ລົດໄຟໂດຍສານ ຂະບວນລ້ານຊ້າງ ຈະເປີດບໍລິການໃນເດືອນນີ້

ຂ່າວ: ຣັດສະໝີ ດວງສັດຈະ 
    ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2 ທັນວາ 2021); ສປປ ລາວ ຮ່ວມກັບ ສປ ຈີນ ຈະໄດ້ເປີດການນໍາໃຊ້ລົດໄຟ ລາວ-ຈີນ ຢ່າງເປັນທາງການຊຶ່ງເປັນຄວາມຫວັງໃໝ່, ເປັນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງພັກ,  ລັດຖະບານ ແລະປະຊາຊົນລາວທີ່ຈະນໍາໃຊ້ລົດໄຟດັ່ງກ່າວໃຫ້ເກີດປະໂຫຍດສູງສຸດເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະຈະນໍາເຖິງຄວາມຮຸ່ງເຮືອງສີວິໄລມາສູ່ປະເທດລາວ ແລະ ຄົນລາວຂອງພວກເຮົາກໍ່ຄືເປັນທາງຜ່ານຂອງບັນດາຊາດອາຊຽນ, ພາກພື້ນ ແລະໃນໂລກ; ເປັນຄວາມເອກອ້າງທະນົງໃຈທີ່ຫາອັນປຽບປານໄດ້ຍາກເພາະລາວເຄີຍເປັນຊາດໂດ່ດດ່ຽວ, ບໍ່ມີທາງອອກສູ່ທະເລ, ມີຄວາມລໍາບາກຫຍຸ້ງຍາກຢ່າງແສນສາຫັດ,ແຕ່ມາບັດນີ້ ສປປ ລາວ ໄດ້ພິກໂສມໜ້າໃໝ່ຈາກເມືອງປິດກາຍເປັນເມືອງເປີດ ແລະພວມກ້າວສູ່ຍຸກແຫ່ງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ.

   ເພື່ອຮອງຮັບໃຫ້ວັນທີ່ສະຫງ່າລາສີ ແລະວັນທີ່ມີຄວາມໝາຍທາງດ້ານປະຫວັດສາດນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ມອບໝາຍໃຫ້ສໍານັກງານ ນາຍົກລັດຖະມົນຕີແຈ້ງໃຫ້ພາກສ່ວນກ່ຽວຂ້ອງຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທໍາອິດ) ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະສາກົນ ລະຫວ່າງກາງເດືອນຕຸລາ 2021 ມີຊື່ວ່າ: “ຂະບວນລ້ານຊ້າງ” ເພື່ອໃຫ້ກຽດແກ່ ສປປ ລາວ ຊຶ່ງກ່ອນໜ້ານີ້ ເຄີຍເປັນຊາດທີ່ມີມວນໝູ່ຊ້າງມະຫາສານ ແລະສໍາລັບຂະບວນລົດໄຟໂດຍສານສາຍດ່ວນທີ່ບໍລິສັດທາງລົດໄຟ ລາວ-ຈີນ ມີແຜນຈະຈັດຊື້ໃໝ່ໃນຕໍ່ໜ້າອີກ 1 ຂະບວນນັ້ນແມ່ນເຫັນດີໃຫ້ຕັ້ງຊື່ “ຂະບວນແຄນລາວ” ຊຶ່ງເປັນອະຣິຍະທໍາ, ເປັນວັດທະນະທໍາອັນດັ້ງເດີມຄູ່ຄວນກັບຊາດລາວ-ຄົນລາວມາແຕ່ດຶກດໍາບັນຈົນອົງການວັດທະນະທໍາສາກົນໄດ້ຈົດສຽງແຄນລາວເຂົ້າເປັນມໍລະດົກໂລກ.

   ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ວາງສີລາລຶກການກໍ່ສ້າງຢ່າງເປັນທາງການເພື່ອເປັນຂອງຂວັນໃຫ້ແກ່ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ (2 ທັນວາ 2015) ທີ່ມີຄວາມຍາວ 400 ກວ່າກິໂລແມັດ ໂດຍຜ່ານແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນທີ່ເປັນສ່ວນໜຶ່ງໃນການຈັດຕັ້ງ ແລະຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງເຊື່ອມຈອດພາກພື້ນກໍ່ຄືຍຸດທະສາດການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດທີ່ມີທາງເຊື່ອມຈອດຂອງ ສປປ ລາວແລະຂໍ້ລິເລີ່ມ “ ໜຶ່ງແລ້ວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ ທີ່ສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນໃນປີ 2025 ແລະຈະມີພິທີເປີດນໍາໃຊ້ທາງລົດໄຟລາວ-ຈີນ ໃນວັນທີ 2 ທັນວາ ຄົບຮອບ 46 ປີ ແລະທັງເປັນການສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ (25.042021) ຕື່ມອີກ.

   ທ່ານນາຍົກລັດຖະມົນຕີໄດ້ຢືນຢັນ (6.10.2021) ວ່າ: ທາງລົດໄຟລາວຈີນຈະໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນຊາດ ທີ 2 ທັນວາຂອງປີນີ້ຊຶ່ງຈະນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະເທດຊາດໂດຍສະເພາະນັກທ່ອງທ່ຽວຕ່າງປະເທດຈະເຂົ້າມາລາວ ແລະການສົ່ງອອກສິນຄ້າຈາກລາວສູ່ຕ່າງປະເທດ ແລະຕ່າງປະເທດເຂົ້າມາລາວ ແລະອື່ນໆ; ໃນຂະນະນີ້, ລັດຖະບານກໍາລັງມີແຜນເປີດເດີນລົດໄຟລາວ-ຈີນຢ່າງມີຈຸດສຸມ; ຮັບປະກັນຄວາມປອດໄພໃນທຸກດ້ານໂດຍຈະເນັ້ນການຂົນສົ່ງສິນຄ້າ,ຈາກນັ້ນຈຶ່ງຮັບໃຊ້ແກ່ການທ່ອງທ່ຽວ ແລະຂໍໃຫ້ຜູ້ປະກອບການດ້ານນີ້ຈົ່ງຮ່ວມມືກັບລັດຖະບານລວມທັງຂະແໜງການ/ ກະຊວງກ່ຽວຂ້ອງເປັນເຈົ້າການຕິດຕາມ ແລະສົ່ງເສີມເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາຊຶ່ງຈະນໍາເອົາເງິນຕາຕ່າງປະເທດເຂົ້າມາລາວ; ແຕ່ຕ້ອງຮັບປະກັນດ້ານຄວາມປອດໄພ ແລະ ໃຫ້ປະຊາຊົນມີສ່ວນຮ່ວມ. ເບື້ອງລັດຖະບານກໍ່ມີຄວາມພ້ອມທີ່ຮອງຮັບໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໃນທ້າຍປີນີ້ຢ່າງສົມບູນແບບ.