ອີຢູລົງທຶນຢູ່ຫວຽດນາມເພີ່ມຂຶ້ນ 483 ລ້ານໂດລາ

   ສະຫະພາບເອີຣົບ (ອີຢູ) ລົງທຶນຢູ່ ສສ ຫວຽດນາມເພີ່ມຂຶ້ນ 483 ລ້ານໂດລາສະຫະລັດ ໃນໄລຍະ 9 ເດືອນຂອງປີ 2021 ນີ້ ເຖິງແມ່ນວ່າຫວຽດນມີສະຖານະການຕິດເຊື້ອໂຄວິດ-19 ລະບາດ.
   ຕາມຂ່າວຕ່າງປະເທດລາຍງານວ່າສະມາຊິກອີຢູລົງທຶນຢູ່ຫວຽດນາມເພີ່ມຂຶ້ນ 26 ປະເທດ ນັກລົງທຶນອັນດັບໜຶ່ງຄືໂຮນລັງ, ຝຣັ່ງ ແລະເຢຍລະມັນຄາດວ່າອີຢູຈະລົງທຶນຢູ່ຫວຽດນາມເພີ່ມຂຶ້ນທັງໃນໄລຍະປານກາງ ແລະໄລຍະຍາວ ສ່ວນໃຫຍ່ເປັນອຸດສາຫະກຳໄຮເທັກ, ນອກຈາກອີຢູລົງທຶນໃນຫວຽດນາມເພີ່ມຂຶ້ນແລ້ວການຄ້າຫວຽດນາມກັບປະເທດໃນອີຢູກໍ່ເພີ່ມຂຶ້ນເຊັ່ນກັນນັບຕັ້ງແຕ່ຂໍ້ຕົກລົງເຂດການຄ້າເສລີອີຢູ-ຫວຽດນາມ ມີຜົນບັງຄັບໃຊ້ໃນເດືອນສິງຫາປີກ່ອນ ຊຶ່ງການຄ້າປີນີ້ເພີ່ມຂຶ້ນເກືອບ 12% ເປັນ 54,6 ຕື້ໂດລາ ໃນຈຳນວນນີ້ເປັນການສົ່ງອອກຂອງຫວຽດນາມ 38,5 ຕື້ໂດລາ ສ່ວນໃຫຍ່ເປັນໂທລະສັບ ແລະອາໄຫຼ່, ຄອມພີວເຕີເຄື່ອງໃຊ້ໄຟຟ້າ, ເກີບ, ແຜ່ນແພ, ເຄື່ອງຈັກ, ແລະຜະລິດຕະພັນເຫຼັກ.
 ຫຼາຍເມືອງໃນຫວຽດນາມດຳເນີນມາດຕະການດຶງດູດການລົງທຶນຈາກອີຢູດ້ວຍການຈັດຫາທີ່ດິນອ້ອມຂ້າງນິຄົມອຸດສາຫະກຳຈັດເຮັດໂຄງສ້າງພື້ນຖານສ້າງແຮງງານມີທັກສະໃນຂະແໜງກະສິກຳ, ການຜະລິດ ແລະໂລຈິສຕິກ.