ເກີດເຫດນໍ້າຖ້ວມ-ດິນເຈື່ອນຢູ່ອິນເດຍເສຍຊີວິດ 25 ຄົນ

  ເກີດເຫດຝົນຕົກໜັກຢ່າງຕໍ່ເນື່ອງນັບຕັ້ງແຕ່ວັນທີ 16 ຕຸລາ ຈົນມາເຖິງວັນທີ 17 ຕຸລາທີ່ຜ່ານມາ ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະດິນເຈື່ອນໃນຫຼາຍພື້ນທີ່ຂອງລັດທາງພາກໃຕ້ຂອງປະເທດ.

  ຕາມຂ່າວຕ່າງປະເທດລາຍງານວ່າ: ເກີດເຫດນໍ້າຖ້ວມໃນລັດເກຣລະ ທາງພາກໃຕ້ຂອງອິນເດຍ ນໍ້າໃນແມ່ນໍ້າຖ້ວມລົ້ນເກີດດິນເຈື່ອນຕັດຂາດຫຼາຍເມືອງ ແລະໝູ່ບ້ານຫຼາຍແຫ່ງອອກຈາກໂລກພາຍນອກບ້ານເຮືອນ ຫຼາຍຫຼັງເປ່ເພ, ເຫດນໍ້າຖ້ວມດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ໃນລັດເກຣລະນອກຈາກນີ້ ຍັງມີລາຍງານພົບສົບເດັກນ້ອຍອາຍຸ 4 ປີ, 7 ປີ ແລະ 8 ປີ ຖືກຝັງຢູ່ໃຕ້ຊາກເຮືອນເປ່ເພຂະນະທີ່ໜ່ວຍກູ້ໄພກຳ ລັງອອກຄົ້ນຫາຜູ້ສູນຫາຍອີກ 5 ຄົນ.

  ເຈົ້າໜ້າທີ່ຂອງອິນເດຍກຳລັງໃຊ້ເຮລິກອບແຕໃນການສົ່ງສະບຽງອາຫານ ແລະເຈົ້າໜ້າທີ່ໄປຍັງພື້ນທີ່ຕ່າງໆທີ່ມີປະຊາຊົນຕິດຄ້າງຫຼາຍຄົນຂະນະທີ່ມີການໃຊ້ເຮືອປະມົງອົບພະຍົບຜູ້ຄົນອອກຈາກເຂດເມືອງ ຕ່າງໆຂອງລັດເກຣລະເນື່ອງຈາກຖະໜົນຖືກຕັດຂາດດ້ວຍກະແສນໍ້າ ຫຼື ຕົ້ນໄມ້ຫັກລົ້ມ.

----

ໜັງສືພິມ ເສດຖະກິດ-ສັງຄົມ