ອາເມລິກາ ຖິ້ມວັກແຊງຫຼາຍກວ່າ 15 ລ້ານຫຼອດ

  ອີງຕາມຂໍ້ມູນຈາກມະຫາວິທະຍາໄລຈອນສ ຮອບກິນຂອງອາເມລິກາ, ມາຮອດເວລາ 4 ໂມງ 21 ນາທີຂອງວັນທີ 17 ຕຸລານີ້ຕາມເວລາວຽງຈັນ, ຢູ່ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 44.910.656 ກໍລະນີ, ມີຜູ້ເສຍຊີວິດແລ້ວ 724.122 ກໍລະນີ.

  ໜັງສືພິມ ເດິກາດຽນ ຂອງອັງກິດລາຍງານວ່າ: ໃນເວລາທີ່ທົ່ວໂລກປະເຊີນກັບບັນຫາທີ່ຂາດເຂີນວັກແຊງໂຄວິດ-19, ອາເມລິກາພັດໄດ້ສິ້ນເປືອງວັກແຊງໂຄວິດ-19 ນັບເປັນລ້ານຫຼອດໄປລ້າໆ, ຂໍ້ມູນຂອງສູນປ້ອງກັນ ແລະຄວບຄຸມພະຍາດຂອງອາເມລິກາສະແດງໃຫ້ເຫັນວ່າ, ແຕ່ເດືອນມີນາຮອດເດືອນກັນຍາປີ 2021, ອາເມລິກາໄດ້ປະຖິ້ມວັກແຊງໂຄວິດ-19 ຢ່າງໜ້ອຍ 15 ລ້ານຫຼອດ.

  ແຕ່ໃນຂະນະດຽວກັນນັ້ນ, ໃນໂລກຍັງມີຄົນຈຳນວນຫຼາຍຕ້ອງຄອຍຖ້າສັກວັກແຊງ, ນັບມາຮອດເດືອນກໍລະກົດປີນີ້, ຢູ່ປະເທດລາຍຮັບຕໍ່າມີປະຊາກອນພຽງແຕ່ 1% ໄດ້ສັກວັກແຊງໂຄວິດ-19 ເຂັມທໍາອິດ.

----

ໜັງສືພິມ ເສດຖະກິດ-ສັງຄົມ