9 ເດືອນ ເຊກອງລາຍຮັບບໍ່ເຄິ່ງແຜນປີ

ຂ່າວ: ສັນຍາ

   ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ແຂວງເຊກອງໃນໄລຍະ 9 ເດືອນຜ່ານມາເຫັນວ່າຍັງມີຫຼາຍດ້ານພົບຄວາມຫຍຸ້ງຍາກ ແລະທ້າທາຍສູງເປັນຕົ້ນແມ່ນບັນຫາສະພາບຟືດເຄືອງທາງດ້ານການເງິນງົບປະມານ, ໄພພິບັດຈາກທໍາມະຊາດ ແລະບັນຫາການລະບາດຂອງພະຍາດໂຄວິດ-19 ອັນໄດ້ສົ່ງຜົນເຮັດໃຫ້ການເກັບລາຍຮັບພວມໄດ້ 39 ຕື້ກວ່າກີບ ເທົ່າກັບ 48,42% ຂອງແຜນການປີ.

   ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງໃຫ້ຮູ້ວ່າ: ຜ່ານໄປ 9 ເດືອນປີ 2021 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນງົບປະມານແຫ່ງລັດ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ພຽງ 39,11 ຕື້ກີບ ເທົ່າກັບ 48,42% ຂອງແຜນການປີ (ແຜນ 80,78 ຕື້ກີບ) ໃນນັ້ນພູດສູນກາງປະຕິບັດຢູ່ທ້ອງຖິ່ນ 430 ລ້ານກີບ ເທົ່າກັບ 8,47% ແລະພູດທ້ອງຖິ່ນ 38,67 ຕື້ກີບເທົ່າກັບ 51,15% ຂອງແຜນປີ, ສ່ວນດ້ານລາຍຈ່າຍປະຕິບັດໄດ້ 208,67 ຕື້ກີບ ເທົ່າກັບ 57,25% ຊຶ່ງສ່ວນໃຫຍ່ແມ່ນຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ ແລະອື່ນໆ.

    ທ່ານຮອງເຈົ້າແຂວງເຊກອງໃຫ້ຮູ້ອີກວ່າ: ໂດຍລວມແລ້ວຄາດຄະເນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຢູ່ແຂວງເຊກອງໃນປີ 2021 ອາດມີຫຼາຍຂະແໜງການຈະບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ວາງໄວັງນີ້ກໍ່ເນື່ອງຈາກສະພາບຄວາມຫຍຸ້ງຍາກທາງດ້ານການເງິນງົບປະມານຂອງປະເທດເຮົາບໍ່ຄ່ອຍເອື້ອອໍານວຍເທົ່າທີ່ຄວນ, ສະເພາະພາຍໃນແຂວງກໍ່ຍັງພົບຂໍ້ຫຍຸ້ງຍາກຫຼາຍຢ່າງເປັນຕົ້ນສະພາບໄພພິບັດຈາກທໍາມະຊາດ ແລະການລະບາດຂອງພະຍາດໂຄວິດ-19 ທີ່ມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືຜູ້ປະກອບການທຸລະກິດເຮັດໃຫ້ການເກັບພາສີ-ອາກອນ ແລະລາຍຮັບອື່ນໆພົບຄວາມຫຍຸ້ງຍາກ.