ວັກແຊງໂຄວິດໃນປະເທດພັດທະນາ ສ່ຽງໝົດອາຍຸ 240 ລ້ານໂດສ

  ວາລະສານ ນິກເຄອິ ອາຊີ (Nikkei Asia) ຂອງຍີ່ປຸ່ນລະບຸວ່າ: ກຸ່ມປະເທດພັດທະນາແລ້ວມີວັກແຊງປ້ອງກັນພະຍາດໂຄວິດ-19 ຫຼາຍຮ້ອຍລ້ານໂດສມີຄວາມສ່ຽງໝົດອາຍຸກ່ອນສົ່ງມອບໃຫ້ປະເທດພວມພັດທະນາທີ່ຜະເຊີນກັບບັນຫາໃຫຍ່ດ້ານການຈັດຫາວັກແຊງ.
  ຕາມຂ່າວຕ່າງປະເທດລາຍງານວ່າ ອ້າງຕາມການວິເຄາະຂອງ ແອຣຟິນິຕິ (Airfinity) ເປັນບໍລິສັດວິໄຈອັງກິດລະບຸວ່າ: ວັກແຊງປ້ອງກັນພະຍາດໂຄວິດ-19 ປະມານ 100 ລ້ານໂດສ ທີ່ກຸ່ມປະເທດ ຈີ 7 (G7) ແລະ ປະເທດສະມາຊິກສະຫະພາບເອີຣົບ (EU) ໄດ້ສັ່ງຊື້ ຫຼື ເຮັດສັນ ຍານັ້ນຈະໝົດອາຍຸພາຍໃນທ້າຍປີນີ້. ເຖິງແມ່ນວ່າ ຈະພິຈາລະນາການສັກວັກແຊງໂດສ ກະຕຸ້ນແລ້ວກໍ່ຕາມຂະນະດຽວກັນວັກແຊງຂອງກຸ່ມປະເທດພັດທະນາແລ້ວປະມານ 240 ລ້ານໂດສ ຈະໝົດອາຍຸພາຍໃນ 2 ເດືອນຕໍ່ໜ້າ ຊຶ່ງເປັນໄລຍະເວລາທີ່ຍາກຕໍ່ການຂົນສົ່ງວັກແຊງໄປຍັງກຸ່ມປະເທດເສດຖະກິດເກີດໃໝ່.
  ນອກຈາກນັ້ນປະລິມານວັກແຊງໃນສາງຂອງກຸ່ມປະເທດ ຈີ 7 ແລະ ປະເທດສະມາຊິກອີຢູ ຈະເພີ່ມຂຶ້ນຫຼາຍກວ່າ 1 ຕື້ໂດສ ໃນທ້າຍປີ 2021 ເນື່ອງຈາກປະລິມານວັກແຊງມີຫຼາຍກວ່າຄວາມຕ້ອງການ.

----

ໜັງສືພິມ ເສດຖະກິດ-ສັງຄົມ