ເກີດເຫດລົດເມຕົກເຫວຢູ່ເນປານເສຍຊີວິດ 28 ຄົນ

  ວັນທີ 13 ຕຸລາທີ່ຜ່ານມາ ເກີດອຸບັດຕິເຫດລົດເມຕົກເຫວເລິກຫຼາຍຮ້ອຍແມັດ ໃນພື້ນທີ່ຫ່າງໄກທາງຕາເວັນຕົກສຽງເໜືອຂອງ ເນປານ ເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ ແລະໄດ້ຮັບບາດເຈັບຫຼາຍຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ  28 ຄົນ ແລະໄດ້ຮັບບາດເຈັບຢ່າງ ໜ້ອຍ 15 ຄົນ ໃນອຸບັດຕິເຫດລົດເມໂດຍສານຕົກລົງໄປໃນເຫວເລິກຫຼາຍຮ້ອຍແມັດໃນເຂດມູກູ ພື້ນທີ່ຫ່າງໄກເຂດພູດ້ານຕາເວັນຕົກ ສຽງເໜືອຂອງເນປານ ເຈົ້າໜ້າທີ່ໄດ້ນໍາຕົວຜູ້ທີ່ໄດ້ຮັບບາດເຈັບສົ່ງໂຮງໝໍທາງອາກາດ.

  ສ່ວນສາເຫດຍັງບໍ່ຮູ້ແນ່ນອນ ໂດຍບາງສຳນັກຂ່າວລະບຸວ່າ: ລົດເມອາດມີບັນຫາທີ່ລະບົບເບຣກຈົນສູນເສຍການຄວບຄຸມ ແລະຜູ້ເສຍຊີວິດອາດເພີ່ມຂຶ້ນເພາະທີມກູ້ໄພຍັງຢູ່ລະຫວ່າງການປະຕິບັດການຄົ້ນຫາໃນສະຖານທີ່ເກີດເຫດ.

----

ໜັງສືພິມ ເສດຖະກິດ-ສັງຄົມ