ໄຟໄໝ້ອາຄານ 13 ຊັ້ນໃນໄຕ້ຫວັນ ເສຍຊີວິດ 46 ຄົນ

  ວັນທີ 14 ຕຸລາທີ່ຜ່ານມາ ເກີດເຫດໄຟໄໝ້ອາຄານສູງ 13 ຊັ້ນໃນໄຕ້ຫວັນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ ແລະໄດ້ຮັບບາດເຈັບຫຼາຍສິບຄົນ.
ຕາມຂ່າວຕ່າງປະເທດລາຍງານວ່າເກີດເຫດໄຟໄໝ້ອາຄານສູງ 13 ຊັ້ນ ໃນເມືອງເກົາສົງຕັ້ງຢູ່ທາງພາກໃຕ້ຂອງໄຕ້ຫວັນ(ຈີນ)ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ ແລະ ບາດເຈັບອີກຈຳນວນໜຶ່ງ ຊຶ່ງເປັນອາຄານເກົ່າແກ່ປະມານ 40 ປີແລ້ວ.ສ່ວນສາເຫດຂອງການເກີດໄຟໄໝ້ ໃນຄັ້ງນີ້ພວມຢູ່ໃນຂັ້ນຕອນຂອງໜ່ວຍງານສືບສວນ-ສອບສວນໃນຂະນະນີ້.
  ກ່ອນໜ້ານີ້ ເຈົ້າໜ້າທີ່ເຕືອນວ່າ ອາດຍັງມີຜູ້ຄົນສ່ວນໜຶ່ງຕິດຢູ່ພາຍໃນສ່ວນທີ່ພັກອາໄສຂອງອາຄານຫຼັງນີ້ ຊຶ່ງຢູ່ລະຫວ່າງຊັ້ນ 7 ເຖິງຊັ້ນ 11.

----

ໜັງສືພິມ ເສດຖະກິດ-ສັງຄົມ