ການເງິນປະຊຸມຄົບຄະນະພັກກະຊວງ

    ວັນທີ 11-12 ຕຸລາ 2021 ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ,ລັດຖະມົນຕີກະຊວງການເງິນ, ມີສະຫາຍຮອງເລຂາຄະນະພັກ, ຄະນະປະຈຳພັກ, ບັນດາກຳມະການຄະນະພັກ, ຄະນະພັກ, ຄະນະນຳແຕ່ລະຂັ້ນຂອງກະຊວງການເງິນເຂົ້າຮ່ວມ.
    ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນທິດຊີ້ນຳວ່າ: ການດຳເນີນກອງປະຊຸມຄັ້ງນີ້ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 1, 2 ແລະ 3 ສະໄໝທີ III ແລະ ການປະຕິບັດວາລະແຫ່ງຊາດທີ່ຕິດພັນກັບວຽກງານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນຕົ້ນ: ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ພ້ອມກັນຄົ້ນຄວ້າແລກປ່ຽນຄໍາຄິດຄໍາເຫັນຕໍ່ບາງບັນຫາ ແລະ ບາງເອກະສານທີ່ສໍາຄັນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງຂະແໜງການເງິນໃນໄລຍະໃໝ່.
   ພ້ອມກັນນັ້ນ,ໃນກອງປະຊຸມຍັງໄດ້ມີການເຜີຍແຜ່ເອກະສານທີ່ສຳຄັນຈຳນວນໜຶ່ງເພື່ອຮັກສາໄດ້ບົດບາດການນຳພາຂອງພັກ ແລະຮັກສາຄວາມສາມັກຄີເປັນເອກະ ພາບພາຍໃນພັກ, ເຮັດໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງພັກ-ລັດໄດ້ມອບໝາຍໃຫ້ ແລະມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ເພື່ອນຳພາ–ຊີ້ນຳເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນ ແລະ ພ້ອມກັນນຳພາ, ຊີ້ນຳວຽກງານໃນຂະແໜງການເງິນໃຫ້ມີການຫັນປ່ຽນໃໝ່ດີຂຶ້ນກວ່າເກົ່າ.
   ຄຽງຄູ່ກັນນີ້, ກໍ່ເພື່ອສຸມໃສ່ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 09 ເດືອນ ແລະທິດທາງມາດຕາການ 3 ເດືອນທ້າຍປີ 2021 ໃຫ້ໄດ້ຄາດໝາຍ ແລະ ລື່ນຄາດໝາຍທີ່ວາງໄວ້ຢ່າງເຄັ່ງຮ້ອນໃນທ່າມກາງການຈັດຕັ້ງປະຕິບັດບັນດາມາດຕະການເພີ່ມທະວີການສະກັດກັ້ນ, ການລະບາດ, ຄວບຄຸມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດເປັນວົງກວ້າງໃນເຂດຊຸມຊົນ. ສະນັ້ນ, ຕ້ອງນຳພາ–ຊີ້ນຳຢ່າງໃກ້ຊິດ ແລະເຮັດເປັນປະຈຳຢ່າງຕໍ່ເນື່ອງໃນການຊຸກຍູ້ເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ບັນລຸຕາມລະດັບຄາດໝາຍ.
 ໃນວາລະດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນຄັ້ງນີ້, ບັນດາສະຫາຍຄະນະປະຈຳພັກ, ບັນດາກຳມະການຄະນະພັກ, ເລຂາໜ່ວຍພັກໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ. ທັງນີ້, ເພື່ອເຮັດໃຫ້ວຽກງານຂະແໜງການເງິນໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ.