ກະຊວງອຸດສາຫະກໍາ ແລະການຄ້າສະຫຼອງວັນມາດຕະຖານໂລກ ຄົບຮອບ 74 ປີ

   ວັນທີ 13 ຕຸລາ 2021 ນີ້ ກະຊວງອຸດສາຫະກໍາ ແລະການຄ້າໄດ້ຈັດພິທີຖະແຫຼງຂ່າວເນື່ອງໃນໂອກາດງານສະເຫຼີມສະຫຼອງວັນມາດຕະຖານໂລກ 14 ຕຸລາ ຄົບຮອບ 74 ປີ ພາຍໃຕ້ຄໍາຂວັນທີ່ວ່າ: “ວິໄສທັດຮ່ວມກັນຂອງພວກເຮົາເພື່ອໂລກທີ່ດີຂຶ້ນ”.


  ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຊາ ແລະການຄ້າ ໃຫ້ຮູ້ວ່າ: “ວິໄສທັດຮ່ວມກັນຂອງພວກເຮົາເພື່ອໂລກທີ່ດີຂຶ້ນ” ແມ່ນໝາຍເຖິງການນໍາໃຊ້ມາດຕະການສາກົນເພື່ອເປັນເປົ້າໝາຍການພັດທະນາແບບຍືນຍົງໃນການແກ້ໄຂບັນຫາຄວາມບໍ່ສົມດຸນທາງດ້ານສັງຄົມໂດຍຮຽກຮ້ອງຕ້ອງການໃຫ້ທຸກໆພາກສ່ວນມີສ່ວນຮ່ວມບໍ່ວ່າຈະເປັນພາກລັດ-ພາກເອກະຊົນ, ລັດວິສາຫະກິດ, ບໍລິສັດສ່ວນບຸກຄົນ, ແລະໂຮງຈັກໂຮງງານໃນການພັດທະນາເສດຖະກິດແບບຍືນຍົງ ແລະການປ່ຽນແປງຂອງດິນຟ້າອາກາດໂດຍການນໍາໃຊ້ມາດຕະຖານແຫ່ງຊາດ, ພາກພື້ນ ແລະສາກົນ.
   ການສະເຫຼີມສະຫຼອງວັນມາດຕະຖານໂລກ 14 ຕຸລາ ຄົບຮອບ 74 ປີ ຄັ້ງນີ້ ເພື່ອສ້າງຈິດສໍານຶກໃຫ້ແກ່ທຸກຄົນໃນສັງຄົມເປັນຕົ້ນແມ່ນຜູ້ສ້າງລະບຽບການ ແລະຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ ແລະຄວາມສໍາຄັນຂອງວຽກງານມາດຕະຖານຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະສາກົນ.