ສາທາເມືອງຕຸ້ມລານ ເຄື່ອນໄຫວກວດເຊື້ອໄຂ້ມາລາເລຍ

   ເມື່ອບໍ່ດົນຜ່ານມານີ້ຫ້ອງການສາທາລະນະສຸກ ເມືອງຕຸ້ມລານ ແຂວງສາລະວັນ ໄດ້ລົງເຄື່ອນໄຫວກວດເລືອດເພື່ອຊອກຫາເຊື້ອພະຍາດໄຂ້ມາລາເລຍ ແລະແຈກຢາຍມຸ້ງຍ້ອມຢາ 150 ດາງ, ໃຫ້ພໍ່ແມ່ປະຊາຊົນຢູ່ບ້ານນາກະຕາວ ເມືອງຕຸ້ມລານ,ຊຶ່ງນຳໂດຍທ່ານ ແສງອາລຸນ ອຸ່ນຄໍາມະນີ ຮອງເຈົ້າເມືອງຕຸ້ມລານຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ, ມີບັນດາທ່ານທີມງານຈາກຂະແໜງຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ-ຂັ້ນເມືອງ, ເລຂາໜ່ວຍພັກ-ນາຍບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານນາກະຕາວ ເຂົ້າຮ່ວມຢ່າງຫຼວງຫຼາຍ.


    ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າພະຍາດໄຂ້ມາລາເລຍ (ພະຍາດໄຂ້ຍຸງລາຍ ) ແມ່ນພະຍາດໜຶ່ງທີ່ຮ້າຍແຮງ, ຊຶ່ງຍຸງເປັນໂຕພາຫະນະນໍາເຊື້ອມາສູ່ຄົນເຮົາ, ໃນລະຫວ່າງຕົ້ນເດືອນ ສິງຫາ 2021 ຜ່ານມານີ້ເມືອງຕຸ້ມລານກວດພົບການລະບາດຂອງພະຍາດໄຂ້ມາລາເລຍ ມີ 4 ບ້ານຄື: ບ້ານລະມຶກ, ບ້ານຕະເຢີກ, ບ້ານບອຍນໍ້າ ແລະ ບ້ານນາກະຕາວ, ສະນັ້ນຫ້ອງການສາທາລະນະສຸກເມືອງຕຸ້ມລານຮ່ວມກັບທີມງານຈາກຂະແໜງຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ-ຂັ້ນເມືອງຈຶ່ງໄດ້ລົງເຄື່ອນໄຫວກວດຊອກຫາເຊື້ອພະຍາດດັ່ງກ່າວຢູ່ຈຸດບ້ານນາກະຕາວ.


   ສຳລັບການກວດຊອກຫາເຊື້ອພະຍາດໃນຄັ້ງນີ້ແມ່ນໄດ້ກຳນົດເອົາແຕ່ອາຍຸ 2 ປີຂຶ້ນໄປ, ຖ້າຫາກວ່າກວດພົບເຊື້ອແມ່ນທາງທີມງານຈະໄດ້ແຍກໄວ້ຕ່າງຫາກ ແລະ ໃຫ້ການປິ່ນປົວຕາມຂັ້ນຕອນຂອງວິຊາການແພດ. ບ້ານນາກະຕາວເປັນບ້ານໜຶ່ງທີ່ນອນຢູ່ໃນ 37 ບ້ານຂອງເມືອງຕຸ້ມລານ ມີ 52 ຫຼັງຄ່າເຮືອນ, ມີ 150 ຄອບຄົວ ແລະມີພົນລະເມືອງທັງໝົດ 539 ຄົນ, ຍິງ 281 ຄົນ, ອາຊີບຕົ້ນຕໍຂອງພໍ່ແມ່ປະຊາຊົນແມ່ນໄດ້ຢຶດຖືອາຊີບກະສີກຳ, ການປູກ-ການລ້ຽງເປັນຕົ້ນຕໍ ແລະຕຳແຜ່ນແພ່ ເປັນອາຊີບສຳຮອງ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນແມ່ນຕິດພັນກັບທຳມະຊາດ, ອາໄສທໍາມະຊາດໃນການຊອກຢູ່ຫາກິນເພື່ອລ້ຽງຊີບໃນແຕ່ລະວັນເປັນຕົ້ນກໍ່ແມ່ນການເຂົ້າໄປຫາເຄື່ອງປ່າຂອງດົງເພື່ອມາປະກອບເປັນອາຫານ, ການໄປນອນປ່າໂດຍບໍ່ໄດ້ກາງມຸ້ງ,ດັ່ງນັ້ນຈຶ່ງມີຄວາມສ່ຽງສູງພາໃຫ້ເກີດການລະບາດຂອງພະຍາດໄຂ້ມາລາເລຍ.