕໍ່ປະຕິບັດແຜນລາຍຈ່າຍເງິນລົງທຶນຂອງລັດປີ 2021 ບົນພື້ນຖານຄວາມອາດສາມາດຕົວຈິງຂອງງົບປະມານໄລຍະທ້າຍປີ; 2) ບໍ່ອະນຸຍາດໃຫ້ຂະແໜງການສູນກາງແລະທ້ອງຖິ່ນ (ເຈົ້າຂອງໂຄງການ) ສະເໜີຂໍອະນຸມັດແລະຂໍຖອນເງິນໂຄງການສົ່ງເສີມວິຊາການທີ່ນອນໃນ ແຜນລົງທຶນຂອງລັດປີ 2021 ລວມທັງບ້ວງເລື່ອນຈ່າຍຈາກປີ 2020. ສະເໜີໃຫ້ຂະແໜງແຜນການແລະການລົງທຶນບໍ່ອອກໃບຢັ້ງຢືນໃຫ້ບັນດາໂຄງການດັ່ງກ່າວໃນປີ 2021, ກໍລະນີທີ່ໄດ້ອອກໃບຢັ້ງຢືນ ແລະປະກອບເອກະສານເຖິງຂະແໜງການເງິນແລ້ວໃຫ້ຂະແໜງງົບປະມານ ແລະຂະແໜງຄັງເງິນໂຈະການປະຕິບັດລາຍຈ່າຍດັ່ງກ່າວແລະຍົກເລີກຂໍ້ມູນອອກຈາກລະບົບຂໍ້ມູນຂ່າວສານການເງິນ. ບັນດາໂຄງການສົ່ງເສີມວິຊາການທີ່ບໍ່ໄດ້ປະຕິບັດງົບປະມານໃນປີ 2021 ລວມທັງບ້ວງເລື່ອນຈ່າຍຈາກປີ 2020 ຖືເປັນການປະຢັດ ແລະຫຼຸດຜ່ອນລາຍຈ່າຍງົບປະມານໂດຍບໍ່ໃຫ້ມີການຍົກຍອດແຜນງົບປະມານດັ່ງກ່າວໄປສືບຕໍ່ປະຕິບັດໃນປີ 2022 ຫຼືປີຕໍ່ໄປ; ສ່ວນການລົງເຄື່ອນໄຫວ ແລະປະຕິບັດວຽກຕົວຈິງຂອງໂຄງການດັ່ງກ່າວໃຫ້ຂື້ນແຜນງົບປະມານປີ 2022 ຕາມລະບຽບການ.