ອິດສະຣາແອນ ທົດລອງໂດຣນ ສົ່ງອາຫານຄັ້ງທຳອິດ

  ອິດສະຣາແອນເລີ່ມດຳ ເນີນການທົດລອງເຮືອບິນບໍ່ມີຄົນຂັບ (ໂດຣນ) ເພື່ອສົ່ງພັດສະດຸໃຫ້ແກ່ລູກຄ້າເປັນຄັ້ງທຳອິດພາຍໃຕ້ໂຄງການລິເລີ່ມໂດຣນແຫ່ງຊາດ (National Drone Initia tive) ໄລຍະທີ 3 ໃນເມືອງເທລອາວິບທາງພາກກາງຂອງປະເທດ.

  ຕາມຂ່າວຕ່າງປະເທດລາຍງານວ່າທ່ານ ກາຍມິຊາຣາຮີຜູ້ຈັດການຝ່າຍຮັບຜິດຊອບດ້ານທຸລະກິດຂອງບໍລິສັດແຄນໂດໂດຣນ (Cando Drones) ກ່າວວ່າ: ການທົດລອງໃນຄັ້ງນີ້ເປັນການສາທິດພຽງບໍ່ເທົ່າໃດຢ່າງ, ໜຶ່ງໃນນັ້ນຄືການໃຊ້ໂດຣນສົ່ງອາຫານ ແລະເຄື່ອງດື່ມໃຫ້ແກ່ລູກຄ້າ,  ຄາດວ່າອະນາຄົດຈະສາມາດໃຊ້ໂດຣນ ເພື່ອຂົນສົ່ງພັດສະດຸໄດ້ທຸກປະເພດລວມເຖິງການຂະຫຍາຍຂອບເຂດໃນການນໍາໃຊ້ໂດຣນ ເພື່ອມຸ່ງໄປສູ່ດ້ານອື່ນໆ.

ໂຄງການລິເລີ່ມໂດຣນແຫ່ງຊາດໃນໄລຍະ 2 ປີ ໂດຍເລີ່ມດຳເນີນການທົດລອງໂດຣນໃນເຂດຕົວເມືອງຂອງອິດສະຣາແອນເມື່ອເດືອນມັງກອນຜ່ານມາເພື່ອແນ່ໃສ່ສ້າງເຄືອຂ່າຍທາງເດີນອາກາດລະດັບຊາດສຳລັບການໃຊ້ໂດຣນ ຂົນສົ່ງຢາປິ່ນປົວ, ອຸປະກອນການແພດ, ສິນຄ້າອິຄອມ ເມີຣເປັນຕົ້ນ.

------

ໜັງສືພິມ ເສດຖະກິດ-ສັງຄົມ