ປາບໂຄວິດ ຕິດພັນກັບສຸຂະພາບຄົນ-ເສດະກິດ

ຂ່າວ: ຣັດສະໝີ ດວງສັດຈະ
   ໃນໂອກາດທີ່ພົບປະກັບສື່ມວນຊົນ (6 ຕຸລາ 2021); ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ນໍາສະເໜີ ແລະແກ້ບາງຂໍ້ຄິດເຫັນຂອງສັງຄົມທີ່ຕິດພັນກັບການລະບາດພະຍາດໂຄວິດ-19 ມີ 3 ປະເພດຄື: 1. ສະເໜີໃຫ້ປິດເມືອງ (ລ໋ອກດາວ) ຢ່າງເດັດຂາດ,ສະເພາະຜູ້ທີ່ມີລາຍຮັບດີ; 2. ສະເໜີໃຫ້ເປີດໂຮງງານ ຫຼື ທຸລະກິດຕ່າງໆ ເພື່ອຈະໄດ້ມີວຽກເຮັດງານທໍາ, ສ່ວນໃຫຍ່ຜູ້ທີ່ຂາດເຂີນ, ຫາເຊົ້າກິນຄໍ່າ ແລະປະເພດ ທີ 3. ເຫັນດີຕາມຂໍ້ສະເໜີທີ 2 ຊຶ່ງລັດຖະບານພວກເຮົາເຄີຍປະຄັບປະຄອງຜ່ານມາເຮັດໃຫ້ສົມດູນລະຫວ່າງມາດຕະການການແພດກັບການບໍລິຫານ ແລະເສດຖະກິດຊຶ່ງອັນໃດເປີດໄດ້ກໍ່ເປີດ, ອັນໃດໃຫ້ປິດກໍ່ປິດ ແລະກໍ່ເປີດຕາມສະຖານະການທີ່ລັດຖະບານເຮົາໄດ້ນໍາໃຊ້ໃນໄລຍະຜ່ານມາ.
   ປະຈຸບັນນີ້, ພະຍາດໂຄວິດ-19 ໄດ້ແຜ່ລະບາດໃນຫຼາຍປະເທດທົ່ວໂລກລວມທັງບັນດາປະເທດໃນຂົງເຂດກໍ່ຄືປະເທດທີ່ມີຊາຍແດນຕິດກັບປະເທດເຮົາຍັງບໍ່ມີທ່າອ່ຽງທີ່ຈະເປັນສູນຊຶ່ງເກືອບ 2 ປີ ທີ່ໄດ້ປະເຊີນກັບການລະບາດພະຍາດດັ່ງກ່າວ ແລະມີຫຼາຍປະເທດກໍ່ລິເລິ່ມຄວາມຄິດທີ່ຈະເປີດປະເທດລວມທັງການທ່ອງທ່ຽວ ແລະກິດຈະກຳອື່ນໆ ໃຫ້ກັບຄືນສູ່ປົກກະຕິໂດຍໄວຊຶ່ງເປັນວິຖິການດຳລົງຊີວິດປົກກະຕິແບບໃໝ່ (New Normal) ໝາຍຄວາມວ່າ: ຕ້ອງໃສ່ຜ້າປິດປາກ-ດັງ, ລ້າງມືເລື້ອຍ ດ້ວຍນໍ້າສະອາດໃສ່ສະບູ ຫຼືເຈລລ້າງມືຂ້າເຊື້ອ, ເຮັດວຽກຢູ່ເຮືອນ, ຕິດຕໍ່ສື່ສານທາງອອນລາຍ (ການຮຽນ, ການເຮັດວຽກ, ການໄປພົບແພດ, ການເຮັດທຸລະກິດຊື້-ຂາຍ), ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ່ຽງສະຖານທີ່ແອອັດ, ຮັກສາຄວາມສະອາດພາຍໃນເຮືອນ/ສະຖານທີ່ເຮັດວຽກເລື້ອຍໆຊຶ່ງຈະປະຕິບັດວິຖີຊີວິດແບບໃໝ່ນີ້ໄປເລື້ອຍໆໃນອະນາຄົດ;ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວເມື່ອວັນທີ 18.10.2021.
   ໃນສະຖານະການຄືດັ່ງກ່າວ, ໄດ້ເລັ່ງທວງໃຫ້ມີການປາບ ແລະສັກຢາວັກແຊງກັນພະຍາດໂຄວິດ-19 ຢ່າງຕັ້ງໜ້າ ແລະຮັກສາສຸຂະພາບຂອງປະຊາກອນເປັນສໍາຄັນຄວບຄູ່ກັບສຸຂະພາບຂອງເສດຖະກິດໃຫ້ເດີນຕໍ່ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງເໝືອນດັ່ງປຣັຊະຍາທີ່ວ່າ: ໂຄງລ່າງຕັດສິນໂຄງບົນ ຫຼື ກອງທັບເດີນດ້ວຍທ້ອງ; ສະນັ້ນ, ໃນຫວ່າງບໍ່ດົນມານີ້, ສຄອຊ ໄດ້ສະເໜີໃຫ້ລັດພິຈາລະນາແກ້ 4 ບັນຫາມີທັງຂໍ້ສະດວກ, ຂໍ້ຈຳກັດ ແລະຂໍ້ຫຍຸ້ງຍາກໃຫ້ແກ່ພາກທຸລະກິດເປັນຕົ້ນບັນດາໂຮງງານຕັດຫຍິບ, ໂຮງງານອື່ນໆ ແລະ ໂຄງການໃຫ່ຍທີ່ມີຄວາມສ່ຽງໃນການລະບາດຕ້ອງໄດ້ປິດລົງ ແລະ ມີທີທ່າວ່າຈະແກ່ຍາວໄປອີກເຮັດໃຫ້ໂຮງງານຕັດຫຍິບ ແລະໂຮງງານຜະລິດຈຳນວນໜຶ່ງຄິດຈະຍ້າຍຖານການຜະລິດໄປປະເທດອື່ນ, ການປິດກິດຈະການໂຮງງານຕ່າງໆ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດເປັນເລື່ອງດີ, ແຕ່ສ້າງຄວາມເສຍຫາຍໃຫ້ກັບພາກທຸລະກິດເປັນຕົ້ນເສຍໂອກາດທາງການຕະຫຼາດ, ເສຍງົບປະມານໃນການປະຄັບປະຄອງທຸລະກິດ, ຮັກສາແຮງງານ ແລະມີຫຼາຍໂຮງງານອາດຈະໄດ້ປິດໂຕລົງຊຶ່ງຈະສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງລາວ ແລະຂະນະນີ້ໂຄງການສັກກວັກຊິນຂອງລັດຖະບານກໍ່ໄດ້ຮັບຜົນດີພໍສົມຄວນຈຶ່ງສະເໜີໃຫ້ມີການຜ່ອນຜັນມາດຕະການປ້ອງກັນ ແລະຄວບຄຸມເພື່ອເຮັດໃຫ້ເສດຖະກິດໄດ້ມີການຟື້ນຟູໄດ້ໄວ.
   ສຳລັບແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານຕິດພັນກັບການປະຕິບັດຕົວຈິງຮັບປະກັນໃຫ້ມີເຂົ້າກິນ ຫຼືມີສະບຽງອາຫານພຽງພໍດ້ວຍການລົງທຶນທີ່ມີປະສິດທິຜົນທີ່ສາມາດເຮັດໃຫ້ມີການສະສົມສະບຽງອາຫານ, ຍົກສູງສະມັດຕະພາບຂອງການຜະລິດ ແລະມີແຫຼ່ງສະໜອງທີ່ພຽງພໍເພາະສະບຽງອາຫານເປັນອັນຫຼໍ່ລ້ຽງຊີວິດຂອງຄົນ; ໃນຕໍ່ໜ້າການແຜ່ລະບາດພະຍາດດັ່ງກ່າວ, ການຜະລິດສະບຽງອາຫານຈຶ່ງຖືເປັນໜ້າທີ່ອັນດັບ 1 ຂອງທຸກຊັ້ນຄົນໂດຍພ້ອມກັນຫັນມາຈັດຕັ້ງປະຕິບັດແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານດ້ວຍການ “ກຸ້ມຕົນເອງເພິ່ງຕົນເອງດ້ວຍວຽກງານ 4 ປູກ-4 ລ້ຽງ” ໃຫ້ຫຼາຍຂຶ້ນຊຶ່ງໃນຕົ້ນປີ 2020 ພວກເຮົາໄດ້ປະສົບກັບການແຜ່ລະບາດພະຍາດດັ່ງກ່າວເຮັດໃຫ້ມີການຂາດແຄນອາຫານ ການກິນ, ເມື່ອເປັນຈັ່ງຊັ້ນຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຫຼື ບຸກຄົນທີ່ມີເງື່ອນໄຂ-ມີສະຖານທີ່ເໝາະສົມກໍ່ຕ້ອງຜະລິດສະບຽງອາຫານສໍາຮອງໄວ້ເພື່ອຄໍ້າປະກັນໃຫ້ຄອບຄົວໄດ້ມີເຂົ້າປາອາຫານໄວ້ບໍລິໂພກໃນຍາມຈໍາເປັນ, ທັງເປັນການສ້າງ ວັດທະນະທໍາໃນການອອກແຮງງານ, ຮູ້ປະຢັດ, ອາຫານທີ່ສະອາດສາມາດບໍລິໂພກໄດ້ທັນທີທັງປ້ອງກັນເຫດທີ່ພວກເຮົາອາດບໍ່ຮູ້ວ່າມັນຈະເກີດເມື່ອໃດ?.
   ປະຈຸບັນ; ສະພາບການການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ເລັ່ງທວງໃຫ້ທຸກຄົນໃນຊາດ, ຕ້ອງຍົກສູງ ແລະເພີ່ມທະວີວຽກງານ 4 ປູກ-4 ລ້ຽງ ໃຫ້ກາຍເປັນການກະທຳຕົວຈິງແນໃສ່ໃຫ້ກຸ້ມການຜະລິດເພື່ອບໍລິໂພກໃນທົ່ວສັງຄົມໃນນີ້ຜູ້ໃດມີເນື້ອທີ່ການຜະລິດໜ້ອຍກໍ່ເຮັດເປັນສວນຄົວ, ເຮັດອ່າງລ້ຽງປາ ແລະ ສັດເຄິ່ງບົກ-ເຄິ່ງນໍ້າ, ສຳລັບຜູ້ທີ່ມີເນື້ອທີ່ການຜະລິດກ້ວາງກໍ່ນຳໃຊ້ດິນໃຫ້ເກີດປະໂຫຍດຈາກຕົ້ນທຶນການປູກ-ການລ້ຽງ ນ້ອຍໆສູ່ການຜະລິດໃຫຍ່ທີ່ນໍາໃຊ້ເຕັກໂນໂລຊີ-ວິຊາການທີ່ດີດ້ວຍແຫຼ່ງທຶນຂອງຕົນ ແລະກ້າວສູ່ການກູ້ຢືມທຶນຮອນເພື່ອການຜະລິດດອກເບ້ຍຕໍ່ໄລຍະຍາວຈາກທະນາຄານ ຫຼືສະຖາບັນການເງິນພາຍໃຕ້ເງື່ອນໄຂແຫຼ່ງທຶນການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ (SME) ຮັບປະກັນແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານເພື່ອບໍລິໂພກ ແລະໃຫ້ກາຍເປັນສິນຄ້າບົນພື້ນຖານການແກ້ບັນຫາການນຳເຂົ້າສິນຄ້າປະເພດສະບຽງອາຫານຈາກຕ່າງປະເທດເຮັດໃຫ້ພະນັກງານ, ທະຫານ, ຕຳຫຼວດແລະປະຊາຊົນຊັ້ນຄົນຕ່າງໆໄດ້ຮັບຜົນປະໂຫຍດປະກອບສ່ວນເຂົ້າໃນການແກ້ໄຂບັນຫາບອບບາງທາງດ້ານເສດຖະກິດ, ການເງິນ-ເງິນຕາ ແລະພະຍາດໂຄວິດໃຫ້ກ້າວສູ່ສະພາບປົກກະຕິໃນຕໍ່ໜ້ານີ້.