ຈີນຜະລິດເຄື່ອງເຈາະອຸໂມງສົ່ງອອກ

   ບໍລິສັດອຸປະກອນວິສາວະກຳທາງລົດໄຟ ສປ ຈີນ (CREG) ເປັນບໍລິສັດຜູ້ຜະລິດອຸປະກອນດ້ານການເຈາະອຸໂມງລາຍໃຫຍ່ສຸດຂອງຈີນ ຜະລິດເຄື່ອງເຈາະອຸໂມງສົ່ງອອກດ້ວຍຕົນເອງ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ນາງ ຫວັງຕູ້ຈຽນ ເປັນຫົວໜ້າວິສາວະກອນ CREG ກ່າວວ່າ ໃນປີ 2008 ລາວ ແລະທີມງານເລີ່ມອອກ ແບບ ແລະພັດທະນາຫົວເຈາະ TBM ລຸ້ນທຳອິດຂອງ ປະເທດຂຶ້ນມາ ແລະບໍລິສັດສາມາດຜະລິດໄດ້ພຽງ ອັນດຽວ ເທົ່ານັ້ນໃນເວລາໜຶ່ງປີ ຊຶ່ງໃນໄລຍະ2-3 ປີທຳອິດກໍພົບກັບບັນຫາເຊັ່ນ ຄວາມຕ້ອງການໃນຕ່າງ ປະເທດຖືກສະກັດກັ້ນ, ແຕ່ໃນປະຈຸບັນ ຊຶ່ງຜ່ານການ ຈາກຈຸດນັ້ນມາເປັນເວລາປະມານ 10 ປີ ເຮົາໄດ້ພັດ ທະນາຄຸນນະພາບຜະລິດຕະພັນຢ່າງຕໍ່ເນື່ອງ ຈົນສາ ມາດສົ່ງອອກຜະລິດຕະພັນບາງອັນໄດ້ ຊຶ່ງບໍລິສັດ ສາມາດອອກແບບ ແລະຜະລິດເຄື່ອງເຈາະ TBM ໄດ້ ດ້ວຍຕົນເອງຄຸນນະພາບສູງຂຶ້ນເລື້ອຍໆ ເມື່ອທຽບ ກັບຫົວເຈາະອັນທຳອິດທີ່ເຮົາຜະລິດ.

   ປະຈຸບັນບໍລິສັດສາມາດຜະລິດຫົວເຈາະໄດ້ຫຼາຍ ກວ່າ 280 ອັນຕໍ່ປີ ໂດຍຫຼາຍປີທີ່ຜ່ານມາບໍລິສັດຜະລິດອຸປະກອນດ້ານການເຈາະອຸໂມງມາແລ້ວຫຼາຍ ກວ່າ 780 ອັນ ແລະຫຼ້າສຸດໃນເດືອນທີ່ຜ່ານມາ ບໍລິ ສັດຫາກໍສົ່ງມອບເຄື່ອງເຈາະອຸໂມງ TBM ຈຳນວນ 2 ອັນໃຫ້ກັບບໍລິສັດລົດໄຟໃຕ້ດິນສິງກະໂປ.

 ນສພ ເສດຸະກິດ-ສັງຄົມ