ຫຼວງນໍ້າທາ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ຂ່າວ: ມຸນຕີ

    ໃນອາທິດຜ່ານມານີ້ແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ບັນດາເອກະສານກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດປີ 2021-2023 ພາຍໃຕ້ການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ, ປະທານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ, ມີທ່ານ ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຄະນະຮັບຜິດຊອບຊີ້ນຳແຜນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 5 ເມືອງ, ປກຊ-ປກສ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້, ປະກອບມີ: ເອກະສານຕ່າງໆກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດເປັນຕົ້ນເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023, ຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີຊີ້ນຳໆພາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ, ມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ, ຄຳສັ່ງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດວາລະແຫ່ງຊາດ, ກົດໝາຍວ່າດ້ວຍການປັບປຸງມາດຕະການຂອງກົດໝາຍ ແລະແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດທັງນີ້, ກໍ່ເພື່ອເປັນການປຸກລະດົມ, ຂົນຂວາຍກໍາລັງແຮງສັງລວມເຂົ້າໃນການແກ້ໄຂບັນຫາຢາເສບຕິດທີ່ລະບາດເປັນວົງກວ້າງໃຫ້ຫຼຸດລົງ, ທັງເປັນການແກ້ໄຂສາເຫດ ແລະເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດ ແລະສ້າງໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ກ່າວໄປສູ່ສັງຄົມລາວປອດຢາເສບຕິດ.

   ໂອກາດນີ້, ທ່ານ ຄຳໄຫຼ ສີປະເສີດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະເຮັດວຽກຂອງທ່ານ ພົນຕີ ທອງເຫຼັກ ມັງໜໍ່ເມກ ພ້ອມດ້ວຍຄະນະໃນຄັ້ງ ນີ້, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍຂອງກະຊວງປ້ອງກັນຄວາມສະຫງົບທີ່ມີຕໍ່ການປົກປັກຮັກສາ ແລະສ້າງສາພັດທະນາ ແຂວງຫຼວງນໍ້າທາ ກໍ່ຄືການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ເປັນໄພຄຸກຄາມທີ່ອັນຕະລາຍຢ່າງໜັກໜ່ວງໃນບັນດາປະເທດໃນໂລກກໍ່ຄືປະເທດລາວຂອງພວກເຮົາ, ການມາຢ້ຽມຢາມ ແລະເຮັດວຽກຂອງທ່ານຍັງເປັນການປຸກລະດົມ, ຊຸກຍູ້ແນວຄິດຈິດໃຈຂອງພະນັກງານ ແລະປະຊາຊົນບັນດາເຜົ່າພາຍໃນແຂວງໂດຍສະເພາະແມ່ນພະນັກງານ-ເຈົ້າໜ້າທີ່ໃນກໍາລັງປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ.